ປະຊາຊົນອາເມລິກັນໃນຈຳນວນຫຼາຍຂຶ້ນ ຖິ້ມໂທດເລື້ອງນີ້
ໃສ່ພວກສະມາຊິກສັງກັດພັກ Republican ຫຼາຍກວ່າ ພັກ
ເດໂມແຄຣັດ ໃນຂະນະດຽວກັນ ຄວາມນິຍົມຂອງປະຊາຊົນ
ຕໍ່ພວກສະມາຊິກລັດຖະ ສະພາ ແມ່ນຢູ່ໃນລະດັບຕ່ຳຢ່າງ
ໜ້າຕົກໃຈ.
ຜົນຂອງການຢັ່ງສຽງປະຊາຊົນ ທີ່ອົງການຂ່າວ AP ແລະ GfK
ເປີດເຜີຍໃຫ້ຮູ້ໃນວັນພຸດມື້ນີ້ ສະແດງໃຫ້ເຫັນວ່າ ປະມານ 62
ເປີເຊັນຂອງຈຳນວນປະຊາຊົນຫຼາຍກວ່າ 1 ພັນຄົນທີ່ຖືກສຳ
ຫຼວດ ກ່າວວ່າ ພວກສະມາຊິກສັງກັດພັກ Republican ຄວນ
ຈະຖືກຕຳໜິຕິຕຽນສຳລັບການອັດການປະຕິບັດງານຂອງລັດຖະບານລົງ ຊຶ່ງໄດ້ເລີ້ມມາ
ຕັ້ງແຕ່ວັນອັງຄານແລ້ວນີ້. ພວກທີ່ຖືກສຳຫຼວດປະມານເຄິ່ງນຶ່ງກ່າວວ່າ ພວກສະມາຊິກສັງກັດພັກເດໂມແຄຣັດ ຫຼື ປະທານາທິບໍດີບາຣັກ ໂອບາມາແຫ່ງສະຫະລັດ ກໍມີສ່ວນ
ຮັບຜິດຊອບຫຼາຍເຊັ່ນກັນ ໃນການອັດການປະຕິບັດງານຂອງລັດຖະລານລົງນີ້.
ການເຫັນດີເຫັນພ້ອມກ່ຽວກັບການປະຕິບັດງານຂອງພວກສະມາຊິກລັດຖະສະພາແມ່ນຫລຸດຕໍ່າລົງມາເປັນ 5 ເປີເຊັນ.
ໃນວັນອັງຄານວານນີ້ ໃນຂະນະທີ່ສະຫະລັດກຳລັງປະເຊີນໜ້າກັບເສັ້ນຕາຍ ເພື່ອເພີ້ມ
ເພດານໜີ້ສິນ ຫຼືບໍ່ສາມາດຊຳລະໜີ້ສິນຂອງຕົນໄດ້ນັ້ນ ປະທານາທິບໍດີໂອບາມາໄດ້ພະ ຍາຍາມໃຫ້ຄວາມໝັ້ນໃຈແກ່ໂລກວ່າ ສະຫະລັດໄດ້ຊຳລະໜີ້ສິນຂອງຕົນຢູ່ສະເໝີມາ.
ທ່ານໂອບາມາ ກ່າວຕໍ່ບັນດານັກຂ່າວໃນວັນອັງຄານວານນີ້ວ່າ ການໃຫ້ຄວາມເຫັນຕ່າງໆຂອງລັດຖະສະພາສະແດງໃຫ້ເຫັນວ່າ ຄວາມລົ້ມແຫຼວໃນການຊຳລະໜີ້ສິນຂອງຕົນອາດຈະບໍ່ສ້າງຄວາມເສຍຫາຍ ຕໍ່ການຟື້ນໂຕຄືນຂອງເສດຖະກິດໂລກນັ້ນ ເຮັດໃຫ້ພວກນັກລົງທຶນກັງວົນໃຈ. ທ່ານໂອບາມາຮຽກຮ້ອງໃຫ້ສະພາມີການລົງມະຕິກັນຢ່າງຂາວສະອາດ ເພື່ອຍົກເພດານໜີ້ສິນຂອງປະເທດ ໂດຍບໍ່ໃຫ້ເອົາເລື້ອງອື່ນມາຕິດພັນນຳນັ້ນ.
ນອກນັ້ນ ທ່ານໂອບາມາ ຍັງໄດ້ຮຽກຮ້ອງໃຫ້ລັດຖະສະພາ ຮັບຜ່ານຮ່າງຍັດຕິ ວ່າດ້ວຍ ການໃຊ້ຈ່າຍທີ່ບໍ່ເອົາເລື່ອງອື່ນມາພົວພັນນຳ ແລະໃຫ້ໄຂການປະຕິບັດງານ ຂອງລັດຖະ ບານຄືນ.