ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ນຳການ​ເມືອງ ອິນເດຍ ຕິຕຽນ​ ຄວາມ​ຮຸນ​ແຮງ ​ໃນລັດ Uttar Pradesh (ວີ​ດີ​ໂອ)


India Rape SOTVO
please wait
Embed

No media source currently available

0:00 0:00:43 0:00
ບັນດາຜູ້ນຳຂອງຕຳຫຼວດແຫ່ງຊາດ​ໃນອິນເດຍ ໄດ້ຕຳນິຕິຕຽນ​ພວກເຈົ້າໜ້າທີ່ຂອງລັດຖະບານທ້ອງຖິ່ນໃນລັດ Uttar
Pradesh ທີ່ເຮັດໃຫ້ການຮັກສາຄວາມປອດໄພຊຸດໂຊມລົງ
ໃນລັດທີ່ຕັ້ງຢູ່ທາງພາກເໜືອຂອງປະເທດ ທ່າມກາງທີ່ມີການ
ກ່າວຫາຄັ້ງໃໝ່ກ່ຽວກັບ​ການຂົ່ມ​ຂື່ນສຳເລົາ.

ການຕຳນິຕິຕຽນ ​ໃນວັນພະຫັດມື້ນີ້ ມີຂຶ້ນຫລັງຈາກໄດ້ເກີດຄະດີ ຮ້າຍແຮງຫລາຍໆຄະດີ ຢູ່ໃນລັດດັ່ງກ່າວຊຶ່ງຮວມທັງການຂົ່ມຂື່ນ
ສຳເລົາ ແລະການສັງຫານ ພວກເດັກນ້ອຍແມ່ຍິງ ສອງຄົນ ເມື່ອ
ເດືອນພຶດສະພາຜ່ານມາ. ພວກຊາວບ້ານ ໄດ້ພົບສົບ ຂອງເດັກ
ນ້ອຍແມ່ຍິງ ໄວ 12 ແລະ 14 ປີ ແຂວນຫ້ອຍໄວ້ກ້ອງຕົ້ນໄມ້.

ໃນວັນພຸດວານນີ້ ແມ່ຍິງຄົນນຶ່ງໄດ້ກ່າວວ່າ ເຈົ້າໜ້າທີ່ 4 ຄົນ ໄດ້ທຳການຂົ່ມຂື່ນໝູ່
ໃນປ້ອມຕຳຫຼວດໃນລັດ Uttar Pradesh ຫຼັງຈາກນາງໄດ້ປະຕິເສດ ບໍ່ຍອມຈ່າຍເງິນ
ສິນບົນ ເພື່ອປະກັນຕົວໃຫ້ສາມີຂອງນາງຖືກປ່ອຍ.

ທ່ານ Mukhtar Abbas Naqvi ຜູ້ນຳຂອງພັກ Bharatiya Janata ທີ່ປົກຄອງ
ປະເທດໃນເວລານີ້ ໄດ້ກ່າວວ່າ ເຈົ້າໜ້າທີ່ລັດຖະບານທ້ອງຖິ່ນ ບໍ່ໄດ້ເອົາໃຈໃສ່ ຕໍ່ການລົງໂທດພວກຄົນຮ້າຍທັງຫລາຍນັ້ນ.
XS
SM
MD
LG