ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Trump ຕ້ອງຕິ ສະມາຊິກ ພັກຣີ ພັບບລີກັນ ແລະ ພັກເດໂມແຄຣັດ ຢ່າງຮຸນແຮງ


ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ຈາກພັກຣີພັບບລິກັນ ທ່ານ Donald Trump ກ່າວປາໄສ
ໃນລະຫວ່າງ ການຊຸມນຸມທີ່ນະຄອນ Pittsburgh, ລັດ Pennsylvania. 11 ມິຖຸນາ, 2016.
ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ຈາກພັກຣີພັບບລິກັນ ທ່ານ Donald Trump ກ່າວປາໄສ ໃນລະຫວ່າງ ການຊຸມນຸມທີ່ນະຄອນ Pittsburgh, ລັດ Pennsylvania. 11 ມິຖຸນາ, 2016.

ໃນການແຂ່ງຂັນເພື່ອເປັນປະທານາທິບໍດີ ສະຫະລັດ ຄົນຕໍ່ໄປ, ຜູ້ລົງແຂ່ງຂັນ ຈາກພັກ ຣີພັບບລີກັນ ທ່ານ Trump ໄດ້ໃຊ້ຄຳເວົ້າທີ່ຫຍາບຄາຍຕໍ່ພັກ ເດໂມ ແຄຣັດ ແລະ ຣີພັບບລີກັນ ໃນການຊຸມນຸມທີ່ນະຄອນ Pittsburgh ລັດ Pennsylvania ແລະ ເມືອງ Tampa ລັດ Florida ໃນວັນເສົາວານນີ້.

ທ່ານ Trump ໄດ້ກ່າວຕໍ່ຝູງຄົນປະມານ 2000 ຄົນໃນອູ່ສ້ອມແປງເຮືອບິນທີ່ ຮ້ອນອົບເອົ້າ, ທີ່ສະໜາມບິນສາກົນ Pittsburgh ວ່າ “ຂ້າພະເຈົ້າຢາກເຫັນ ຄວາມເປັນຜູ້ນຳຂອງສະມາຊິກພັກ ຣີພັບບລີກັນ ມີຄວາມເຂັ້ມແຂງຫຼາຍ, ສະຫຼາດຫຼາຍ ແລະ ທ່ານຕ້ອງເປັນຄົນທີ່ສະຫຼາດ.” ມັນເປັນຄຳເຕືອນຕໍ່ບັນ ດາຜູ້ນຳພັກຣີພັບບລີກັນ ທີ່ບັນດາສະມາຊິກຂອງພັກກຳລັງສ່ຽງໃນການເສຍ ບ່ອນນັ່ງໃນສະພາຕ່ຳ ແລະ ສະພາສູງ. ທ່ານ Trump ກ່າວອີກວ່າ “ຂ້າພະ ເຈົ້າຈະຊະນະ, ແຕ່ປະຊາຊົນຄົນອື່ນໆຫຼາຍຄົນຈະບໍ່ໄດ້ໄຊຊະນະ.”

ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີຈາກພັກຣີພັບບລີກັນ ທ່ານ Donald Trump ສະແດງທ່າທີ ໃນລະຫວ່າງ ການກ່າວຄຳປາໄສໂຄສະນາຫາສຽງໃນເມືອງ Tampa, ລັດ Florida. 11 ມິຖຸນາ, 2016
ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີຈາກພັກຣີພັບບລີກັນ ທ່ານ Donald Trump ສະແດງທ່າທີ ໃນລະຫວ່າງ ການກ່າວຄຳປາໄສໂຄສະນາຫາສຽງໃນເມືອງ Tampa, ລັດ Florida. 11 ມິຖຸນາ, 2016

ໃນເມືອງ Tampa, ບ່ອນທີ່ທ່ານ Trump ໄດ້ກອດທຸງຊາດ ອາເມຣິກາ ເພື່ອສະ ແດງໃຫ້ເຫັນເຖິງຄວາມຮັກຊາດທີ່ທ່ານມີຕໍ່ປະເທດຂອງທ່ານ, ທ່ານນາງ Hilary Clinton ຂູ່ແຂ່ງຂັນຈາກພັກເດໂມແຄຣັດ ໄດ້ຖືກໂຈມຕີຕາມເຄີຍ ສຳລັບການ ໃຊ້ອີເມລຂອງທ່ານນາງ ໃນເວລາທີ່ທ່ານນາງດຳລົງຕຳແໜ່ງລັດຖະມົນຕີການ ຕ່າງປະເທດ ແລະ ໄດ້ຖືກໂຈມຕີວ່າ “Hillary ຄົດໂກງ.” ແລະອະດີດຜູ້ລົງແຂ່ງ ຂັນເອົາຕຳແໜ່ງປະທານາທິບໍດີຈາກພັກຣີພັບບລີກັນ ທ່ານ Mitt Romney ກໍ ແມ່ນຍັງຖືກດູຖູກວ່າ “ໂງ່, ຜູ້ຜ່າຍແພ້ເລືອດເຢັນ” ສຳລັບການທີ່ທ່ານໄດ້ປະຕິ ເສດທີ່ຈະສະໜັບສະໜູນການເປັນຜູ້ສະໝັກຮັບເລືອກຕັ້ງ ຂອງທ່ານ Trump.

ອະດີດຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ທ່ານ Mitt Romney ກ່າວຄຳປາໄສໃນລະຫວ່າງການປະກົດຕົວທີ່ເມືອງ Salt lake City, ລັດ Utah.
ອະດີດຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ທ່ານ Mitt Romney ກ່າວຄຳປາໄສໃນລະຫວ່າງການປະກົດຕົວທີ່ເມືອງ Salt lake City, ລັດ Utah.

ທ່ານ Trump ກໍຍັງໄດ້ກ່າວລາມໄປເຖິງສະມາຊິກສະພາສູງພັກຣີພັບບລີກັນ ຜູ້ທີ່ນັບຖືສາສະໜາ ອິສລາມ ສຳລັບການບໍ່ໜູນຫຼັງທ່ານໃນການແຂ່ງຂັນ. ທ່ານໄດ້ກ່າວວ່າ ພັກຣີພັບບລີກັນ, “ຕ້ອງລວບລວມເອົາການປະຕິບັດການ ຂອງພວກເຂົາເຈົ້າເຂົ້າກັນ, ມາພ້ອມກັນເພື່ອໄຊຊະນະ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG