ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ການ​ຢັ່ງ​ຫາງ​ສຽງ​ ສະ​ແດງ​ໃຫ້​ເຫັນ​ ທ່ານ ທ​ຣຳ ນຳ​ໜ້າ​ທ່ານ ໄບ​ເດັນ ໃນ​ 5 ລັດ ​ທີ່ມີ​ການ​ແຂ່ງ​ຂັ​ນ​ທີ່​ສຳ​ຄັນ ໃນ​ປີ 2024


ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ, ຊ້າຍ, ແລະ ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ.
ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ, ຊ້າຍ, ແລະ ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ.

ການ​ໂຄ​ສະ​ນາ​ຫາ​ສຽງ​ເພື່ອ​ການ​ເລືອກ​ຕັ້ງ​ເອົາ​ຕຳ​ແໜ່ງ​ອີກ​ສະ​ໄໝ​ຂອງປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ໄດ້​ກ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ ເຂົາ​ເຈົ້າ​ບໍ່​ໄດ້​ເປັນ​ຫ່ວງ ຫຼັງ​ຈາກ​ການ​ຢັ່ງ​ຫາງ​ສຽງ​ທາງ​ການ​ເມືອງ​ຂອງ ສະ​ຫະ​ລັດ ໄດ້​ສະ​ແດງ​ໃຫ້​ເຫັນ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກຳ​ລັງ​ນຳ​ໜ້າ​ທ່ານ ໄບ​ເດັນ ໃນ​ການ​ແຂ່ງ​ຂັນ​ປີ 2024 ໃນ​ລັດ​ທີ່​ເປັນ​ບ່ອນ​ທີ່​ມີ​ການ​ແຂ່ງ​ຂັນ​ທີ່​ສຳ​ຄັນ.

ໃນ​ການ​ຢັ່ງ​ຫາງ​ສຽງ, ບັນ​ດາ​ຜູ້​ລົງ​ຄະ​ແນນ​ສຽງ​ໄດ້​ອ້າງ​ເຖິງ​ບັນ​ຫາ ​ທີ່​ມີ​ມາ​ດົນ​ນານ​ຂອງ​ເຂົາ​ເຈົ້າ ກ່ຽວ​ກັບ ອາ​ຍຸ​ທີ່​ສູງ​ຂອງ​ທ່ານ ໄບ​ເດັນ ແລະ ເສດ​ຖະ​ກິດ, ແຕ່​ພ້ອມ​ກັບ​ບັນ​ຫາ​ໃໝ່ ກ່ຽວ​ກັບ ຄວາມ​ຂັດ​ແຍ້ງ​ທີ່​ໄດ້​ເກີດ​ຂຶ້ນ​ເມື່ອບໍ່​ດົນ​ມານີ້​ລະ​ຫວ່າງ ອິ​ສ​ຣາ​ແອ​ລ ແລະ ກຸ່ມ​ຮາ​ມາ​ສ.

ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ທີ່​ການ​ໂຄ​ສະ​ນາ​ຫ​າ​ສຽງ​ຂອງ​ທ່ານ ໄບ​ເດັນ ໄດ້​ເຜີຍ​ແຜ່​ກັບ​ວີ​ໂອ​ເອ​ນັ້ນ, ຮອງ​ໂຄ​ສົກ​ທຳ​ນຽບ​ຂາວ​ທ່ານ ເຄ​ວິນ ມູ​ຍອ​ສ ເບິ່ງ​ຄື​ວ່າບໍ່​ສະ​ທ້ານ​ສະ​ເທືອນ. ທ່ານ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ຈະ​ຊະ​ນະ​ໃນ​ປີ 2024 ດ້ວຍ​ການ​ກົ້ມ​ຫົວ​ຂອງ​ພວກ​ເຮົາ​ລົງ ແລະ ເຮັດ​ວຽກ, ບໍ່​ແມ່ນ​ເປັນ​ຫ່ວງ​ກັບ​ການ​ຢັ່ງ​ຫາງ​ສຽງ.”

ການ​ຢັ່ງ​ຫາງ​ສຽງ​ຂອງ​ໜັງ​ສື​ພິມ New York Times ແລະ ວິ​ທະ​ຍາ​ໄລ ຊຽນ​ນາ (Siena) ທຳ​ນາຍ​ວ່າ​ທ່ານ​ ທ​ຣຳ ຈະ​ຊະ​ນະ​ທ່ານ ໄບ​ເດັນ ໃນ​ຫ້າ​ຈາກ​ຫົກ​ລັດ​ທີ່ບໍ່​ອຽງ​ຫາ​ພັກ​ດຽວ​ຄື​ລັດ ອາ​ຣິ​ໂຊ​ນາ, ຈໍ​ເຈຍ, ມິ​ຊິ​ແກັນ, ເນ​ວາ​ດາ ແລະ ເພັນ​ຊິ​ລ​ເວ​ເນຍ. ການ​ຢັ່ງ​ຫາງ​ສຽງ​ໄດ້​ສະ​ແດງ​ໃຫ້​ເຫັນ​ທ່ານ ໄບ​ເດັນ ນຳ​ໜ້າ​ໃນ​ລັດ ວິ​ສ​ຄອນ​ຊິນ.

ບັນ​ດາ​ນັກ​ຢັ່ງ​ຫາງ​ສຽງ​ໄດ້​ພິ​ຈາ​ລະ​ນາ​ບັນ​ຫາ​ທີ່​ປົກ​ກະ​ຕິ​ເຊັ່ນ: ການ​ເຮັດ​ແທ້ງ​ລູກ, ການ​ປົກ​ປັກ​ຮັກ​ສາ​ປະ​ຊ​າ​ທິ​ປະ​ໄຕ, ເສດ​ຖະ​ກິດ, ຄວາ​ມ​ໝັ້ນ​ຄົງ​ແຫ່ງ​ຊາດ ແລະ ຄົນ​ເຂົ້າ​ເມືອງ, ແຕ່​ຍັງ​ ກ່ຽວ​ກັບ ວິ​ທີ​ທີ່​ບັນ​ດາ​ຜູ້​ລົງ​ຄະ​ແນນ​ສຽງ​ພິ​ຈາ​ລະ​ນາກ່ຽວ​ກັບ ການ​ຮັບ​ມືກັບ​ຄວາມ​ຂັດ​ແຍ້ງ​ ລະ​ຫວ່າງ ອິ​ສ​ຣາ​ແອ​ລ ແລະ ກຸ່ມ​ຮາ​ມາ​ສ ຂອງ​ທ່ານ ໄບ​ເດັນ ດ້ວຍ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG