ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະຊາຊົນ ອາເມຣິກັນ ມີທັດສະນະຄະຕິ ເຫັນຊອບກັບ ເສດຖະກິດ ສະຫະລັດ ແຕ່ບໍ່ແມ່ນທ່ານ ທຣຳ


ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກ່າວຄຳປາໄສ ທີ່ສູນການຄ້າ ໂຣໂນລ ເຣແກັນ ໃນນະຄອນຫຼວງ ວໍຊິງຕັນ. 18 ທັນວາ, 2017.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກ່າວຄຳປາໄສ ທີ່ສູນການຄ້າ ໂຣໂນລ ເຣແກັນ ໃນນະຄອນຫຼວງ ວໍຊິງຕັນ. 18 ທັນວາ, 2017.

ປະຊາຊົນ ອາເມຣິກັນ ເກືອບສອງສ່ວນສາມ ມີທັດສະນະຄະຕິເຫັນຊອບກັບເສດຖະ
ກິດ ສະຫະລັດ, ອີງຕາມການສຳຫຼວດຄວາມຄິດເຫັນຄັ້ງໃໝ່, ເຖິງແມ່ນວ່າ ເຂົາເຈົ້າ
ຈະວິຈານປະທານາທິບໍດີ ດໍໂນລ ທຣຳ ໃນແງ່ລົບ ສຳລັບການຮັບມືກັບເສດຖະກິດທີ່
ໃຫຍ່ທີ່ສຸດຂອງໂລກ ແລະ ບັນຫາອື່ນໆຂອງທ່ານກໍຕາມ.

ໃນການສຳຫຼວດຄວາມຄິດເຫັນຄັ້ງຫຼ້າສຸດ, ມະຫາວິທະຍາໄລ ຄວິນນິພຽກ ກ່າວວ່າ
ຜູ້ລົງຄະແນນສຽງ 63 ເປີເຊັນຖືວ່າເສດຖະກິດ ສະຫະລັດ“ດີເລີດ” ຫຼື “ດີ”, ໃນຂະນະ
ທີ່ 34 ເປີເຊັນກ່າວວ່າ ມັນ “ບໍ່ດີປານໃດ” ຫຼື “ຕົກຕໍ່າ.”

ຜູ້ລົງຄະແນນສຽງ 3 ສ່ວນ 4 ໄດ້ອະທິບາຍເຖິງສະຖານະພາບທາງການເງິນຂອງເຂົາ
ເຈົ້າວ່າ “ດີເລີດ” ຫຼື “ດີ”, ໃນຂະນະທີ່ອີກສ່ວນນຶ່ງມີທັດສະນະຄະຕິເປັນແງ່ລົບ ກ່ຽວກັບ
ສະຖານະການດ້ານການເງິນສ່ວນຕົວຂອງເຂົາເຈົ້າ.

ບັນດານັກສຳຫຼວດຄວາມຄິດເຫັນໄດ້ກ່າວວ່າ ຜູ້ລົງຄະແນນສຽງ, ດ້ວຍຄະແນນ 51
ຕໍ່ 44 ບໍ່ເຫັນດີກັບທ່ານ ທຣຳ ໃນການຮັບມືກັບເສດຖະກິດ. ແລະ ດ້ວຍຄະແນນທີ່ສູສີ
ກັນ 45 ຕໍ່ 43 ເປີເຊັນບັນດາຜູ້ລົງຄະແນນສຽງກ່າວວ່າ ອະດີດປະທານາທິບໍດີ ບາຣັກ
ໂອບາມາ ຄວນໄດ້ຮັບຄວາມຍົກຍ້ອງຫຼາຍກວ່າທ່ານ ທຣຳ ສຳລັບສະພາບທີ່ດີຂຶ້ນ
ຂອງເສດຖະກິດ ສະຫະລັດ. ອັດຕາການຫວ່າງງານ 4.1 ເປີເຊັນໃນປັດຈຸບັນ ແມ່ນ
ຕໍ່າທີ່ສຸດໃນຮອບ 17 ປີ ແລະ ດັດສະນີຕະຫຼາດຮຸ້ນ ແມ່ນສູງທີ່ສຸດໃນປະຫວັດການ.

ເວົ້າໂດຍລວມແລ້ວ,​ ມະຫາວິທະຍາໄລ ຄວິນນິພຽກ ກ່າວວ່າ ບັນດາຜູ້ລົງຄະແນນ
ສຽງ 59 ຕໍ່ 37 ເປີເຊັນ ບໍ່ເຫັນດີ ກັບຜົນງານຂອງທຳນຽບຂາວ ໃນການດຳລົງຕຳແໜ່ງ
11 ເດືອນ ຂອງທ່ານ ທຣຳ, ເກືອບຈະຄືກັບການໃຫ້ທັດສະນະໃນແງ່ລົບຂອງອົງການ
ກາລລັບ 59 ຕໍ່ 36 ສຳລັບທ່ານ ທຣຳ.

ດ້ວຍຄະແນນຢ່າງກວ້າງຂວາງ, ບັນດາຜູ້ສຳຫຼວດຄວາມຄິດເຫັນໄດ້ກ່າວວ່າ ປະຊາ
ຊົນ ອາເມຣິກັນ ບໍ່ຄິດວ່າທ່ານ ທຣຳ ເປັນຄົນຈິງໃຈ, ບໍ່ມີທັກສະ ໃນການເປັນຜູ້ນຳທີ່ດີ,
ບໍ່ມີຄວາມສົນໃຈກັບປະຊາຊົນ ອາເມຣິກັນ ຄົນທຳມະດາ, ບໍ່ມີອາລົມທີ່ໝັ້ນຄົງ ແລະ
ບໍ່ແບ່ງປັນຄຸນຄ່າຂອງເຂົາເຈົ້າ. ແຕ່ມະຫາວິທະຍາໄລ ຄວິນນິພຽກ ກ່າວວ່າ ປະຊາຊົນ
ອາເມຣິກັນ 57 ຕໍ່ 40 ເປີເຊັນ ໃຫ້ທັດສະນະວ່າ ທ່ານ ທຣຳ ເປັນຄົນທີ່ເຂັ້ມແຂງ, ແລະ
52 ຕໍ່ 45 ເປີເຊັນຄິດວ່າທ່ານເປັນຄົນທີ່ສະຫຼາດ.

ການສຳຫຼວດຄວາມຄິດເຫັນໄດ້ມອງເບິ່ງທ່ານ ທຣຳ ໃນແງ່ລົບສຳລັບການຮັບມື ກ່ຽວ
ກັບ ນະໂຍບາຍການຕ່າງປະເທດ, ລັດທິກໍ່ການຮ້າຍ, ຄົນເຂົ້າເມືອງ, ປະກັນສຸຂະພາບ
ແລະ ນະໂຍບາຍພາສີ, ແມ່ນກະທັ້ງລັດຖະສະພາ ມີກຳນົດຈະຮັບຮອງການຕັດພາສີ
1 ພັນ 5 ຮ້ອຍຕື້ໂດລາ ໃນທົດສະວັດຂ້າງໜ້າ ເຊິ່ງແມ່ນໄຊຊະນະທາງນິຕິບັນຍັດຄັ້ງ
ໃຫຍ່ເທື່ອທຳອິດຂອງທ່ານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG