ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມຽນມາ ຍັງກັກຂັງ ນັກໂທດ ການເມືອງ ຫຼັງຈາກ ເສັ້ນຕາຍ ຜ່ານໄປ


ປະທານາທິບໍດີ ມຽນມາ ທ່ານ Thein Sein
ປະທານາທິບໍດີ ມຽນມາ ທ່ານ Thein Sein
ຫ້າ​ອາທິດ ຫລັງ​ຈາກເສັ້ນຕາຍທີ່ປະທານາທິບໍດີມຽນມາ ທ່ານ
Thein Sein ​ໄດ້​ຕັ້ງໄວ້ເພື່ອ​ປ່ອຍພວກ​ນັກ​ໂທດ​ການ​ເມືອງທັງ
ໝົດນັ້ນ ບັນດານັກ​ເຄຶ່ອນ​ໄຫວ ກ່າວຕໍ່ວີ​ໂອ​ເອວ່າ ມີຫລາຍ​ສິບ
​ຄົນ ​ຍັງ​ຖືກ​ກັກ​ຂັງ​ຢູ່​ໃນ​ຄຸກ ​ແລະ​ອີກ​ຫລາຍ​ຄົນ​ໄດ້ຖືກ​ຈັບ.

ສະມາຄົມຊ່ວຍເຫຼືອ ພວກນັກ​ໂທດ​ການ​ເມືອງ ກ່າວ​ວ່າ ມີນັກ​
ໂທດ​ການ​ເມືອງ 33 ຄົນຍັງ​ບໍ່​ທັນ​ໄດ້​ຖືກ​ປ່ອຍ​ໂຕຫຼັງ​ຈາກເສັ້ນ
ຕາຍໃນການ​ໃຫ້​ອະ​ໄພ​ໂທດຂອງປະທານາທິບໍດີໃນ​ວັນ​ທີ 30
​ເດືອນ​ທັນ​ວາຜ່ານໄປ ຊຶ່ງຫລັງຈາກ​ນັ້ນ ບັນດາ​ເຈົ້າ​ໜ້າ​ທີ່ ລັດ
ຖະບານ ​ໄດ້​ປະກາດ​ວ່າ​ ບັນຫາ​ນີ້ ໄດ້ຮັບການແກ້ໄຂໄປແລ້ວ.

ທ່ານ Bo Kyi ຈາກສະມາຄົມຊ່ວຍເຫລືອພວກນັກ​ໂທດ​ການ​ເມືອງ ກ່າວໃນ​ວັນ​ສຸກ​ມື້​ນີ້ ​ໃນ
ການໃຫ້ສໍາພາດທາງໂທລະສັບ ກັບວີ​ໂອ​ເອວ່າ ການ​ຢືນຢັດ ໃດໆກໍຕາມຂອງ​ລັດຖະບານ
ວ່າ​ບັນຫາ​ໄດ້​ຮັບການ​ແກ້​ໄຂໄປແລ້ວ​ນັ້ນ ​ແມ່ນ ບໍ່ຖືກຕ້ອງ.

ທ່ານ Bo Kyi ເວົ້າວ່າ “ຂ້າພະ​ເຈົ້າ​ບໍ່ເຫັນພ້ອມນຳ ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ຍັງ​ມີ​ບັນດາ​ນັກ​ໂທດ​
ການ​ເມືອງ​ຢູ່​ໃນມຽນມາ ຢ່າງ​ໜ້ອຍ 33 ຄົນ. ​ຍິ່ງໄປກວ່າ​ນັ້ນ​ຍັງມີອີກຫລາຍ​ຄົນ​ ໄດ້​ຖືກ​ຈັບ​
ໃນ​ປີ 2014.”

ສະມາຄົມຊ່ວຍເຫຼືອນັກ​ໂທດ​ການ​ເມືອງ ກ່າວ​ວ່າ ຢ່າງ​ໜ້ອຍ 10 ຄົນ​ໄດ້​ຖືກ​ຈັບ​ຍ້ອນເຫດ
ຜົນ​ທາງ​ດ້ານ​ການ​ເມືອງ ນັບ​ຕັ້ງ​ແຕ່​ຕົ້ນ​ປີ​ນີ້ມາ ຫລາຍ​ຄົນ​ໄດ້​ຖືກ​ກັກ​ຂັງ​ໄວ້ ​ພາຍ​ໃຕ້​ກົດ
ໝາຍເກົ່າ ທີ່ຫລາຍໆຄົນ​ໄດ້​ຖືກປ່ອຍ ​ດ້ວຍການ​ໃຫ້​ອະ​ໄພ​ໂທດນັ້ນ.

ກຸ່ມ​ດັ່ງກ່າວນີ້ຍັງເວົ້າ​ວ່າ ຢ່າງໜ້ອຍ 148 ຄົນພາກັນລໍຖ້າ​ການ​ຕັດສິນລົງ​ໂທດ. ບັນດາ​ນັກ
​ເຄື່ອນ​ໄຫວ​ທັງຫລາຍເຫລົ່ານີ້ ບໍ່​ໄດ້​ຮວມຢູ່ໃນການໃຫ້ອະ​ໄພ​ໂທດ​ຄັ້ງ​ກ່ອນ ​ເພາະວ່າ ​ເຂົາ
​ເຈົ້າ​ຍັງ​ປະ​ເຊີນໜ້າ​ກັບ​ຂໍ້​ຫາທາງອາຍານຳດ້ວຍ ທີ່​ເຮັດ​ໃຫ້​ການພົ້ນໂທດຂອງ​ເຂົາ​ເຈົ້າສັບ ສົນ​ເຂົ້າ​ໄປ​ອີກ.
XS
SM
MD
LG