ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ການເງິນ ຂອງກຣິສ ລາອອກ ຈາກຕຳແໜ່ງ ຫຼັງການລົງ ປະຊາມະຕິ


Greece Defiantly Rejects Europe's Bailout Terms
please wait

No media source currently available

0:00 0:01:44 0:00

ຊົມວີດີໂອ ລາຍງານນີ້

ລັດຖະມົນຕີ​ການ​ເງິນ ກຣິສ ທ່ານ Yanis Varoufakis ​ໄດ້​
ລາ​ອອກ​ຈາກ​ຕຳ​ແໜ່​ງ ​ໃນ​ວັນ​ຈັນ​ມື້​ນີ້ ມື້​ນຶ່ງ ຫຼັງຈາກທີ່ ຊາວ​ກຣິສ
ຜູ້​ມີ​ສິດ​ປ່ອນ​ບັດ ​ໄດ້​ລົງ​ຄະ​ແນນ​ສຽງ​ປະຕິ​ເສດຢ່າງ​ຖ້ວມ​ລົ້ນ ຂໍ້​
ຮຽກ​ຮ້ອງ​ ໂດຍບັນດາ​ປະ​ເທດ ​ທີ່​ໃຫ້​ກູ້​ຢືມ​ເງິນ ທີ່​ຢາກ​ຈະ​ວາງ​
ມາດ​ຕະການ​ປະຢັດ​ມັດທະຍັດ ​ເພີ້​ມຕື່ມ​ອີກຕໍ່ກຣິສ ໃນ​ການ
​ແລກປ່ຽນ ກັບ​ເງິ​ນທຶນ​ກູ້​ຢືມ​ ເພື່ອ​ກອບ​ກູ້​ເສດຖະກິດ​ຊຸດ​ໃໝ່ ​
ໃຫ້​ລັດຖະບານ ​ໃນ Athen.

ການ​ລາ​ອອກ​ຂອງ​ທ່ານ Varoufakis ນັ້ນ ​ແມ່ນ​ເປັນ​ທີ່​ບໍ່​ໜ້າ​
ເຊື່ອ​ເລີຍ ຍ້ອນ​ວ່າ ທ່ານ ເຄີຍໄດ້​ກ່າວວ່າ ທ່ານ​ພຽງ​ຈະລາ​ອອກ
ຖ້າ​ຫາກ ຊາວ​ກຣິສຮ່ວມ​ຊາດ ​ໄດ້​ລົງ​ຄະ​ແນນ​ສຽງ ​ເຫັນ​ດີເຫັນ
​ພ້ອມ ຢອມ​ຮັບ​ເອົາ​ຂໍ້​ຮຽກຮ້ອງ ການ​ປະຢັດ​ມັດທະຍັດຕ່າງໆນັ້ນ.

ນາຍົກລັດຖະມົນຕີ ກຣິສ ທ່ານ Alexis Tsipras ປ່ອນບັດອອກສຽງ ຢູ່ສະຖານທີ່ປ່ອນບັດ ໃນນະຄອນ Athens, ວັນທີ 5 ກໍລະກົດ 2015.
ນາຍົກລັດຖະມົນຕີ ກຣິສ ທ່ານ Alexis Tsipras ປ່ອນບັດອອກສຽງ ຢູ່ສະຖານທີ່ປ່ອນບັດ ໃນນະຄອນ Athens, ວັນທີ 5 ກໍລະກົດ 2015.

​ແຕ່​ຢ່າງໃດ​ກໍ​ຕາມ ທ່ານ Varoufakis ກ່າວ​ໃນ​ວັນ​ຈັນ​ມື້​ນີ້ ວ່າ
ທ່ານ ​ໄດ້ “ຮັບ​ຮູ້​ເຖິງ​ຄວາມ​ຕ້ອງການ​ບາງ​ຢ່າງ” ​ ໂດຍ​ສະມາຊິກ
​ຈຳນວນ​ນຶ່ງ​ຂອງ​ປະ​ເທດ​ໃນ​ເຂດ​ທີ່​ໃຊ້​ເງິນຢູ​ໂຣ ສຳ​ຫລັບ “ການ​
ບໍ່​ເຂົ້າຮ່ວມ”
​ກອງ​ປະຊຸມບັນດາ​ລັດຖະມົນ​ການ​ເງິນ. ທ່ານ​ກ່າວ
​ວ່າການ​ຖອນ​ໂຕ​ອອກ​ຈາກ​ກອງ​ປະຊຸມ​ນັ້ນ ​ແມ່ນ “​ເປັນ​ແນວ​ຄິດ
​ຂອງ​ ນາຍົກລັດຖະມົນຕີ ທີ່​ໄດ້​ຕີ​ລາຄາ​ວ່າ ຈະ​ເປັນທ່າ​ແຮງ​
ຊ່ວຍ​ເຫຼືອທ່ານ ​ໃຫ້​ບັນລຸ​ຂໍ້​ຕົກລົງ​ໄດ້”
ກັບ​ບັນດາຜູ້​ໃຫ້​ກູ້​ຢືມ​ເງິນ
​ແກ່​ກຣິສ.​

ທ່ານ Varoufakis ​ໄດ້​ຜິດ​ຖຽງ​ກັບບັນດານຜູ້​ໃຫ້​ກູ້​ຢືມ​ເງິນ ຢູ່​ສະ​ເໝີ ​ໃນ​ສອງ​ສາມ​ເດືອນ​
ທີ່​ຜ່ານ​ມາ. ​ແລະ​ໃນ​ບໍ່​ເທົ່າ​ໃດ​ມື້ ທີ່​ຜ່ານ​ມານັ້ນ ທ່ານ​ໄດ້​ກ່າວ​ຫາ ສະຫະພາບ​ຢູ​ໂຣບ ວ່າ
​ເປັນ “ພວກ​ກໍ່​ການ​ຮ້າຍ” ​ໂດຍ​ພະຍາຍາມ ທີ່​ຈະ​ສ້າງ​ຄວາມ​ຢ້ານ​ກົວໃຫ້​ແກ່​ຊາວ​ກຣິສ
​ເພື່ອ​ເຮັດ​ໃຫ້​ພວກ​ເຂົາ​ ລົງ​ຄະ​ແນນ​ສຽງ​ໄປ​ໃນ​ແນວ​ທາງ​ຂອງ EU. ​ໃນ​ວັນ​ຈັນ​ມື້​ນີ້ ທ່ານ
Varoufakis ກ່າວ​ວ່າ “ຂ້າພະ​ເຈົ້າ ຈະ​ໃສ່​ເສື້ອ​ຂອງ​ການ​ກຽດ​ຊັງ​ພວກເຈົ້າໜີ້ ຢ່າງ​
ພາກພູມ​ໃຈ.”

ແຫລ່ງໜີ້ສິນຕ່າງຂອງກຣິສ
ແຫລ່ງໜີ້ສິນຕ່າງຂອງກຣິສ

ນາຍົກລັດຖະມົນຕີ ກຣິສ ທ່ານ Alexis Tsipras “ຮູ້ສຶກ ຢາກ​ຈະ​ຂອບ​ໃຈ” ທ່ານ
Varoufakis, ​ຕາມ​ຄຳ​ເວົ້າ​ຂອງໂຄສົກ​ລັດຖະບານ​ ກຣິສ ທ່ານ Gabrial Sakellaridis
ນັ້ນ​ແມ່ນ​ວ່າ “ສຳ​ຫລັບ​ຄວາມ​ພະຍາຍາມ ທີ່​ບໍ່​ຢຸດ​ຢັ້ງຂອງ​ທ່ານ ​ເພື່ອ​ສົ່ງ​ເສີມ​ຈຸດ​ຢືນ
ຂອງ​ລັດຖະບານ ແລະ ຜົນ​ປະ​ໂຫຍ​ດຕ່າງໆ ​ຂອງ​ຊາວ​ກຣິສ ພາຍ​ໃຕ້​ສະພາບ​ການ​
ອັນ​ຫຍຸ້ງຍາກ​ທີ່​ສຸດນີ້.”

ທ່ານ Sakellaridis ກ່າວ​ວ່າ ຜູ້​ທີ່​ຈະ​ມາ​ແທນ​ ທ່ານ Varoufakis ນັ້ນ ຈະ​ໄດ້​ຖືກ​ປະກາດ ​ໃນ​ຕອນ​ແລງ​ວັນ​ຈັນ​ມື້​ນີ້.

ຜົນ​ຂອງການ​ລົງ​ປະຊາ​ມະຕິ ສະ​ແດງໃຫ້​ເຫັນ​ວ່າ ຊາວ​ກຣິສ ​ຜູ້​ມີ​ສິດ​ປ່ອນບັດ 61 ​ເປີ​ເຊັນ
​ໄດ້ປະຕິ​ເສດ ການຕັກ​ເຕືອນຕ່າງໆ ຈາກ​ບັນດາ​ຜູ້ນຳ​ປະ​ເທດ​ໃນ​ຢູ​ໂຣບ ​ແລະ ເອົາບໍ່​ຫົວຊາ​ກັບຂໍ້​ຮຽກຮ້ອງໃຫ້​ປະຢັດ​ມັດທະຍັດ ຂອງ​ພວກ​ເຂົາ​ເຈົ້າ ຊຶ່ງອາດ​ຈະ​ກົດ​ດັນ​ໃຫ້​ປະ​ເທດ​ກຣິສ
ອອກ​ຈາກ ກຸ່ມ​ 19 ປະ​ເທດ​ທີ່​ໃຊ້​ເງິນຕາ​ຢູ​ໂຣນັ້ນ.

Greece Referendum
please wait
Embed

No media source currently available

0:00 0:03:02 0:00

XS
SM
MD
LG