ທູດພິເສດຂອງອົງການສະຫະປະຊາຊາດ ໄປຍັງເຢເມນ ມີກຳນົດທີ່ຈະລາຍງານໃຫ້
ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ຊາບ ໃນວັນອັງຄານມື້ນີ້, ນຶ່ງມື້
ຫຼັງຈາກທີ່ພວກກະບົດ ໄດ້ສັງຫານ ອະດີດປະທານາທິບໍດີຂອງປະເທດ ແລະອະດີດ
ພັນທະມິດຂອງພວກເຂົາເຈົ້າທ່ານ ອາລີ ອັບດູລລາ ຊາເລ່ ແລະຕິດຕາມມາດ້ວຍ
ຄວາມຮຸນແຮງທີ່ເພີ້ມທະວີຂຶ້ນໃນນະຄອນຫຼວງຂອງປະເທດ ໂດຍການຍຸບການ
ເປັນພັນທະມິດຂອງພວກເຂົາເຈົ້າ.
ໂຄສົກປະຈຳອົງການສະຫະປະຊາຊາດ ທ່ານ ສຕີຟານ ດູຈາຣິກ ໄດ້ກ່າວຕໍ່ພວກນັກຂ່າວທາງໂທລະສັບວ່າ ທ່ານຄາດວ່າ ທູດພິເສດ ອິສແມລ ອູດເຊກ ອາເມດ ຈະຫາລື
ເຖິງຜົນທີ່ຕິດຕາມມາທາງດ້ານການເມືອງ ກ່ຽວກັບການສັງຫານຂອງທ່ານຊາເລ່.
“ເປັນທີ່ຈະແຈ້ງທີ່ວ່າ ມັນໄດ້ເພີ່ມລະດັບຄວາມສົນລະວົນເຂົ້າໃສ່ສະຖານະທາງການ
ເມືອງທີ່ຊັບຊ້ອນຢູ່ແລ້ວນັ້ນຕື່ມອີກ,” ນັ້ນຄືຄຳເວົ້າຂອງທ່ານດູຈາຣິກ ທີ່ໄດ້ກ່າວໄວ້.
ທ່ານໄດ້ກ່າວຢ້ຳແລ້ວວ່າ ອົງການຂອງໂລກ ແມ່ນພ້ອມແລ້ວ ທີ່ຈະເປັນຜູ້ໄກ່ເກ່ຍການ
ເຈລະຈາ ເພື່ອແກ້ໄຂວິກິດການທີ່ຮ້າຍແຮງນີ້ ທີ່ໄດ້ພາໃຫ້ມີຜູ້ຄົນເສັຍຊີວິດໄປແລ້ວ
ຢ່າງນ້ອຍ 10 ພັນ ຄົນ ແລະອີກຫຼາຍລ້ານຄົນ ຈຳເປັນຕ້ອງໄດ້ຮັບການຊ່ອຍເຫຼືອ
ທາງດ້ານມະນຸດສະທຳ ໃນເຢເມນ ນັບຕັ້ງແຕ່ປີ 2014 ເປັນຕົ້ນມາ.
ຜູ້ປະສານງານດ້ານມະນຸດສະທຳໃນເຢເມນ ຂອງອົງການສະຫະປະຊາຊາດ
ທ່ານ ເຈມສ໌ ເມັກໂກລດຣິຄ ໄດ້ຮຽກຮ້ອງໃຫ້ມີການຢຸດຍິງດ້ານມະນຸດສະທຳໃນ
ວັນອັງຄານມື້ນີ້ ເພື່ອອຳນວຍໃຫ້ປະຊາຊົນ ຊອກສະແຫວງຫາຄວາມຊ່ອຍເຫຼືອໄດ້.
“ຖະນົນຫົນທາງໃນນະຄອນຫຼວງ ຊານາອາ ໄດ້ກາຍມາເປັນສະໜາມລົບ. ແລະເຮັດ
ໃຫ້ຜູ້ຄົນຕົກຄ້າງຢູ່ໃນເຮືອນຂອງພວກເຂົາເຈົ້າ ບໍ່ສາມາດທີ່ຈະອອກໄປຫາບ່ອນລົບ
ຫຼີ້ທີ່ປອດໄພແລະຮັບການຮັກສາພະຍາບານ ແລະໄດ້ຮັບສິ່ງທີ່ຈຳເປັນຂັ້ນພື້ນຖານ
ເຊັ່ນອາຫານການກິນ ນ້ຳມັນເຊື້ອໄຟ ແລະນ້ຳທີ່ສະອາດ,” ນັ້ນແມ່ນຂໍ້ຄວາມໃນ
ຖະແຫຼງການ ຂອງທ່ານ ເມັກໂກລດຣິຄ.
ທ່ານ ຊາເລ່ ໄດ້ປົກຄອງປະເທດມາໄດ້ຫຼາຍກວ່າ 3 ທົດສະວັດ ກ່ອນທີ່ຈະຖືກໂຄ່ນລົ້ມ
ຍ້ອນໄດ້ຮັບຄວາມກົດດັນຈາກປະຊາຊົນແລະຄວາມກົດດັນທາງການເມືອງໃນປີ 2012
ແຕ່ວ່າ ຍັງສືບຕໍ່ເປັນຜູ້ກຳອຳນາດຢູ່ທາງເບື້ອງຫຼັງ, ໂດຍສ້າງຕັ້ງການພັນທະມິດກັບພວກ
ກະບົດຮູຕີທີ່ອີຣ່ານໜຸນຫລັງ ໃນຂະນະທີ່ພວກເຂົາເຈົ້າເຂົ້າຍຶດ ເອົານະຄອນຫຼວງ ຊານາ
ອາ ໃນປີ 2014 ແລະບັງຄັບໃຫ້ປະທານາທິບໍດີ ອັບດູ ຣາບູ ແມນຊົວ ຮາດີ ຫລົບໜີອອກ
ຈາກປະເທດ.
ຫົວໜ້າສັນນິບາດອາຣັບ ທ່ານ ອັບດູລ ກີທ ເຕືອນໃນວັນອັງຄານມື້ນີ້ວ່າ ການສັງຫານ
ດັ່ງກ່າວອາດຈະເຮັດໃຫ້ສະຖານະການດ້ານຄວາມໝັ້ນຄົງລະເບີດຂຶ້ນຢູ່ໃນປະເທດເຢເມນ.
ການຕາຍຂອງທ່ານຊາເລ່ ໃນວັນຈັນວານນີ້ ເປັນຈຸດສຸດຍອດຂອງສະຖານະການ
ທີ່ຮ້າຍແຮງມາເປັນຫຼາຍໆມື້ ທີ່ມີຂຶ້ນຫຼັງຈາກທີ່ທ່ານໄດ້ປະນາມພວກກະບົດຮູຕີ
ແລະແນະນຳໃຫ້ມີການຟື້ນສາຍສຳພັນກັບ ຊາອຸດີ ອາຣາເບຍ ຊຶ່ງໃນໄລຍະສອງປີ
ຜ່ານມານີ້ ໄດ້ເປັນຜູ້ນຳພາແນວໂຮມທາງທະຫານ ທີ່ສະໜັບສະໜຸນໂດຍທ່ານຮາດີ ນັ້ນ.