ການຢັ່ງຫາງສຽງໃໝ່ຂອງມະຫາວິທະຍາໄລຄວີນນີພຽກ (Quinninpiac) ໄດ້ສະແດງ
ໃຫ້ເຫັນວ່າ ຜູ້ປ່ອນບັດເລືອກຕັ້ງຊາວອາເມຣິກັນສ່ວນໃຫຍ່ແມ່ນເຫັນດີນຳການຈັດການ
ດ້ານເສດຖະກິດຂອງປະທານາທິບໍດີ ດໍໂນລ ທຣຳ.
ການຢັ່ງຫາງສຽງດັ່ງກ່າວພົບວ່າ 53 ເປີເຊັນຂອງພວກໄປປ່ອນບັດ ທີ່ໄດ້ເຂົ້າຮ່ວມການ
ສຳຫລວດແມ່ນເຫັນດີນຳຕໍ່ການດູແລວຽກງານດ້ານເສດຖະກິດຂອງທ່ານ, ຊຶ່ງເປັນ
ການໃຫ້ຄະແນນທີ່ດີທີ່ສຸດເທົ່າທີ່ມີມາຕໍ່ບັນຫາດັ່ງກ່າວ. 42 ເປີເຊັນຂອງຄົນພວກນັ້ນ
ບອກວ່າ ເຂົາເຈົ້າບໍ່ເຫັນດີນຳນະໂຍບາຍເສດຖະກິດຂອງທ່ານ.
ຫລາຍກວ່າເຄິ່ງນຶ່ງຂອງພວກປ່ອນບັດ ກໍຄື 54 ເປີເຊັນ ແມ່ນບໍ່ເຫັນດີນຳການປະຕິບັດ
ງານ ຂອງທ່ານ ທຣຳ ໂດຍລວມ ໃນຂະນະທີ່ 41 ເປີເຊັນບອກວ່າ ເຂົ້າເຈົ້າເຊື່ອວ່າ
ທ່ານເຮັດໄດ້ດີຫລາຍ.
ໃນດ້ານນະໂຍບາຍການຕ່າງປະເທດນັ້ນ 42 ເປີເຊັນ ຂອງພວກປ່ອນບັດໃຫ້ຄະແນນ
ສູງແກ່ທ່ານທຣຳ ໃນຂະນະທີ່ 53 ເປີເຊັນຂອງພວກເຂົາເຈົ້າ ບອກວ່າ ບໍ່ເຫັນດີນຳວິທີ
ການແກ້ໄຂບັນຫາເຫລົ່ານັ້ນ.
ມີແຕ່ 40 ເປີເຊັນຂອງພວກປ່ອນບັດເທົ່ານັ້ນ ທີ່ເຫັນດີນຳວິທີການຂອງທ່ານ ໃນການ
ແກ້ໄຂບັນຫາຄົນເຂົ້າເມືອງ ເມື່ອທຽບກັບ 56 ເປີເຊັນຂອງພວກເຂົາເຈົ້າ ບອກວ່າບໍ່
ເຫັນດີນຳ.
ທ່ານທຣຳ ກໍບໍ່ໄດ້ຮັບຄະແນນດີເຊັ່ນກັນໃນການຮັບມືຂອງທ່ານຕໍ່ບັນຫາທີ່ກ່ຽວຂ້ອງ
ກັບເລື້ອງຊົນຊາດຊົນເຜົ່າ. ການຢັ່ງຫາງສຽງສະແດງໃຫ້ເຫັນວ່າ 35 ເປີເຊັນຂອງ
ພວກປ່ອນບັດບອກວ່າ ເຫັນດີນຳນະໂຍບາຍທີ່ກ່ຽວຂ້ອງກັບເລື້ອງຊົນຊາດ ຊົນເຜົ່າ
ໃນຂະນະທີ່ 59 ເປີເຊັນບອກວ່າບໍ່ເຫັນດີນຳ.