ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການ​ສຳຫຼວດ​ຄວາມ​ຄິດ​ເຫັນ​ກ່າວ​ວ່າ ຄົນ ອາ​ເມ​ຣິ​ກັນ ສ່ວນຫຼາຍ ສະ​ໜັບ​ສະ​ໜູນ​ການ​ສືບ​ຕໍ່​ ຊ່ວຍ​ເຫຼືອ ຢູ​ເຄ​ຣນ


ພະ​ນັກ​ງານ​ຂົນ​ການ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ​ລົງ​ຈາກ​ເຮືອ​ບິນ​ດັ່ງ​ກັບ​ສ່ວນ​ນຶ່ງ​ຂອງ​ການ​ຊ່ວຍ​ເຫຼື​ອ​ດ້າ​ນ​ຄວາມ​ປອດ​ໄພ​ຂອງ​ ສະ​ຫະ​ລັດ ໄປ​ໃຫ້ ຢູ​ເຄ​ຣນ, ສະ​ໜາ​ມ​ບິນ ບໍ​ຣີ​ສ​ປິ​ລ, ນອກ​ນະ​ຄອນຫຼວງ ກີ​ຢິບ, ຢູ​ເຄ​ຣນ, 11 ກຸມ​ພາ 2022.
ພະ​ນັກ​ງານ​ຂົນ​ການ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ​ລົງ​ຈາກ​ເຮືອ​ບິນ​ດັ່ງ​ກັບ​ສ່ວນ​ນຶ່ງ​ຂອງ​ການ​ຊ່ວຍ​ເຫຼື​ອ​ດ້າ​ນ​ຄວາມ​ປອດ​ໄພ​ຂອງ​ ສະ​ຫະ​ລັດ ໄປ​ໃຫ້ ຢູ​ເຄ​ຣນ, ສະ​ໜາ​ມ​ບິນ ບໍ​ຣີ​ສ​ປິ​ລ, ນອກ​ນະ​ຄອນຫຼວງ ກີ​ຢິບ, ຢູ​ເຄ​ຣນ, 11 ກຸມ​ພາ 2022.

ຄົນອາເມຣິກັນສ່ວນຫຼາຍ ປະ​ມານ 57 ເປີເຊັນ ເຊື່ອວ່າ ສະຫະລັດ ຄວນສືບຕໍ່ ສົ່ງການຊ່ວຍເຫຼືອທາງທະຫານ ແລະ ການເງິນໄປໃຫ້ປະຊາຊົນ ຢູເຄຣນ ໃນການຕໍ່ສູ້ຂອງເຂົາເຈົ້າ ກັບການຮຸກຮານຂອງ ຣັດເຊຍ, ອີງຕາສການສຳຫຼວດຄວາມຄິດເຫັນໃໝ່ ທີ່ຖືກເປີດເຜີຍໃນວັນພະຫັດວານນີ້.

ໃນການສຳຫຼວດປະຈຳປີໂດຍສະຖາບັນ ໂຣໂນລ ເຣແກນ ນັ້ນ, ມີພຽງນຶ່ງສ່ວນສາມ ຫຼື​ປະ​ມານ 33 ເປີເຊັນ ເທົ່ານັ້ນທີ່ເວົ້າວ່າ ເຂົາເຈົ້າເຊື່ອວ່າ ສະຫະລັດ ບໍ່ສາມາດທີ່ຈະໃຊ້ເງິນເພີ່ມເຕີມໃນຄວາມຂັດແຍ້ງ ແລະ ສ່ຽງການຍຸແຍ່ ຣັດເຊຍ ຕໍ່ໄປ.

ຜູ້ຕອບຄຳຖາມ 82 ເປີເຊັນພິຈາລະນາຣັດ​ເຊຍ​ເປັນ​ສັດ​ຕູ ຊຶ່ງ​ເປັນ​ການ​ເພີ້ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ​ ຈາກ​ຕອນ​ເລີ້ມ​ຕົ້ນ ​ໃນ​ປີ 2018 ແລະ​ເພີ້ມ​ຂຶ້ນ​ເລັ​ກ​ນ້ອຍ​ຈາກ​ປີ​ກາຍ ເວ​ລາ​ສອງ​ສ່ວນ​ສາມ ຫຼື​ປະ​ມານ 65 ເປີ​ເຊັນ​ຂອງ​ຜູ້​ຕອບ​ຄຳ​ຖາມ​ເຫັນ​ວ່າ​ຣັດ​ເຊຍ​ເປັນ​ສັດ​ຕູ.

ໃນ​ອີກ​ດ້ານ​ນຶ່ງນັ້ນ ຊາວ​ອາ​ເມ​ຣິ​ກັນ 76 ເປີ​ເຊັນ​ເຫັນ​ວ່າ ຢູເຄຣນ ເປັນພັນທະມິດ, ເຊິ່ງໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍຈາກປີ 2021 ເວລາທີ່ຜູ້ຕອບຕໍ່າເກືອບເຄິ່ງນຶ່ງ ​ຫຼື 49 ເປີເຊັນ ທີ່ຮູ້ສຶກແນວນັ້ນ.

ການບຸກລຸກຂອງ ຣັດເຊຍ ໃນ ຢູເຄຣນ ໄດ້ເລີ່ມຂຶ້ນໃນວັນທີ 24 ກຸມພາ. ຣັດເຊຍ ໄດ້ທຳການໂຈມຕີດ້ວຍລູກສອນໄຟຫຼາຍຄັ້ງ ແລະ ໄດ້ສົ່ງທະຫານ ຣັດເຊຍ ຫຼາຍເຖິງ 220,000 ຄົນເຂົ້າໄປໃນ ຢູເຄຣນ ໃນຄວາມພະຍາຍາມທີ່ຈະຂັບໄລ່ລັດຖະບານ ແລະ ຄວບຄຸມເຂດແດນຂອງ ຢູເຄຣນ. ກອງກຳລັງ ຣັດເຊຍ ໄດ້ຍຶດເອົາເຂດແດນຢ່າງວ່ອງໄວໃນວັນຕໍ່ມາ ແຕ່ໄດ້ປະສົບກັບຄວາມລົ້ມແຫຼວທີ່ຈະຍຶດເອົານະຄອນຫຼວງ ກີຢິບ. ນັບຕັ້ງແຕ່ນັ້ນມາ, ກອງກຳລັງ ຢູເຄຣນ ໄດ້ເຮັດໃຫ້ກອງກຳລັງ ຣັດເຊຍ ຖອນອອກໄປຢ່າງໜ້າອັບອາຍໃນພາກເໜືອ ແລະ ພາກໃຕ້.

ໂດຍສອດຄ່ອງກັບການສຳຫຼວດຂອງສະຖາບັນ ໂຣໂນລ ເຣແກນ ກ່ອນໜ້ານີ້, ປະຊາຊົນອາເມຣິກັນສ່ວນຫຼາຍ (60 ເປີເຊັນ) ມີທັດສະນະຄະຕິທີ່ດີ ກ່ຽວກັບ ອົງການ NATO, ໃນຂະນະທີ່ພັນທະມິດດັ່ງກ່າວໄດ້ຂະຫຍາຍການສະໜັບສະໜູນໃຫ້ ຢູເຄຣນ ແລະ ເສີມຂະຫຍາຍການປ້ອງກັນໃນເຂດຊາຍແດນພາກຕາ ເວັນອອກຂອງເຂົາເຈົ້າຕິດກັບ ຣັດເຊຍ.

ປະຊາຊົນ ອາເມຣິກັນ ໄດ້ມີຄວາມເປັນຫ່ວງຍິ່ງຂຶ້ນ ກ່ຽວກັບ ໄພຂົ່ມຂູ່ຈາກ ຈີນ, ໂດຍສາມສ່ວນສີ່ (75 ເປີເຊັນ) ເວົ້າວ່າເຂົາເຈົ້າເຫັນ ຈີນ ເປັນສັດຕູ, ເຊິ່ງເພີ່ມຂຶ້ນເກືອບ ສອງສ່ວນສາມ (65 ເປີເຊັນ) ໃນປີ 2021 ແລະ ຫຼາຍກວ່າເຄິ່ງນຶ່ງໃນປີ 2018 (55 ເປີເຊັນ.)

ຄົນສ່ວນຫຼາຍທີ່ຖືກສຳຫຼວດນັ້ນເຫັນວ່າ ຈີນ ເປັນປະເທດທີ່​ເປັນໄພຂົ່ມຂູ່ໃຫຍ່ ທີ່ສຸດຕໍ່ ສະຫະລັດ, ແລະ 70 ເປີເຊັນໄດ້ສະແດງຄວາມເປັນຫ່ວງ ກ່ຽວກັບ ໄພຂົ່ມຂູ່ຂອງ ຈີນ ທີ່ຈະເຂົ້າໄປຮຸກຮານ ໄຕ້ຫວັນ ໃນ​ໄລ​ຍະຫ້າປີຂ້າງໜ້າ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG