ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຄາດວ່າ ຈະຮູ້ ຜົນການເລືອກຕັ້ງ ໃນກໍາປູເຈຍ ໃນມື້ນີ້


ກໍາມະການເລືອກຕັ້ງຄົນນຶ່ງ ຂະນະນັບບັດເລືອກຕັ້ງ ໃນກໍາປູເຈຍ
ກໍາມະການເລືອກຕັ້ງຄົນນຶ່ງ ຂະນະນັບບັດເລືອກຕັ້ງ ໃນກໍາປູເຈຍ
ບ່ອນ​ປ່ອນ​ບັດ​ໄດ້​ປິດ​ລົງ​ແລ້ວ​ໃນ​ກໍາປູ​ເຈຍ ​ແລະ​ການ​ນັບ​ບັດ​ເລືອກ​ຕັ້ງ ກໍ​ໄດ້​ເລີ່​ມຂຶ້ນ​ແລ້ວ​ ສໍາລັບການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ ທີ່​ຄາດ​ກັນ​ວ່າ ຈະ​ຕໍ່​ອາຍຸ ການ​ປົກຄອງ​ປະ​ເທດ ມາ​ໄດ້ 28 ປີ​ແລ້ວ ​ຂອງ​ທ່ານ​ນາຍົກລັດໍຖະ ມົນຕີ ຮຸນເຊ​ນ ​ ອອກ​ໄປ​ອີກນັ້ນ​.

ທ່ານ ​ແຊມ ​ເຣນສີ ຫົວໜ້າ​ພັກຝ່າຍ​ຄ້ານ ​ໄດ້​ກ່າວ​ຫາທ່ານ​ຮຸນ ​ເຊ​ນ ທີ່​ປົກຄອງ​ປະ​ເທດ​ມາ​ເປັນ​ເວລາ​ດົນ​ນານ​ນັ້ນ​ວ່າ ຈັດ​ການ​ປ່ອນ​ບັດ​ເລືອກຕັ້ງ ທີ່​ຂາດ​ຄວາມ​ຍຸຕິ​ທໍາ ​ແລະ ​ຂູ່​ວ່າ​ຈະ​ມີການ​ເດີນ​ຂະ​ບວນ ຖ້າ​ພັກ​ຂອງ​ທ່ານ​ພົບ​ເຫັນຫຼັກຖານ​ ການ​ໂກງ​ບັດ​ເລືອກ​ຕັ້ງ.

ທ່ານ ​ແຊມ ​ແຣນສີ ​ແລະ​ພັກ​ກູ້​ຊາດ​ກໍາປູ​ເຈຍ ຫຼື NRP ຂອງ​ທ່ານ ​ເວົ້າວ່າ ພັກ​ປະຊາ ຊົນ ກໍາປູ​ເຈຍ ຫຼື CPP ຂອງ​ທ່ານ​ຮຸນເຊ​ນ ​ແມ່ນ​ຢ້ານ​ກົວ​ຄວາມ​ນິຍົມຊົມ​ຊອບທີ່​ກໍາລັງ​ເຕີບ​ໃຫຍ່​ຂຶ້ນ​ໄປ​ນັບ​ມື້​ຂອງ​ປະຊາຊົນ ຕໍ່​ພັກ​ຝ່າຍ​ຄ້ານນັ້ນ. ທ່ານ​ແຊມ ​ກ່າວ​ຫາວ່າ ລັດ ຖະບານ ກໍາລັງ​ຈັດ​ຕັ້ງ​ລະບົບ​ນຶ່ງ​ຂຶ້ນມາ​ທີ່ ຄໍ້າປະກັນ​ໃຫ້​ທ່ານ ຮຸນ ເຊ​ນ ຊະນະ​ເລືອກ​ຕັ້ງ​ອີກ​ນຶ່ງ​ສະ​ໄໝ.

ພັກ CPP ປະຕິ​ເສດ​ຂໍ້​ກ່າວ​ຫາ​ເຫຼົ່ານັ້ນ ​ແລະ​ທໍານາຍ​ວ່າ ຝ່າຍ​ຕົນ​ຈະ​ຊະນະ​ຢ່າງ​ຖ້ວມ​ລົ້ນ ​ແລະຍົກ​ຍ້ອງນາຍົກລັດຖະມົນຕີ ຮຸນ ​ເຊ​ນ ວ່າ ນໍາ​ເອົາຄວາມ​ຈະ​ເຣີນຮຸ່ງ​ເຮືອງ​ທາງ​ເສດຖະກິດ ມາສູ່​ກໍາ​ປູ​ເຈຍ ຫຼັງຈາກ ສົງຄາມ ຄວາມ​ວຸ້ນວາຍ ​ແລະ​ການ​ສັງຫານ​ໝູ່ ເປັນ​ເວລາຫຼາຍສິບ​ປີຜ່ານມາ​ນັ້ນ.

ຄາດ​ວ່າ​ຈະ​ຮູ້​ຜົນ​ການ​ເລືອກ​ຕັ້ງ​ໃນ​ອີກ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຂ້າງ​ໜ້າ​ນີ້.

ທ່ານ ​ແຊມ ​ເຣນສີ ​ໄດ້​ກັບ​ຕ່າວ​ຄືນ​ກໍາປູ​ເຈຍ ຈາກ​ການ​ອາ​ໄສ​ພັດ​ຖິ່ນ ​ເມື່ອ​ວັນ​ທີ 19 ​ເດືອນ​ກໍລະກົດ​ນີ້ ຫຼັງຈາກ​ທ່ານ ຮຸນ ເຊ​ນ ​ໄດ້​ຈັດ​ແຈງ ​ໃຫ້​ມີການ​ອະ​ໄພ​ໂທດ​ແກ່​ທ່ານແຊມ ​ເຣນສີ ​ໃນ​ຂໍ້​ຫາ​ອາດຊະຍາ​ກໍາ​ຕ່າງໆນັ້ນ. ທ່ານ ​ແຊມ ​ເຣນສີ ​ເວົ້າ​ວ່າ ການ​ຕັດສິນ​ໃຫ້​ທ່ານມີ​ຄວາມ ​ຜິດ​ນັ້ນ ແມ່ນ​ມີ​ສາ​ເຫດທາງ​ການ​ເມືອງຫຼາຍກວ່າ.

ການ​ເລືອກ​ຕັ້ງຄັ້ງ​ນີ້ ມີ​ປະຊາຊົນ​ໄປລົງທະບຽນ​ປ່ອນ​ບັດຫຼາຍກວ່າ ​ເກົ້າ​ລ້ານ ຫົກ​ແສນ​ຄົນ. ໃນ​ນັ້ນ ຢ່າງ​ໜ້ອຍນຶ່ງ​ສ່ວນ​ສາມ ​ແມ່ນປະຊາຊົນທີ່​ມີ​ອາຍຸ​ຕໍ່າ​ກວ່າ 30 ປີ.
XS
SM
MD
LG