ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານນາງ Clinton ນຳໜ້າ ທ່ານ Trump 15 ເປີເຊັນ ໃນການຢັ່ງຫາງສຽງຄັ້ງໃໝ່

ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ທ່ານ Donald Trump,ຊ້າຍ, ແລະ ທ່ານນາງ Hillary Clinton ບໍ່ໄດ້ຮັບຄວາມນິຍົມຊົມຊອບຈາກບັນດາຜູ້ລົງຄະແນນສຽງຈຳນວນຫຼາຍ.
ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ທ່ານ Donald Trump,ຊ້າຍ, ແລະ ທ່ານນາງ Hillary Clinton ບໍ່ໄດ້ຮັບຄວາມນິຍົມຊົມຊອບຈາກບັນດາຜູ້ລົງຄະແນນສຽງຈຳນວນຫຼາຍ.

ໃນການສຳຫຼວດຂອງບັນດາຜູ້ລົງຄະແນນສຽງ ສະຫະລັດ ທີ່ໄດ້ຖືກເປີດເຜີຍອອກມາໃນ ສັບປະດານີ້ ສະແດງໃຫ້ເຫັນວ່າ ຜູ້ຖືກສະເໜີຊື່ເອົາຕຳແໜ່ງປະທານາທິບໍດີ ຈາກພັກຣີ ພັບບລີກັນ ທ່ານ Donald Trump ໄດ້ມີຄະແນນຕາມຫຼັງຄູ່ແຂ່ງຂັນຂອງທ່ານຈາກພັກ ເດໂມແຄຣັດ, ທ່ານນາງ Hillary Clinton ດ້ວຍຊ່ອງຫວ່າງທີ່ໃຫຍ່ພໍສົມຄວນ ຫຼັງຈາກ ກອງປະຊຸມຫຼວງແຫ່ງຊາດຂອງພັກເດໂມແຄຣັດ ໃນເດືອນທີ່ຜ່ານມາ.

ການສຳຫຼວດຄັ້ງຫຼ້າສຸດ, ໃນການຢັ່ງຫາງສຽງຂອງ McClatchy-Marist ສະແດງໃຫ້ ເຫັນວ່າ ທ່ານນາງ Clinton ກຳລັງນຳໜ້າທ່ານ Trump ດ້ວຍຄວາມຫ່າງ 48 ເປີ ເຊັນ ຕໍ່ 33 ເປີເຊັນ. ການສຳຫຼວດດຽວກັນເມື່ອເດືອນທີ່ຜ່ານມາ ໄດ້ສະແດງໃຫ້ເຫັນທ່ານ ນາງ Clinton ມີຄະແນນນຳໜ້າທີ່ຕ່ຳກວ່ານີ້ທີ່ 42 ເປີເຊັນ ຕໍ່ 39 ເປີເຊັນ ຈາກຜູ້ທ້າຊິງ ຂອງທ່ານນາງຈາກພັກ ຣີພັບບລີກັນ.

ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈາກພັກຣີພັບບລີກັນ ທ່ານ Donald Trump ກ່າວໃນລະຫວ່າງການໂຄສະນາຫາສຽງ ທີ່ຫໍປະຊຸມ Merrill ໃນນະຄອນ Portland ລັດ Maine. 4 ສິງຫາ 2016.
ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈາກພັກຣີພັບບລີກັນ ທ່ານ Donald Trump ກ່າວໃນລະຫວ່າງການໂຄສະນາຫາສຽງ ທີ່ຫໍປະຊຸມ Merrill ໃນນະຄອນ Portland ລັດ Maine. 4 ສິງຫາ 2016.

ຜູ້ອຳນວຍການຂອງກຸ່ມຍັ່ງຫາງສຽງມະຫາວິທະຍາໄລ Marist ທ່ານ Lee Miringoff ໄດ້ ກ່າວໃນວັນສຸກວານນີ້ວ່າ ການຫັນປ່ຽນຢ່າງວ່ອງໄວໃນທາງເລືອກຂອງບັນດາຜູ້ລົງຄະ ແນນສຽງໄດ້ສະແດງໃຫ້ເຫັນວ່າ “ການສະໝັກຮັບເລືອກຕັ້ງຂອງທ່ານ Trump ແມ່ນ ກຳລັງປະສົບກັບຄວາມຫາຍານະ.”

ການຢັ່ງຫາງສຽງໄດ້ດຳເນີນຂຶ້ນໃນວັນຈັນ ຫາ ວັນພຸດຂອງສັບປະດານີ້, ແລະ ໄດ້ອອກ ມາເປີດເຜີຍໃນວັນພະຫັດມື້ຕໍ່ມາ. ທ່ານ Miringoff ໄດ້ກ່າວວ່າ “ມັນມີຄວາມຜິດພາດທີ່ ເປັນລາຍຊື່ຍາວໂດຍທ່ານ Trump” ລວມທັງຂໍ້ໂຕ້ແຍ້ງທີ່ສ້າງຂຶ້ນມາໂດຍຄຳວິຈານ ຂອງທ່ານ ກ່ຽວກັບ ຄູ່ຜົວເມຍຊາວມຸສລິມ ທີ່ໄດ້ຂຶ້ນກ່າວໃນການປະຊຸມຮອບສຸດທ້າຍ ຂອງກອງປະຊຸມຫຼວງພັກເດໂມແຄຣັດ ໃນວັນທີ 28 ກໍລະກົດ ແລະ ໄດ້ເຮັດໃຫ້ການສະ ໜັບສະໜູນສຳລັບທ່ານນາງ Clinton ເພີ່ມຂຶ້ນສຳລັບຜົນຂອງການຢັ່ງຫາງສຽງ ພາຍຫຼັງ ກອງປະຊຸມຫຼວງນັ້ນ.

ແນວໃດກໍຕາມ, ຈຳນວນຕົວເລກທັງໝົດ ແມ່ນບໍ່ໄດ້ເປັນແງ່ບວກຢ່າງແນ່ນອນສຳລັບ ອະດີດລັດຖະມົນຕີການຕ່າງປະເທດ ທ່ານນາງ Clinton. ການຢັ່ງຫາງສຽງ Marist ໄດ້ ລະບຸ 40 ເປີເຊັນຂອງບັນດາຜູ້ລົງຄະແນນສຽງທີ່ໄດ້ລົງຖະບຽນ ໄດ້ກ່າວວ່າ ປັດໃຈຫຼັກ ທີ່ໄດ້ກະຕຸ້ນໃຫ້ພວກເຂົາເຈົ້າສະໜັບສະໜູນທ່ານນາງ Clinton ແມ່ນຄວາມບໍ່ເຫັນດີ ຂອງພວກເຂົາເຈົ້າຕໍ່ທ່ານ Trump.

ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີຈາກພັກ ເດໂມແຄຣັດ ທ່ານນາງ Hillary Clinton ກ່າວທີ່ງານລ້ຽງອາຫານກາງວັນ ຫໍກຽດຕິຍົດ ສະມາຄົມນັກຂ່າວຄົນຜິວດຳແຫ່ງຊາດ ແລະ ສະມາຄົມນັກຂ່າວທີ່ເວົ້າພາສາສເປນ ແຫ່ງຊາດ ໃນໂຮງແຮມ Marriott Wardman Park ໃນນະຄອນຫຼວງ ວໍຊິງຕັນ. 5 ສິງຫາ 2016.

ການຢັ່ງຫາງສຽງໄດ້ກ່າວວ່າ 55 ເປີເຊັນຂອງບັນດາຜູ້ລົງຄະແນນສຽງທີ່ໄດ້ລົງຖະບຽນ ໄດ້ມີຄວາມຄິດເຫັນທີ່ບໍ່ສະໜັບສະໜູນທ່ານນາງ Clinton. ແຕ່ຢ່າງໃດກໍຕາມ, ທ່ານ Trump ແມ່ນຮ້າຍແຮງກວ່ານັ້ນ, ດ້ວຍ 66ເປີເຊັນຂອງຜູ້ທີ່ໄດ້ຖືກສຳຫຼວດໄດ້ປະກາດ ວ່າພວກເຂົາເຈົ້າບໍ່ມັກນັກທຸລະກິດພັນລ້ານ.

ຖ້າເວົ້າເຖິງພວກຜູ້ລົງຄະແນນສຽງທີ່ມີອາຍຸຕ່ຳກວ່າ 30 ປີແລ້ວ, ຄວາມຄິດເຫັນແມ່ນ ຊັດເຈນ.

ການຢັ່ງຫາງສຽງ McClatchy ແລະ ການສຳຫຼວດ ກ່ຽວກັບ ບັນດາຜູ້ລົງຄະແນນສຽງ ດຳເນີນໂດຍເຄືຍຂ່າຍ GenForward ສະແດງໃຫ້ເຫັນຕົວເລກຕ່ຳກວ່າ 25 ເປີເຊັນຂອງ ບັນດາຜູ້ລົງຄະແນນສຽງທີ່ມີອາຍຸ 18 ຫາ 30 ປີມີຄວາມຄິດເຫັນສະໜັບສະໜູນທ່ານ Trump.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG