ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳ ພັກຝ່າຍຄ້ານ ເຄັນຢາ ຮຽກຮ້ອງໃຫ້ຈັດ ການເລືອກຕັ້ງ ປະທານາທິບໍດີ ຄັ້ງໃໝ່


ຜູ້ນຳພັກຝ່າຍຄ້ານ ທ່ານ ຣາຍລາ ໂອດິງກາ ລົມກັບອົງການ
ຂ່າວ AP ຢູ່ບ້ານຂອງທ່ານ ໃນເມືອງ ຄາເຣັນ, ຢູ່ເຂດນອກ
ນະຄອນຫຼວງ ໄນໂຣບີ. ເຄັນຢາ. 29 ຕຸລາ, 2017.
ຜູ້ນຳພັກຝ່າຍຄ້ານ ທ່ານ ຣາຍລາ ໂອດິງກາ ລົມກັບອົງການ ຂ່າວ AP ຢູ່ບ້ານຂອງທ່ານ ໃນເມືອງ ຄາເຣັນ, ຢູ່ເຂດນອກ ນະຄອນຫຼວງ ໄນໂຣບີ. ເຄັນຢາ. 29 ຕຸລາ, 2017.

ຜູ້ນຳພັກຝ່າຍຄ້ານຂອງປະເທດ ເຄັນຢາ ທ່ານ ຣາຍລາ ໂອດິງກາ ໄດ້ຮຽກຮ້ອງໃຫ້ຈັດ
ການເລືອກຕັ້ງປະທານາທິບໍດີຄັ້ງໃໝ່ພາຍໃນ 90 ວັນ, ໂດຍກ່າວວ່າ ປະເທດແມ່ນກຳ
ລັງຕົກຢູ່ໃນ “ອັນຕະລາຍຢ່າງຍິ່ງ” ຈາກຄວາມຮຸນແຮງທາງການເມືອງ.

ທ່ານ ໂອດິງກາ ໄດ້ກ່າວຕໍ່ອົງການຂ່າວ AP ສາມວັນຫຼັງຈາກທ່ານໄດ້ຄັດຄ້ານຕໍ່ການ
ເລືອກຕັ້ງໃນເດືອນສິງຫາຄືນໃໝ່ ໃນວັນພະຫັດຜ່ານມາ ເຊິ່ງຜົນທີ່ອອກມາໄດ້ຖືກປະ
ຕິເສດໂດຍສານສູງສຸດຍ້ອນຄວາມຜິດປົກກະຕິ.

ທ່ານ ໂອດິງກາ ໄດ້ເອີ້ນການລົງຄະແນນສຽງຂອງວັນພະຫັດທີ່ຜ່ານມາວ່າ ໃຊ້ການບໍ່
ໄດ້ ຍ້ອນວ່າປະທານາທິບໍດີ ອູຮູຣູ ເຄັນຢັດຕາ ບໍ່ໄດ້ມີການປະເຊີນໜ້າກັບໃຜ.

ທ່ານ ໂອດິງກາ ໄດ້ກ່າວຕໍ່ອົງການຂ່າວ AP ວ່າ “ມັນແມ່ນທ່ານ ອູຮູຣູ ແຂ່ງຂັນກັບ
ທ່ານ ອູຮູຣູ ເອງ.” ທ່ານຍັງໄດ້ກ່າວອີກວ່າ ທ່ານປະທານາທິບໍດີກຳລັງພະຍາຍາມທີ່
ຈະ “ທຳລາຍສະຖາບັນອື່ນໆຂອງລັດຖະບານໃນປະເທດຂອງພວກເຮົານຳ.”

ທ່ານ ໂອດິງກາ ໄດ້ກ່າວຫາບັນດາທູດຈາກ ສະຫະລັດ ແລະ ປະເທດຕາເວັນຕົກຄົນ
ອື່ນໆ ກ່ຽວກັບ “ການບໍ່ມີຄວາມຮັບຜິດຊອບ” ສຳລັບການຮຽກຮ້ອງໃຫ້ທຳການລົງ
ຄະແນນສຽງຄືນອິີກໃນວັນພະຫັດນັ້ນ.

ທ່ານໄດ້ກ່າວຕໍ່ອົງການຂ່າວ AP ວ່າ “ພວກເຮົາກຳລັງເວົ້າກ່ຽວກັບການເລືອກຕັ້ງທີ່
ໜ້າເຊື່ອຖືໄດ້. ເຂົາເຈົ້າວ່າການເລືອກຕັ້ງທຸກໆຄັ້ງແມ່ນ ບໍ່ເປັນຫຍັງ. ເຂົາເຈົ້າເວົ້າວ່າ
ເຂົາເຈົ້າແມ່ນໝູ່ຂອງ ເຄັນຢາ. ຖ້າເຂົາເຈົ້າແມ່ນໝູ່ຂອງພວກເຮົາ, ແລ້ວພວກເຮົາກໍບໍ່
ຕ້ອງການສັດຕູ.”

ທ່ານ ໂອດິງກາ ກ່າວວ່າ ທ່ານເຕັມໃຈທີ່ຈະເຈລະຈາກັບລັດຖະບານຂອງທ່ານ
ເຄັນຢັດຕາກ່ຽວກັບ ການຈັດການເລືອກຕັ້ງທີ່ເປັນອິດສະຫຼະ ແລະ ຍຸຕິທຳ, ໃນເວລາ
ດຽວກັນ ກໍໄດ້ຮຽກຮ້ອງໃຫ້ຈັດການນັດຢຸດງານ, ຕໍ່ຕ້ານ ແລະ ຈັດການປະທ້ວງທີ່ສະ
ຫງົບ ເພື່ອກົດດັນທ່ານ ເຄັນຢັດຕາ.

ດ້ວຍບັດຄະແນນສຽງໄດ້ຖືກນັບເກືອບທຸກບັດແລ້ວນັ້ນ, ຄະນະກຳມາທິການການ
ເລືອກຕັ້ງ ໄດ້ໃຫ້ທ່ານ ເຄັນຢັດຕາ ຄະແນນສຽງປະມານ 7 ລ້ານຄະແນນ, ເປັນຕົວ
ເລກທີ່ທ່ານ ໂອດິງກາ ກ່າວວ່າ ຫຼາຍເກີນໄປ ຍ້ອນ ມີຈຳນວນຜູ້ອອກມາລົງຄະແນນ
ສຽງທີິ່ຕໍ່າ.

ຄວາມຮຸນແຮງຫຼັງຈາກການເລືອກຕັ້ງໄດ້ເຮັດໃຫ້ຢ່າງໜ້ອຍ 8 ຄົນເສຍຊີວິດໃນ
ເຄັນຢາ, ລວມທັງຜູ້ຊາຍສູງອາຍຸຄົນນຶ່ງ ທີ່ມີຄວາມເປັນໄປໄດ້ວ່າຖືກຄາດຕະກຳໃນ
ພາກພື້ນ ໂບໂກຕາ, ເປັນຂົງເຂດທີ່ຕັ້ງຢູ່ລະຫວ່າງ ຊຸມຊົນ ຄາເລັນຈິນ ເຊິ່ງສະໜັບ
ສະໜູນທ່ານ ເຄັນຢັດຕາ ແລະ ຊຸມຊົນ ລູໂອ ທີ່ໃຫ້ການໜູນຫຼັງແກ່ທ່ານ ໂອດິງກາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG