ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໑ ມິຖຸນາ ໒໐໒໓

ພວກປະທ້ວງການເມືອງ ປະທະ ກັບຕຳຫຼວດ ທີ່ບູຣຸນດີ


ຕຳຫຼວດປາບການຈະລາຈົນ ສີດ ແກສນ້ຳຕາ ໃສ່ພວກຊາວເມືອງ ທີ່ເຂົ້າຮ່ວມ ໃນການເດີນຂະບວນປະທ້ວງ ຕາມຖະໜົນຫົນທາງ ໃນນະຄອນຫຼວງ Bujumbura, ວັນທີ 26 ເມສາ 2015.

ຕຳຫຼວດ​ໃນ​ນະຄອນຫຼວງ Bujumbura ​ຂອງ Burundi ​ໄດ້
​ປະທະກັນ​ໃນ​ວັນ​ອາທິດ​ມື້​ນີ້ ກັບ​ພວກ​ປະ​ທ້ວງ​ຄັດຄ້ານ​ປະທາ
ນາທິບໍດີ Pierre Nkurunziza ທີ່​ກຳລັງພະຍາຍາມ ​ໃຫ້​ໄດ້​
ດຳລົງ​ຕຳ​ແໜ່​ງປະທານາທິ ບໍດີ​ສະ​ໄໝ​ທີ​ສາມ ທີ່​ເປັນ​ບັນຫາ​
ໂຕ້​ແຍ້​ງກັນ​ນັ້ນ.

ລັດຖະບານ​ໄດ້​ຫ້າ​ມທຳ​ການ​ເດີນ​ຂະ​ບວນປະ​ທ້ວງ​ໃດໆ ກ່ຽວ
​ກັບ ການແຕ່ງ​ຕັ້ງຂອງ​ພັກ CNDD-FDD ຂອງ​ລັດຖະບານ​
ໃຫ້​ທ່ານ Nkurunziza ເປັນ​ຜູ້​ສະ​ໝັກ​ເລືອກ​ຕັ້ງ​ເປັນປະທາ
ນາທິບໍດີ​ ສະໄໝ​ທີສາມ​ນັ້ນ.

ບັນຫາ​ໃນການ​ມີ​ສິດ​ເຂົ້າ​ຮັບ​ເລືອກ​ຕັ້ງຂອງ​ທ່ານ ​ແມ່ນ​ສືບ​ເນື່ອງ​ມາ​ຈາກ ການ​ໂຕ້​ແຍ້​ງກັນ
ທາງ​ດ້ານ​ກົດໝາຍ​ ກ່ຽວກັບ​ຂໍ້ຄວາມ​ໃນ​ຂໍ້ຕົກລົງສັນຕິ ພາບ ​ແລະ​ລັດຖະທຳ​ມະນູນ​ຂອງ​
ປະ​ເທດ​.

​ໂຄງ​ສ້າງ​ດ້ານ​ການ​ເມືອງ​ທີ່​ມີ​ຢູ່​ໃນ​ປັດຈຸບັນ​ຂອງ​ບູຣຸນດີ ​ແມ່ນ​ໄດ້​ຈັດ​ຕັ້ງ​ຂຶ້ນ​ມາ​ໃນ​ຂໍ້​ຕົກລົງ Arusha ​ໃນ​ປີ 2000 ຊຶ່ງ​ໄດ້​ເຮັດ​ໃຫ້​ສົງຄາມ​ກາງເມືອງ​ຍຸດຕິ​ລົງ ລະຫວ່າງ​ກຸ່ມ​ຊົນເຜົ່າ Hutu ​ແລະ​ເຜົ່າ Tutsi ທີ່​ໄດ້​ ສັງຫານ​ປະຊາຊົນ​ຫຼາຍ​ເຖິງ 3 ​ແສນ​ຄົນ. ຂໍ້​ຕົກລົງ​ສະບັບ​ນັ້ນ ກ່າວວ່າປະທານາທິບໍດີ​ສາມາດ​ດຳລົງ​ຕຳ​ແໜ່​ງ​ໄດ້ ​ບໍ່​ເກີນ​ສອງ​ສະ​ໄໝ.

​ແຕ່ລັດຖະທຳ​ມະນູນ​ ສະບັບ​ປີ 2005 ບົ່ງ​ໄວ້​ວ່າ ປະທານາທິບໍດີ​ຕ້ອງ​ຖືກ​ເລືອກ​ຕັ້ງ​ໂດຍ
ຜ່ານ “ການ​ລົງ​ຄະ​ແນນ​ສຽງ​ເລືອກ​ຕັ້ງ​ໂດຍ​ກົງ” ຊຶ່ງ​ແປ​ວ່າ ການ​ລົງຄະ​ແນນ​ສຽງ​ໂດຍ​ປະຊາຊົນ. ທ່ານ Nkurunziza ຖືກ​ເລືອກ​ຕັ້ງ​ໂດຍ​ລັດຖະສະພາ​ໃນ​ການ​ດຳລົງ​ຕຳ​ແໜ່​ງ
ສະ​ໄໝ​ທຳອິດ​ຂອງ​ທ່ານ ຊຶ່ງ​ພວກ​ສະໜັບສະ​ໜຸນ​ທ່ານ​ໂຕ້​ແຍ້​ງວ່າ​ ທ່ານ​ມີ​ສິດ​ສະໝັກ​ເປັນ​ປະທານາທິບໍດີ​ອີກ​ສະ​ໄໝ​ໜຶ່ງ​ໄດ້.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG