ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຢັ່ງຫາງສຽງ ພົບວ່າ ຄົນຜິວດຳ ສ່ວນນຶ່ງ ເຊື່ອວ່າ ສຫລ ໄດ້ບັນລຸເປົ້າໝາຍ ດ້ານສິດທິ ພົນລະເມືອງ


ຮູບພາບ ທ່ານມາຕິນ ລູເທີ ຄິງ ຈູ​ເນຍ ຜູ້ນຳສິດທິພົນລະເມືອງ ທີ່ຖືກລອບສັງຫານເກືອບ 50 ປີກ່ອນ.
ຮູບພາບ ທ່ານມາຕິນ ລູເທີ ຄິງ ຈູ​ເນຍ ຜູ້ນຳສິດທິພົນລະເມືອງ ທີ່ຖືກລອບສັງຫານເກືອບ 50 ປີກ່ອນ.

ກາ​ນຢັ່ງຫາງ​ສຽງ​ຄັ້ງ​ໃໝ່​ສະ​ແດງ​ໃຫ້​ເຫັນວ່າ ມີ​ພຽງ​ແຕ່ 1 ​ໃນ 10 ຂອງ​ຊາວ​ອາ​ເມຣິກັນ​ເຊື້ອສາຍອາ​ຟຣິກາຄິດ​ວ່າ​ ສະຫະລັດ​ໄດ້​ບັນລຸ​ເປົ້າ​ໝາຍ​ທັງ​ໝົດ​ໃນການຂະບວນການ
​ເຄື່ອນ​ໄຫວ ເພື່ອ​ສິດທິ​ພົນລະ​ເມືອງ ​ເກືອບ 50 ປີ​ມາແລ້ວ ຫຼັງຈາກ ການລອບ​ສັງຫານ ທ່ານມາຕິນ ລູເທີ ຄິງ ຈູ​ເນຍ.

ການ​ຢັ່ງຫາງ​ສຽງ​ໂດຍ​ອົງການ​ຂ່າວ​ເອພີ​ແລະສູນ​ກາງການ​ຄົ້ນ​ຄວ້າ​ປະຊາສຳພັນ
NORC ​ທີ່ນຳອອກ​ເຜີ​ຍ​ແຜ່ໃນ​ວັນ​ສຸກ​ວານ​ນີ້ ສະ​ແດງ​ໃຫ້​ເຫັນ​ວ່າ ສ່ວນ​ໃຫຍ່​ຂອງ​ຊາວ​
ອາ​ເມຣິກັນ​ເຊື້ອສາຍ​ອາ​ຟຣິກາ ​ເຊື່ອ​ວ່າ​ມີ​ການ​ຄືບ​ໜ້າເລັກ​ນ້ອຍ ຫຼືບໍ່ກໍບໍ່​ມີ​ເລີຍ ​ກ່ຽວ​
ກັບ​ຂອບເຂດຂອງ​ບັນຫາຕ່າງໆໃນດ້ານ​ສິດທິ​ພົນລະ​ເມືອງ ຮວມທັງ​ການ​ລາຍ​ງາ​ນຂ່າວແບບບໍ່ເຂົ້າຂ້າງອອກຂາຂອງ​ສື່​ມ​ວນ​ຊົນ ການຕາງ ໜ້າທາງດ້ານ​ການ​ເມືອງ
​ແລະໂອກາດທີ່ເທົ່າທຽມກັນທາງດ້ານ​ເສດຖະກິດ.

ການ​ຢັ່ງຫາງ​ສຽງ​ໄດ້​ພົບ​ເຫັນ​ວ່າ ຊາວ​ອາ​ເມຣິກັນ​ເຊື້ອສາຍ​ອາ​ຟຣິກາສ່ວນໃຫຍ່ແລ້ວ
ມີຄວາມເຊື່ອ ໄປໃນທາງທີ່ບໍ່ຄ່ອຍດີ ​ກ່ຽວ​ກັບ​ລະບົບ​ຍຸຕິ​ທຳ ໂດຍທີ່​ສາມ​ສ່ວນ​ສີ່​ກ່າວ​ວ່າ
​ໄດ້​ມີ​ການ​ຄື​ບໜ້າພຽງນ້ອຍ​ດຽວຫຼື​ບໍ່ກໍບໍ່ມີ​ເລີຍ ກ່ຽວ​ກັບ​ການປະ ຕິບັດ ຕໍ່ແບບເປັນທຳ
ຂອງພວກ​ຕຳຫຼວດ.

​ການຢັ່ງຫາງສຽງໄດ້ພົບ​ເຫັນວ່າ ມີພຽງແຕ່​ບ່ອນ​ດຽວ​ທີ່​ສ່ວນ​ໃຫຍ່​ຂອງ​ຊາວ​ອາ​ເມຣິກັນ​
|ເຊື້ອ​ສາຍ​ອາ​ຟຣິກາ ​ເຊື່ອ​ວ່າ ໄດ້ມີຄວາມກ້າວ​ໜ້າ​ຫຼາຍ ຫຼື​ຄວາມ​ກ້າວ​ໜ້າ​ຈຳນວນ​ນຶ່ງ​
ໄດ້ບັນລຸ ກ່ຽວກັບຄວາມສະເໝີພາບ​ດ້ານ​ຜິວ​ພັນ ນັບ​ຕັ້ງແຕ່ຂະບວນ ການ​ເຄື່ອນ​ໄຫວ
ເພື່ອ​ສິດທິ​ພົນລະ​ເມືອງໄດ້ເລີ້ມມານັ້ນກໍຄືສິດທິໃນການປ່ອນບັດ.

ສາມ​ສິບ​ເປີ​ເຊັນ​ຂອງ​ຊາວ​ເອ​ເມຣິກັນ 35 ​ເປີ​ເຊັນ​ຂອງ​ຄົນ​ຜິວ​ຂາວ​ແລະ​ພຽງແຕ່ 8 ​ເປີ​
ເຊັນ​ຂອງ​ຄົນ​ຜິວ​ດຳ ກ່າວ​ວ່າ ທັງ​ໝົດ ຫຼື​ສ່ວນໃຫຍ່​ຂອງ​ເປົ້າ​ໝາຍ​ຕ່່າງໆ ຂອງ​ຂະບວນ
ການ​ເຄື່ອນ​ໄຫວ​ ເພື່ອສິດທິພົນລະເມືອງ ໄດ້​ບັນລຸຜົນ ອີງ​ຕາມ​ການ​ຢັ່ງສຽງ. ສ່ວນ​ໃຫຍ່
​ທີ່​ເຫຼື​ອນັ້ນ ກ່າວກັນ​ວ່າ ​ມີ​ບາງສ່ວນນຶ່ງ​ໄດ້​ບັນລຸ​ຜົນ.

ການ​ຢັ່ງຫາງສຽງ​ຍັງສະ​ແດງ​ໃຫ້​ເຫັນ​ວ່າ ຄົນ​ຜິວ​ຂາວແມ່ນມີທ່າທາງຫຼາຍ​ກວ່າ​ຄົນ​ຜິວ​ດຳ
ທີ່​ຄິດ​ວ່າ ໄດ້​ມີ​ຄວາມ​ກ້າວ​ໜ້າ​ໃນ​ທຸກໆຂົງ​ເຂດທີ່​ໄດ້ມີການ​ຖາມ ​ຢູ່​ໃນ​ການ​ຢັ່ງ​ສຽງນັ້ນ.

​ເຈັດ​ສິບ​ເກົ້າ​ເປີ​ເຊັນ ຂອງ​ຊາວ​ອາ​ເມຣິກັນ​ເຊື້ອ​ສາບ​ອາ​ຟຣິກາກ່າວ​ວ່າ ພວກ​ຄົນ​ຜິວ​ດຳ ​ຍັງສືບຕໍ່ປະ​ເຊີນ​ໜ້າ​ກັບ​ຄວາມ​ເສຍປຽບ ທີ່ຈະ​ກ້າວໜ້າ ​ຢູ່​ໃນ​ສະຫະລັດ ​ໃນ​ຂະນະ​ທີ່ມີ
​ພຽງແຕ່ 44 ​ເປີ​ເຊັນ ​ຂອງ​ຄົນ​ຜິວ​ຂາວ ​ກ່າວ​ເຊັ່ນນັ້ນ.

ພາບວັນທີ 6 ເມສາ 1968 ທີເຫັນຮ້ານຄ້າ ຖືກປຸ້ນສະດົມ ແລະຖືກເຜົາໄໝ້ ໃນນະຄອນຫຼວງ ວໍຊິງຕັນ.
ພາບວັນທີ 6 ເມສາ 1968 ທີເຫັນຮ້ານຄ້າ ຖືກປຸ້ນສະດົມ ແລະຖືກເຜົາໄໝ້ ໃນນະຄອນຫຼວງ ວໍຊິງຕັນ.

ການຢັ່ງຫາງ​ສຽງ ​ຍັງ​ໄດ້ແບ່ງພວກ​ຕອບ ໂດຍ​ພັກ​ການ​ເມືອງ ​ແລະ​ໄດ້​ພົບ​ເຫັນ​ວ່າ 54 ​
ເປີ​ເຊັນ ​ຂອງ​ພັກຣີພັບ​ບລິ​ກັນປຽບທຽບ​ໃສ່​ 14 ​ເປີ​ເຊັນ​ຂອງ​ພັກ​ເດ​ໂມ​ແຄຣັດ ຄິດວ່າ​
ສ່ວນ​ໃຫຍ່ຫຼື​ເປົ້າ​ໝາຍ​ທັງ​ໝົດຂອງຂະບວນ​ການ​ເຄື່ອນ​ໄຫວ​ເພື່ອ ສິດທິ​ພົນລະເມືອງ
ໄດ້ບັນລຸ​ຜົນ.

ພາບວັນທີ 6 ເດືອນເມສາ 1968 ທີ່ເຫັນຄົນ ຍ່າງຜ່ານຖະໜົນ ບອກໃຫ້ຄົນອອກຈາກ ສະຖານທີ ໂດຍພວກ ເຈົ້າໜ້າທີ່ ໃສ່ໜ້າກາກປ້ອງກັນ ແກັສນໍ້ຕາ ທີ່ນະຄອນຫຼວງວໍຊິງຕັນ.
ພາບວັນທີ 6 ເດືອນເມສາ 1968 ທີ່ເຫັນຄົນ ຍ່າງຜ່ານຖະໜົນ ບອກໃຫ້ຄົນອອກຈາກ ສະຖານທີ ໂດຍພວກ ເຈົ້າໜ້າທີ່ ໃສ່ໜ້າກາກປ້ອງກັນ ແກັສນໍ້ຕາ ທີ່ນະຄອນຫຼວງວໍຊິງຕັນ.

ທ່ານ​ຄິງ​ໄດ້​ຖືກ​ຍິງ​ ​ແລະ​ເສຍ​ຊີວິດ​ໃນ​ວັນ​ທີ 4 ເດືອນ​ເມສາ 1968 ​ໃນ​ຂະນະ​ທີ່​ທ່ານ
ພັກ​ຢູ່​ໂຮງ​ແຮມ​ແຫ່ງນຶ່ງໃນເມືອງ​ແມ​ມຟິສລັດ​ເທນ​ເນັ​ສຊີ. ທ້າວ​ເຈ​ມສ໌ ​ເອີ​ລ ເຣ ຜູ້​ແບ່ງ
​ແຍກ​ທາງດ້ານຜິວ​ພັນ ​ໄດ້​ຮັບ​ສາລະພາບ​ຜິດ​ ໃນ​ການ​ສັງຫານ ​ແລະ​ໄ​ດ້​ໃຊ້ຊີວິດ​ຢູ່ໃນ
​ຄຸກ ​ກ່ອນ​ທີ່ຜູ້ກ່ຽວໄດ້​ເສຍ​ຊີວິດ​ໃນ​ປີ 1998.

ການ​ຢັ່ງ​ຫາງສຽງຂອງອົງການ​ຂ່າວ AP ແລະສູນກາງ NORC ​ໄດ້​ຕິດ​ຕໍ່​ພວກ ຜູ້ໃຫຍ່
1,337 ຄົນ ​ເພື່ອ​ທຳ​ການ​ສຳ​ຫຼວດ​ໃນ​ວັນທີ 15 ຫາ 19 ​ເດືອນ​ກຸມພາ​ທີ່​ຜ່ານມາ​ນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG