ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜູ້ລົງຄະແນນສຽງ ສ່ວນຫຼາຍ ນິຍົມທ່ານ Sanders ກວ່າຄົນອື່ນ ໃນການເລືອກຕັ້ງ


ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈາກພັກ ເດໂມແຄຣັດ ສະມາຊິສະພາສູງ ທ່ານ Bernie Sanders, ກຳລັງວາງທ່າທີໃນລະຫວ່າງການໂຄສະນາຫາສຽງ ທີ່ເມືອງ Laramie, ລັດ Wyoming. 5 ເມສາ, 2016.
ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈາກພັກ ເດໂມແຄຣັດ ສະມາຊິສະພາສູງ ທ່ານ Bernie Sanders, ກຳລັງວາງທ່າທີໃນລະຫວ່າງການໂຄສະນາຫາສຽງ ທີ່ເມືອງ Laramie, ລັດ Wyoming. 5 ເມສາ, 2016.

ປະຊາຊົນ ອາເມຣິກັນ ຫຼາຍຄົນກວ່າເກົ່າ ເວົ້າຢູ່ໃນການສຳຫຼວດຄັ້ງໃໝ່ທີ່ຖືກເປີດເຜີຍໃນ ວັນຈັນມື້ນີ້ວ່າ ພວກເຂົາເຈົ້າແນ່ນອນວ່າຈະເລືອກເອົາ ຫຼື ພວມພິຈາລະນາຢູ່ວ່າຈະເລືອກ ເອົາທ່ານ Bernie Sanders ແທນທີ່ຈະເອົາຜູ້ລົງແຂ່ງຂັນຄົນອື່ນໆ ໃນການແຂ່ງຂັນເອົາ ຕຳແໜ່ງປະທານາທິບໍດີ ປີ 2016 ນີ້.

ອົງການຂ່າວ AP ໄດ້ສຳຫຼວດການຢັ່ງຫາງສຽງກັບປະຊາຊົນ 1,076 ຄົນໃນລະຫວ່າງ ວັນທີ 31 ເດືອນມີນາ ຫາ ວັນທີ 4 ເມສາທີ່ຜ່ານມາ. ປະຊາຊົນ 21 ເປີເຊັນໄດ້ກ່າວວ່າ ພວກເຂົາເຈົ້າຈະເລືອກເອົາທ່ານ Sanders ຢ່າງແນ່ນອນ, ແລະ 41 ເປີເຊັນກ່າວວ່າ ພວກເຂົາເຈົ້າພວມພິຈາລະນາຢູ່ວ່າຈະເລືອກເອົາທ່ານ.

ທ່ານນາງ Hilary Clinton ຜູ້ທີ່ມີຄະແນນນຳໜ້າທ່ານ Sanders ໃນການແຂ່ງຂັນຂອງ ພັກ ເດໂມແຄຣັດ, ຕາມມາເປັນອັນດັບ 2 ດ້ວຍຄະແນນລວມກັນ 50 ເປີເຊັນ. ໃນດ້ານ ຂອງພັກຣີພັບບລີກັນນັ້ນ, ທ່ານ Ted Cruz ແລະ ທ່ານ John Kasich ແຕ່ລະຄົນໄດ້ຮັບ 43 ເປີເຊັນ, ໃນຂະນະທີ່ຜູ້ນຳໜ້າໃນການແຂ່ງຂັນທ່ານ Donald Trump ມີອັນດັບທ້າຍ ສຸດດ້ວຍຄະແນນ 35 ເປີເຊັນ.

ທ່ານ Trump ໄດ້ມີຄະແນນນຳໜ້າ ແຕ່ເມື່ອເວົ້າເຖິງຜູ້ລົງແຂ່ງຂັນແລ້ວ, ປະຊາຊົນ 63 ເປີເຊັນກ່າວວ່າ ພວກເຂົາເຈົ້າຈະບໍ່ສະໜັບສະໜູນທ່ານຢ່າງແນ່ນອນ. ຕົວເລກດັ່ງກ່າວ ນັ້ນໄດ້ເພີ່ມຂຶ້ນ ຈາກ 54 ເປີເຊັນໃນການຢັ່ງຫາງສຽງອັນດຽວກັນໃນເດືອນກຸມພາ ທີ່ຜ່ານ ມາ. ທ່ານ Kasich ກັບ ທ່ານ Sanders ແມ່ນເປັນພຽງສອງຄົນເທົ່ານັ້ນທີ່ໄດ້ສະແດງໃຫ້ ເຫັນການປ່ຽນແປງທີ່ດີຂຶ້ນຢ່າງໃຫຍ່ຫຼວງໃນຂົງເຂດດັ່ງກ່າວ.

ອ່ານຂ່າວເລື່ອງນີ້ເປັນພາສາອັງກິດ

XS
SM
MD
LG