ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຢັ່ງຫາງສຽງ ປະຊາຊົນ ສະແດງວ່າ ມີການຕໍ່ຕ້ານ ຈີນ ເພີ່ມຂຶ້ນ ໃນເກົາຫຼີໃຕ້


ພະນັກງານທັບບາງສ່ວນຂອງປ້າຍທີ່ເປັນຕົວອັກສອນຈີນ ທີ່ອ່ານຮວມກັນວ່າເກົາຫຼີໃຕ້, ໃນຮ້ານທີ່ຊຽງໄຮ້, ຈີນ, 15 ມີນາ, 2017
ພະນັກງານທັບບາງສ່ວນຂອງປ້າຍທີ່ເປັນຕົວອັກສອນຈີນ ທີ່ອ່ານຮວມກັນວ່າເກົາຫຼີໃຕ້, ໃນຮ້ານທີ່ຊຽງໄຮ້, ຈີນ, 15 ມີນາ, 2017

ການ​ຢັ່ງ​ຫາງ​ສຽງ​ຄັ້ງ​ໃໝ່ຂອງ​ປະຊາຊົນ ສະ​ແດງ​ໃຫ້​ເຫັນ​ວ່າ ມີ​ຄວາມ​ຮູ້ສຶກຕໍ່ຕ້ານ​ຈີນ
ຫຼາຍຂຶ້ນ ​ໃນ​ເກົາຫຼີ​ໃຕ້ ກ່ຽວ​ກັບ​ລາຍ​ງານຂ່າວທີ່​ວ່າ ມີ​ການ​ຕອບ​ໂຕ້​ທາງດ້ານ​ເສດຖະກິດ ​
ໂດຍ​ປັກ​ກິ່ງ ​ຕໍ່ການຕິດ​ຕັ້ງ ລະບົບຕໍ່​ຕ້ານ​ລູກສອນ​ໄຟທີ່​ຍິງ​ມາ​ໃນ​ລະ ດັບ​ສູງ ຫຼື THAAD.

​ກຳລັງ​ສະຫະລັດ ​ໄດ້​ເລີ່​ມທຳ​ການຕິດ​ຕັ້ງ​ລະບົບ​ທີ່​ກ້າວໜ້າ​ທັນ​ສະ​ໄໝ ຕໍ່ຕ້ານ​ລູກ​ສອນ​ໄຟ​
ຂີ​ປະ​ນາ​ວຸດ​ ​ໃນ​ເກົາຫຼີ​ໃຕ້ ຖ້າມກາງ​ການ​ຄ້ານ​ຂອງຈີນ, ​ແລະ​ຍັງ​ເປັນ​ທີ່​ຄາດກັນ​ວ່າ ລະບົບ​ດັ່ງກ່າວ​ຈະ​ໃຊ້​ການ​ໄດ້ພາຍ​ໃນ​ເດືອນ​ໜ້າ​ນີ້. ​ໂຊ​ລ໌ ​ແລະວໍ​ຊີງ​ຕັນ ຖົກຖຽງ​ວ່າ ລະບົບ THAAD ແມ່ນ​ມີ​ຄວາມ​ຈຳ​ເປັນ ທີ່​ຈະ​ຮັບ​ມື ກັບ​ຄວາມສາມາດ​ທີ່​ມີເພີ່ມ​ຂຶ້ນ​ຂອງ​ໂຄງການອາວຸດ​ນິວ​ເຄລຍ ​ແລະ ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດຂອງເກົາຫຼີເໜືອ.

ລະບົບຕໍ່ຕ້ານລູກສອນໄຟທີ່ຍິງມາໃນລະ ດັບສູງ ຫຼື (THAAD) ທີ່ສະແດງເຖິງຄວາມສາມາດ ໃນການຕ້ານຢັນທີ່ວ່ານີ້, ຊຶ່ງພາບນີ້ໄດ້ມາຈາກກະຊວງການຕ່າງປະເທດສະຫະລັດ ກ່ຽວກັບໂຄງການ ລູກສອນໄຟ.
ລະບົບຕໍ່ຕ້ານລູກສອນໄຟທີ່ຍິງມາໃນລະ ດັບສູງ ຫຼື (THAAD) ທີ່ສະແດງເຖິງຄວາມສາມາດ ໃນການຕ້ານຢັນທີ່ວ່ານີ້, ຊຶ່ງພາບນີ້ໄດ້ມາຈາກກະຊວງການຕ່າງປະເທດສະຫະລັດ ກ່ຽວກັບໂຄງການ ລູກສອນໄຟ.

ປັກ​ກິ່ງ ກ່າວ​ວ່າ ນັ້ນ​ແມ່ນ​ການທ້າ​ທາຍທາງ​ທະຫານ ທີ່ເພີ່ມທະ​ຂຶ້ນ ໃນ​ຂົງ​ເຂດ ​ແລະເປັນ
​ຫວ່ງວ່າ ​ເຣດາ​ທີ່​ມີ​ປະສິດທິ​ພາບ​ສູງ​ຂອງ​ລະບົບ​ດັ່ງກ່າວ ​ຈະ​ສາມາດ​ໃຊ້ເພື່ອ​ຕໍ່ຕ້ານ​ພວກ​ຕົນ ​ແລະ​ບັນດາ​ປະ​ເທດ​ອື່ນໆ​ນຳ​ດ້ວຍ. ປັກ​ກິ່ງ ​ແມ່ນ​ໄດ້​ມີ​ລາຍ​ສະ​ເໝີ​ມາ​ວ່າ ​ໄດ້ຕອບ​ໂຕ້
ຕໍ່ການຕິດຕັ້ງລະບົບ THAAD ​ໂດຍ​ການ​ຈຳກັດ​ຮັດ​ແຄບ​ ​ໃນ​ການ​ປະຕິບັດ​ງານຂອງ​ບາງ
ບໍລິສັດ​ເກົາຫຼີ​ໃຕ້ ​ໃນ​ຈີນ ​ແລະ​ທຳການ​ຈຳກັດ​ຕ່າງໆ ​ໃນ​ເລື່ອງ​ສິນຄ້ານຳ​ເຂົ້າ ​ແລະ​
ຈຳນວນນັກ​ທ່ອງ​ທ່ຽວ​ຈີນ ​ໃນ​ເກົາຫຼີ​ໃຕ້ໃນ​ອາທິດ​ນີ້ ​ເກົາຫຼີ​ໃຕ້ ໄດ້ຮ້ອງທຸກຕໍ່ອົງການ
ການ​ຄ້າໂລກວ່າ ຈີນ ຊຶ່ງເປັນຄູ່ ການຄ້າ ທີ່ໃຫຍ່ສຸດຂອງ​ຕົນ ໄດ້ລະເມີດຕໍ່ຂໍ້ຕົກລົງ
ການຄ້າຍ້ອນລະບົບຕໍ່ຕ້ານ​ລູກສອນ​ໄຟ THAAD. ປັກກິ່ງ ຍັງບໍ່ທັນຮັບຮູ້ກ່ຽວ​ກັບ​ການ
ຈຳກັດຮັດ​ແຄບ​ທາງດ້ານເສດຖະກິດໃໝ່ໃດໆ ຕໍ່​ເກົາຫຼີ​ໃຕ້.

ພວກນັກທ່ອງທ່ຽວຊາວຈີນ ພາກັນຢືນຖ່າຍຮູບໝູ່ ໃນພະລາດຊະວັງ Gyeongbok ພາກາງຂອງ Seoul, ເກົາຫຼີໃຕ້, 5 ຕຸລາ, 2016.
ພວກນັກທ່ອງທ່ຽວຊາວຈີນ ພາກັນຢືນຖ່າຍຮູບໝູ່ ໃນພະລາດຊະວັງ Gyeongbok ພາກາງຂອງ Seoul, ເກົາຫຼີໃຕ້, 5 ຕຸລາ, 2016.

ສະຖາບັນການສຶກສາດ້ານນະ​ໂຍບາຍອາຊານ ໃນໂຊລ໌ ໄດ້ພິມເຜີຍແຜ່ບົດສະຫຼຸບ
ຂອງການສຶກສາ ໃນວັນຈັນວານນີ້ ເພື່ອຊັ່ງຊາ​ເບິ່ງ ຄວາມນິຍົມຂອງຊາວເກົາຫຼີໃຕ້
ທີ່ມີ​ຕໍ່ສະຫະລັດ ຈີນ ຍີ່ປຸ່ນ ແລະເກົາຫຼີເໜືອ ອີງ​ຕາມການສຳຫຼວດທົ່ວປະເທດ
ຂອງ​ປະຊາຊົນ 1 ພັນຄົນ ທີ່ເຂົ້າຮ່ວມ.

ໃນການສຳຫຼວດ​ຂອງ​ອົງການ​ອາຊາ​ນ ​ໃນເດືອນ ມີນາ ປີ 2017 ພົບ​ເຫັນ​ວ່າ ຄວາມ​ນິຍົ​ມ
ຕໍ່ຈີນ ​ແມ່ນ​ຕົກ​ລະດັບສູ່ 3.21 ໃນ​ລະດັບ​ວັດ​ແທກ​ແຕ່ 1 ​ເຖິງ 10 ​ໂດຍທີ່ 10 ໝາຍ​ເຖິງ
ລະດັບທີ່​ສູງ​ສຸດ​ນັ້ນ.

“ສິ່ງ​ທີ່​ໜ້າ​ສົນໃຈ​ນັ້ນ ຄວາມ​ນິຍົມ​ຈີນ ​ແມ່ນຍັງ​ຕ່ຳ​ກວ່າ​ຍີ່ປຸ່ນອີກ ທີ່​ຢູ່​ໃນ​ລະດັບ 3.33,”
ນັ້ນ​ແມ່ນ​ຄຳ​ເວົ້າຂອງ​ທ່ານ Kim Ji-yoon ນັກວິ​ໄຈ​ຈາກສະຖາບັນການສຶກສາດ້ານ
ນະ​ໂຍບາຍອາຊານ ​ແລະເປັນ​ຜູ້​ຮ່ວມ​ຈັດ​ໃຫ້​ມີ​ການ​ສຶກສາ​ໃນ​ຄັ້ງນີ້.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ພວກປະທ້ວງເກົາຫຼີໃຕ້ ພາກັນໂຮຮ້ອງຄຳຂັວນ ໃນຂະນະທີ່ທຳການໂຮມຊຸມນຸມ ທີ່ຕໍ່ຕ້ານລະບົບຕໍ່ຕ້ານລູກສອນໄຟທີ່ຍິງມາໃນລະ ດັບສູງ ຫຼື THAAD THAAD, ໃກ້ໆກັບໂຊລ໌, ເກົາຫຼີໃຕ້, 20 ຕຸລາ, 2016.
ພວກປະທ້ວງເກົາຫຼີໃຕ້ ພາກັນໂຮຮ້ອງຄຳຂັວນ ໃນຂະນະທີ່ທຳການໂຮມຊຸມນຸມ ທີ່ຕໍ່ຕ້ານລະບົບຕໍ່ຕ້ານລູກສອນໄຟທີ່ຍິງມາໃນລະ ດັບສູງ ຫຼື THAAD THAAD, ໃກ້ໆກັບໂຊລ໌, ເກົາຫຼີໃຕ້, 20 ຕຸລາ, 2016.

XS
SM
MD
LG