ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການສະແດງ ສຽດສີ ທາງການເມືອງ ຢູ່ງານ ບຸນປີໃໝ່ ຮົງກົງ (ວີດີໂອ/ສະໄລດ໌)


Year of the Horse Begins
please wait

No media source currently available

0:00 0:01:09 0:00
ລິງໂດຍກົງ
ປະຊາຊົນ​ໃນທົ່ວປະ​ເທດ​ຈີນກໍາລັງ​ພາກັນ​ສະຫລອງວັນຂຶ້ນ​ປີ​
ໃໝ່ ຊຶ່ງໃນປີນີ້ແມ່ນປີ​ມ້າ ຫຼືປີມະເມຍ ດ້ວຍການ​ເຕົ້າ​ໂຮມສະ
ມາຊິກໃນ​ຄອບຄົວ ຈູດ​ບັ້ງໄຟ​ດອກ​ແລະ​ໃຫ້​ຂອງຂວັນກັນແລະ
ກັນ. ແຕ່​ຢູ່​ສວນສາທາລະນະ​ແຫ່ງ​ນຶ່ງ​ໃນຮົງ​ກົງ ບຸນປີໃໝ່ທາງ
ຈັນທະຄະຕິນີ້ຍັງ​ເປັນ​ເວລາແຫ່ງການສຽດສີ​ຫຼືເຍາະເຍີ້ຍທາງ
​ການ​ເມືອງ.

ນອກເໜືອໄປຈາກ​ການຂາຍອາຫານ​ພື້ນ​ເມຶອງ​ແລະດອກ​ໄມ້​
ແລ້ວ ການ​ສະຫຼອງບຸນປີໃໝ່​ ເປັນ​ເວລາ​ຫົກ​ມື້ ​ຢູ່ໃນ​ສວນສາ
ທາລະນະ Victoria ​ຍັງເປັນສະໜາມລົບແບບເບີກບານມ່ວນ
ຊື່ນລະຫວ່າງແນວຄິດທາງການເມືອງ ທີ່ກົງກັນຂ້າມກັນ​.

ຜູ້​ສະໜັບສະໜູນ ພັກລັດຖະບານຄົນ​ນຶ່ງ ຂາຍ​ຫໍ່​ທີ່​ມີວິທະຍຸ digital ພ້ອມ​ດ້ວຍ​ເສັ້ນໝີ່ 2
ຫໍ່ ​ແລະອາຫາ​ທະ​ເລ​ນຶ່ງ​ກະ​ປອງ.

​ໃນ​ຂະນະ​ດຽວ​ກັນ ກຸ່ມ​ສະໜັບ​ສະ​ໜູນປະຊາທິປະ​ໄຕພາກັນ​ຢູ່​ທີ່​ນັ້ນ ​ເພື່ອ​ເປັນ​ການ​ເຕືອນ
​ໃຫ້​ທຸກ​ຄົນ ກ່ຽວກັບ​ຄວາມຮູ້ສຶກຂອງ​ຕົນຕໍ່​ລັດຖະບານນັ້ນ ຂາຍ​ເຈ້ຍ​ຫ້ອງ​ນໍ້າ ທີ່​ພິມຮູບໜ້າ ຫົວໜ້າບໍລິຫານ​ເຂດຮົງ​ກົງ ທ່ານ C.Y Leung.

ແມ່ນແຕ່ບັນດາ​ນັກ​ສິນລະປິນພື້ນຖານ ​ກໍ​ເຊັ່​ນດຽວກັນ ແມ່ນພາກັນກະ​ຕຸ້ນຕໍ່ແນ​ວຄິດ ທາງ​ ການ​ເມືອງ​ໃນ​ປີ​ນີ້. ນັກຂຽນທ່ານ Chan Kin Man ກ່າວ​ວ່າ ການຮຽກ​ຮ້ອງ​ທາງ​ການ​ເມືອງ
ສ່ວນໃຫຍ່ແມ່ນມາ​ຈາກ​ພວກຄົນໜຸ່ນ.





XS
SM
MD
LG