ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ການຢັ່ງຫາງສຽງປະຊາຊົນ ສະແດງໃຫ້ເຫັນວ່າ ການແຂ່ງຂັນ ມີຄະແນນສູສີກັນ ກ່ອນໜ້າ ກອງປະຊຸມເລືອກຕັ້ງ ລັດໄອໂອວາ

ພະນັກງານສອງຄົນ ກຳລັງແກະເອົາທຸງຊາດ ສະຫະລັດ ລົງ ຫຼັງຈາກການໂຄສະນາຫາສຽງ ທີ່ຢຸດແວ່ໂດຍຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ສັງກັດພັກເດໂມແຄຣັສ ທ່ານນາງ Hillary Clinton ຢູ່ທີ່ Family Fun Center ໃນເມືອງ Adel ຂອງລັດໄອໂອວາ, ວັນທີ 27 ມັງກອນ 2016.

ຍັງເຫຼືອອີກພຽງສອງມື້ເທົ່ານັ້ນ ກ່ອນຈະເຖິງມື້ ທີ່ບັນດາຜູ້ມີສິດ
ປ່ອນບັດຂອງລັດ Iowa ຈະໄດ້ເປີດການສະເໜີຊື່ຜູ້ຕາງໜ້າ
ຄັ້ງທຳອິດ ສຳລັບການເລືອກຕັ້ງຂັ້ນຕົ້ນ ຂອງສະຫະລັດ ຊຶ່ງ
ເປັນການຈັບຕາເບິ່ງ ການຢັ່ງຫາງສຽງ ຢ່າງໃກ້ຊິດ ທີ່ສະເໜີ
ແນະວ່າ ສູສີກັນ ແລະ ສ່ວນໃຫຍ່ແລ້ວ ບໍ່ມີການປ່ຽນແປງໃນ
ການແຂ່ງຂັນ ຂອງພັກເດໂມແຄຣັສ ແລະ ພັກຣີພັບບລີກັນ ເລີຍ.

ການຢັ່ງຫາງສຽງລັດ Iowa ທີ່ໄດ້ດຳເນີນງານໂດຍ Des
Moines Register ແລະ Bloomberg Politics ນັ້ນ ທີ່ໄດ້ຖືກ
ເປີດເຜີຍເມື່ອຕອນແລງວັນເສົາວານນີ້ ໄດ້ສະແດງໃຫ້ເຫັນວ່າ
ທ່ານ Donald Trump ແລະ ທ່ານນາງ Hillary Clinton
ແມ່ນຍັງຄົງມີຄະແນນສຽງນຳໜ້າໜ້ອຍດຽວ ຢູ່ໃນລັດ Hawkeye ນີ້.

ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ທ່ານນາງ Hillary Clinton ສັງກັດພັກເດໂມແຄຣັສ ກ່າວຄຳປາໄສ ຢູ່ທີ່ການໂຮມຊຸມນຸມ ທີ່ມະຫາວິທະຍາໄລ Iowa ໃນເມືອງ Ames ລັດ Iowa, ວັນທີ 30 ມັງກອນ 2016.
ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ທ່ານນາງ Hillary Clinton ສັງກັດພັກເດໂມແຄຣັສ ກ່າວຄຳປາໄສ ຢູ່ທີ່ການໂຮມຊຸມນຸມ ທີ່ມະຫາວິທະຍາໄລ Iowa ໃນເມືອງ Ames ລັດ Iowa, ວັນທີ 30 ມັງກອນ 2016.

ທ່ານ Trump ນັກທຸລະກິດພັນລ້ານ ນຳໜ້າໂດຍໄດ້ຮັບຄະແນນສຽງ 28 ເປີເຊັນ ທຽບ
ໃສ່ 23 ເປີເຊັນ ຂອງຄູ່ແຂ່ງທີ່ຕິດຕາມມາໃກ້ຄຽງທີ່ສຸດ ຄືສະມາຊິກສະພາສູງຈາກລັດ
Texas ທ່ານ Ted Gruz ນັ້ນ. ຕັ້ງແຕ່ຕົ້ນເດືອນມັງກອນມາ ທ່ານ Trump ໄດ້ມີຄະແນນ
ສຽງສູງຂຶ້ນ 6 ເປີເຊັນ ໃນການຢັ່ງຫາງສຽງ.

ຜູ້ສະໝັກແຂ່ງຂັນ ເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ ທ່ານ Donald Trump ໂບກມືໃຫ້ແກ່ບັນດາຜູ້ສະໜັບສະໜູນ ໃນຂະນະທີ່ ທ່ານໄປເຖິງ ການໂຮມຊຸມນຸມ ໂຄສະນາຫາສຽງ ຢູ່ທີ່ ໂຮງຮຽນມັດຖະຍົມ Clinton ໃນເມືອງ Clinton ຂອງລັດ Iowa, ວັນທີ 30 ມັງກອນ 2016.

ໃນການຢັ່ງຫາງສຽງຂອງພາກສ່ວນອື່ນໆ ເມື່ອບໍ່ດົນມານີ້ ສະມາຊິກສະພາສູງຈາກລັດ
Florida ທ່ານ Marco Rubio ແມ່ນຢູ່ໃນຕຳແໜ່ງທີ 3 ຂອງພັກຣີພັບບລີກັນ ທີ່ມີຄຳ
ຫຍໍ້ຄື GOP ດ້ວຍຄະແນນສຽງ 15 ເປີເຊັນ ແລະ ທ່ານ Ben Carson ຢູ່ໃນຕຳແໜ່ງທີ
4 ດ້ວຍຄະແນນສຽງ 10 ເປີເຊັນ. ສ່ວນບັນດາຜູ້ສະໝັກແຂ່ງຂັນຄົນອື່ນໆທັງໝົດ ທີ່ລວມ
ຢູ່ໃນການຢັ່ງຫາງສຽງ ແມ່ນໄດ້ຮັບຂະແນນສຽງ ບໍ່ຮອດສິບເປີເຊັນ.

ສ່ວນຢູ່ທາງຟາກຂອງພັກເດໂມແຄຣັສ ອະດີດລັດຖະມົນຕີຕ່າງປະເທດທ່ານນາງ Clinton
ນຳໜ້າໝູ່ຕະຫລອດມາ ດ້ວຍຄະແນນສຽງ 45 ເປີເຊັນ. ຄູ່ແຂ່ງທີ່ສຳຄັນຂອງທ່ານນາງນັ້ນ
ກໍແມ່ນສະມາຊິກສະພາສູງ ຈາກລັດ Vermont ທ່ານ Bernie Sanders ທີ່ໄດ້ຮັບຄະ
ແນນສຽງຕິດຕາມມາດ້ວຍ 42 ເປີເຊັນ. ອະດີດ ຜູ້ປົກຄອງລັດ Maryland ທ່ານ Martin
O’Malley ໄດ້ຮັບຄະແນນສຽງພຽງ 3 ເປີເຊັນ ຂອງບັນດາຜູ້ມີສິດປ່ອນບັດ ທີ່ອາດເປັນຜູ້
ສະໜັບສະໜູນພັກເດໂມແຄຣັສ.

2016 Iowa
please wait
Embed

No media source currently available

0:00 0:00:57 0:00

XS
SM
MD
LG