ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຄວາມນິຍົມ ຂອງປະທານາທິບໍດີ ທຣຳ ໄດ້ຫລຸດລົງຕື່ມອີກ


ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ລົມກັບນັກຂ່າວ ຢູ່ເທິງເຮືອບິນ Air Force One ທີ່ຖານທັບອາກາດຮ່ວມ Andrews ບໍ່ໄກຈາກນະຄອນຫຼວງ ວໍຊິງຕັນ.13 ກໍລະກົດ, 2017.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ລົມກັບນັກຂ່າວ ຢູ່ເທິງເຮືອບິນ Air Force One ທີ່ຖານທັບອາກາດຮ່ວມ Andrews ບໍ່ໄກຈາກນະຄອນຫຼວງ ວໍຊິງຕັນ.13 ກໍລະກົດ, 2017.

ການສຳຫຼວດຄວາມຄິດເຫັນຄັ້ງໃໝ່ ໄດ້ພົບເຫັນວ່າ ຄວາມນິຍົມຕໍ່ປະທານາທິບໍດີ
ສະຫະລັດ ໄດ້ຫຼຸດລົງນັບຕັ້ງແຕ່ລະດູບານໃໝ່ທີ່ຜ່ານ ມາ.

ໃນການສຳຫຼວດຄວາມຄິດເຫັນຄັ້ງຫຼ້າສຸດຂອງໜັງສືພິມ Washington Post ແລະ ໂທລະພາບ ABC ນັ້ນ, ຄະແນນອັດຕາ ຄວາມນິຍົມຊົມຊອບໂດຍລວມຕໍ່ທ່ານ ດໍໂນລ
ທຣຳ ໄດ້ຕົກລົງຈາກ 42 ເປີເຊັນ ຫາ 36 ເປີເຊັນໃນເດືອນເມສາທີ່ຜ່ານມາ. ແນວໃດກໍ
ຕາມ, ອັດຕາຄວາມນິຍົມຊົມຊອບຕໍ່ທ່ານ, ແມ່ນຍິ່ງຫຼຸດລົງໄປຕື່ມ, ຂະຫຍາຍຂຶ້ນ 5 ຄະ
ແນນເປັນ 58 ເປີເຊັນ, ພ້ອມດ້ວຍປະຊາຊົນ 48 ເປີເຊັນກ່າວວ່າ ພວກເຂົາເຈົ້າ “ບໍ່ເຫັນ
ດີຢ່າງແຮງ” ກ່ຽວກັບ ການປະ ຕິບັດໜ້າທີ່ຂອງປະທານາທິບໍດີໃນລະດັບໜຶ່ງ. ໜັງສືພິມ Washington Post ກ່າວວ່າ, ລະດັບດັ່ງກ່າວ ແມ່ນ “ບໍ່ເຄີຍມີໃຜເຮັດ ໄດ້ມາກ່ອນ”

ໂດຍອະດີດປະທານາທິບໍດີ ທ່ານ Bill Clinton ແລະ ທ່ານ ບາຣັກ ໂອບາມາ, ແຕ່ວ່າ
ທ່ານ George W Bush ໄດ້ບັນລຸລະດັບດັ່ງກ່າວ ໃນການດຳລົງຕຳແໜ່ງສະໄໝທີ
ສອງຂອງ ທ່ານ.

ປະຊາກອນ ສະຫະລັດ ເກືອບເຄິ່ງໜຶ່ງ ຫຼື 48 ເປີເຊັນ, ຄິດວ່າ ຖານະຂອງປະເທດຢູ່
ໃນໂລກແມ່ນໄດ້ຖືກທຳລາຍ ດ້ວຍການເປັນ ປະທານາທິບໍດີຂອງ ທ່ານ ທຣຳ, ໃນຂະ
ນະທີ່ ປະຊາຊົນ 27 ເປີເຊັນເວົ້າວ່າ ຖານະຂອງປະເທດແມ່ນແຂງແກ່ນກວ່າເກົ່າ.

ປະຊາຊົນ ອາເມຣິກັນ ອີກ 48 ເປີເຊັນ, ເມື່ອຖືກຖາມໂດຍສະເພາະເຈາະຈົງ ກ່ຽວກັບ
ທ່ານ ທຳ ເຈລະຈາກັບປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ນັ້ນ, ໄດ້ກ່າວ
ວ່າ ພວກເຂົາເຈົ້າບໍ່ເຊື່ອທ່ານ ທຣຳ “ເລີຍ.”

ການສຳຫຼວດຄວາມຄິດເຫັນໄດ້ດຳເນີນຂຶ້ນ ຫຼັງຈາກລາຍງານຫຼາຍຄັ້ງ ໃນໜັງສືພິມ
The New York Times ເປີດເຜີຍວ່າ ທ່ານ ດໍໂນ ທຣຳ ຈູເນຍ ແລະ ບັນດາເຈົ້າໜ້າ
ທີ່ຈາກການໂຄສະນາຫາສຽງຂອງ ພໍ່ຂອງລາວ ໄດ້ພົບປະກັບທະນາຍຄວາມຄົນ ຣັດ
ເຊຍ ແລະ ຄົນ ອື່ນໆຜູ້ທີ່ໄດ້ກ່າວວ່າ ພວກເຂົາເຈົ້າໄດ້ໃສ່ຮ້າຍປ້າຍສີໃນຂໍ້ມູນ ກ່ຽວກັບ
ຜູ້ລົງແຂ່ງຂັນຈາກພັກເດໂມແຄຣັດ ທ່ານນາງ Hillary Clinton.

ການພົບປະກັນໄດ້ຖືກເອີ້ນວ່າ “ບໍ່ເໝາະສົມ” ໂດຍປະຊາຊົນ ອາເມຣິ ກັນ 6 ໃນ 10 ຄົນ,
ອີກ 4 ຄົນກ່າວວ່າ ເໝາະສົມ. ແນວໃດກໍຕາມ, ສະມາຊິກພັກຣີພັບບລີກັນ ເຄິ່ງໜຶ່ງຈາກ
ທັງໝົດໄດ້ກ່າວວ່າ ການພົບ ປະແມ່ນເໝາະສົມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG