ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ການ​ຮັບ​ຮອງ​ເອົາ ທ່ານແບ​ຣັດ ຄາ​ແວ​ນໍ ເປັນຜູ້​ພິ​ພາກ​ສາ​ສານ​ສູ​ງ​ສຸດ ອາດ​ເປັນ​ຜົນ​ກະ​ທົບຕໍ່ການ​ເລືອກ​ຕັ້ງ​ກາງ​ໄໝ


Political Fallout From Kavanaugh Could Impact Midterms
please wait

No media source currently available

0:00 0:03:21 0:00

​ການ​ເລືອກ​ເອົາ ທ່ານແບ​ຣັດ ​ຄາ​ແວ​ນໍ ​ເປັນ​ຜູ້ພິພາກສາສານ​ສູງ​ສຸດ ອາ​ດ​ເປັນ​ຜົນ​ກະ​ທົບ ຕໍ່​ການ​ເລືອກ​ຕັ້ງ​ກາງ​ສ​ະໄໝ.

ຍັງມີເວລາບໍ່​ເຖິງສີ່​ອາ​ທິດ ກໍຈະ​ຮອດ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ​ ຂອງລັດ​ຖະ​ສະ​ພາ​ສະຫະລັດແລ້ວ ຊຶ່ງ​ໃນ​ນັ້ນການຮັບຮອງເອົາ ທ່ານແບ​ຣັດ ຄາແວ​ນໍ ເປັນຜູ້​ພິ​ພາກ​ສາ​
ສານ​ສູ​ງ​ສຸດ ທີ່​ເຕັມ​ໄປ​ດ້ວຍຄວາມ​ຂົມ​ຂື່ນໄດ້ກະ​ຕຸ້ນໃ​ຫ້​ພວກ​ນັກ​ເຄື່ອນ​ໄຫວຈາກ​ ທັງ​
ສອງ​ພັກ​ການ​ເມືອງໃຫຍ່​ຂອງ​ສະ​ຫະ​ລັດ​ມີ​ຄວາມ​ຫ້າວ​ຫັນ​ຂຶ້ນ. ບັນ​ດາສະ​ມາ​ຊິກ​ພັກ
​ຣີ​ພັບ​ບ​ລິກກັນ​ກ່າວ​ວ່າ ການສູ້ຢັນ​ກັນ​ເພື່ອ​ໃຫ້​ທ່ານ​ຄາ​ແວ​ນໍໄດ້​ຮັບ​ການ​ຮັບ​ຮອງ ​ເອົາ​ເປັນກຳລັງຊຸກ​ຍູ້ຈິດໃຈໃຫ້​ແກ່ພວກເຂົາ​ເຈົ້າ ໃນ​ຂະ​ນະ​ທີ່ພວກເດ​ໂມ​ແຄ​ຣັດ​ໄດ້​ຕອບ
​ໂຕ້ຄືນ​ວ່າ ການ​ຢືນ​ຢັນ​ດັ່ງ​ກ່າວ ແມ່ນເປັນການເຮັດ​ໃຫ້​ຜູ້​ປ່ອນ​ບັດ​ແມ່​ຍິງພາ​ກັນໂກດ
​ແຄ້ນ. ນັກ​ຂ່າວ ແຫ່ງ​ຊາດຂອງວີ​ໂອ​ເອ ຈິມ ມາ​ໂລນ ມີລາຍງານກ່ຽວກັບການສູ້ຢັນ​
ກັນ​ດັ່ງກ່າວ ຈາກວໍ​ຊິ​ງ​ຕັນ ຊຶ່ງກິ່ງ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ.

ຫຼັງ​ຈາກ​ການ​ສູ້ຢັນ​ກັນ​ຢ່າງ​ຂົມ​ຂື່ນ ການ​ສາບານ​ໂຕ​ເຂົ້າ​ຮັບ​ຕຳ​ແໜ່ງ​ຂອງ​ຜູ້​ພິ​ພາກ
​ສາ​ສານ​ສູງ​ສຸດ ​ຄາ​ແວ​ນໍ ກໍ​ເປັນ​ໄຊ​ຊະ​ນະທາງ​ການ​ເມືອງ​ຂອງປະ​ທາ​ນາ​ທິ​ບໍ​ດີ​
ດໍ​ໂນ​ລ ທ​ຣຳ.

ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ກ່າວ​ວ່າ “ໂດຍຕາງ​ໜ້າ​ປະ​ເທດ​ຊາດ​ຂອງ​ພວກ​ເຮົາ ຂ້າ​ພະ​ເຈົ້າ
​ຢາກ​ຂໍ​ຄະ​ມາ​ໂທດ​ຕໍ່ທ່ານ ​ແບ​ຣັດ ຄາ​ແວ​ນໍ ແລະ​ຄອບ​ຄົວ​ຂອງ​ທ່ານຄ​າ​ແວ​ນໍ​ໝົດທຸກ
​ຄົນ ຕໍ່​ຄວາມ​ເຈັບ​ປວດ​ທີ່​ຮ້າຍ​ແຮງ ແລະຄວາມ​ທຸກ​ທໍ​ລະ​ມານ​ທີ່ພວກ​ທ່ານ​ໄດ້​ຖືກ​ບັງ
​ຄັບ​ໃຫ້​ອົດ​ທົນໄວ້​.”

ທ່ານ​ຄາ​ແວ​ນໍ ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ເຖິງ​ແມ່ນວ່າ ຈະ​ຖືກ​ກ່າວ​ຫາວ່າ​ໄດ້​ລວນ​ລາມ
​ທາງ​ເພດ ທີ່​ທ່ານ​ໄດ້​ປະ​ຕິ​ເສດວ່າບໍ່​ໄດ້​ເຮັດ​ນັ້ນ ກໍ​ຕາມ.

ແລະ​ບັດ​ນີ້ ປະ​ທາ​ນາ​ທິ​ບໍ​ດີ​ກຳ​ລັງ​ໃຊ້ທ່ານ​ຄາ​ແວ​ນໍ ເພື່ອລະ​ດົມ​ຜູ້​ປ່ອນ​ຈາກ​ພັກ​ຣິ​
ພັບ​ບລິ​ກັນ ​ໃນ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ.

ທ່ານປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ກ່າວ​ອີກວ່າ “ໃນ​ວັນ​ທີ 6 ພະ​ຈິກ​ຈາ​ມາ​ເ​ຖິງ​ນີ້ ທ່ານ​ຈະ​
ມີໂອ​ກາດ​ຢັບ​ຢັ້ງພວກ​ຫົວ​ຮຸນ​ແຮງ​ເດ​ໂມ​ແຄ​ຣັດ​ ແລະ​ນັ້ນ​ຄື​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ກາຍ​
ມາ​ເປັນ, ໂດຍ​ການ​ເລືອກ​ເອົາ​ຣີ​ພັບ​ບ​ລິກ​ກັນໄປ​ປະ​ຈຳ​ຢູ່ໃນ​ສະ​ພາ​ຕ່ຳ ແລະ​ຣີ​ພັບ
​ບລິກກັນໄປ​ຢູ່ສະ​ພາ​ສູງ. ພວກ​ເຮົາ​ຈະ​ເຮັດ​ໃຫ້​ສຽງ​ສ່ວນ​ຫຼາຍຂອງ​ພວກ​ເຮົາ​ເພີ້ມ​
ທະ​ວີ​ຂຶ້ນ.”

ແຕ່​ພວກ​ສັງ​ກັດພັກ​ເດ​ໂມ​ແຄ​ຣັດກໍໄດ້​ເພີ້ມຄວາມ​ຫ້າວ​ກັນ​ຂຶ້ນ​ຍ້ອນການ​ສູ້ຢັນ​ກັນ
ກ່ຽວກັບທ່ານ​ຄາ​ແວນໍ ເຊັ່ນ​ກັນ.

ພວກ​ປະ​ທ້ວງ​ພາ​ກັນ​ລົງ​ໄປ​ເຕົ້າ​ໂຮມ​ກັນ​ຢູ່​ຕາມ​ຖະ​ໜົນ​ຫົນ​ທາງຕ່າງໆ ແລະ​ໄດ້​ຮັບ
​ການ​ສະ​ໜັບ​ສະ​ໜູນ​ໂດຍ​ຜູ້​ແທນ​ສະ​ພາ​ສູງສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ຮວມ​ທັງ​ທ່ານ​
ນາງ​ເອ​ລີ​ຊາ​ເບັ​ຕ​ຮ໌ ວາ​ຣ​ຣັນ ຈາກ​ລັດ​ແມັ​ສ​ຊາ​ຈູ​ແຊັ​ສ.

ທ່ານ​ນາງ​ວາ​ຣ​ຣັນ ກ່າວ​ວ່າ “ພວກ​ເຮົາ​ໄດ້​ເຮັດ​ໃຫ້​ສຽງ​ຂອງຜູ້​ລອດ​ຊີ​ວິດຈາກ​ການ
ລວນ​ລາມ​ທາງ​ເພດ​ຫຼາຍ​ລ້ານ​ຄົນດັງ​ຂຶ້ນ. ພວກ​ເຮົາ​ບໍ່​ຍອມ​ເປັນ​ແມ່​ຍິງ​ທີ່​ນັ່ງ​ຢູ່ເສີຍໆ
ແລະບໍ່​ປາກບໍ່​ຕີງຫຍັງ.”

ທ່ານ​ນາງ​ຄາ​ມາ​ລາ ແຮ​ຣ​ຣິ​ສ, ສະ​ມາ​ຊິກ​ສະ​ພາ​ສູງ​ຈາກພັກ​ເດ​ໂມ​ແຄ​ຣັດ ກ່າວ​ວ່າ
“ຄວາມ​ຮ້າຍ​ແຮງ​ຂອງ​ການ​ປະ​ທ້ວງ​ຈະ​ແຜ່​ລາມ​ເຂົ້າໄປ​ຫາ​ການ​ເລືອກ​ຕັ້ງ​ໃນເດືອນ
​ພະ​ຈິກຈະ​ມາ​ເຖິງ​ນີ້.”

ທ່ານ​ນາງ​ແຮ​ຣ​ຣິ​ສ ກ່າວ​ອີກວ່າ “ໃຫ້​ພວກ​ເຮົາ​ໃຊ້​ອາ​ທິດ​ນີ້ ເພື່ອ​ໃຫ້ພວກ​ເຮົາ​ມີພະ​ລັງ
​ງານ​ເພີ້ມ​ຂຶ້ນ​ເປັນພິ​ເສດ ທີ່​ພວກ​ເຮົາ​ຮູ້ວ່າ ພວກ​ເຮົາ​ຕ້ອງຈື່​ຈຳ​ວ່າ ຄວາມ​ຈິງ​ແທ້ໆ​ນັ້ນ
ກໍ​ຄື ເຂົາ​ເຈົ້າ​ອາດ​ມີ​ອຳ​ນາດໃນປັດ​ຈຸ​ບັນ​ນີ້ ແຕ່​ພວກ​ເຮົາ​ຕ້ອງເອົາ​ມັນ​ກັບຄືນ​ມາ.”

ທ່ານ​ຄາຍ​ລ໌ ຄອນ​ດິກນັກ​ວິ​ເຄາະ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ເວີ​ຈີ​ເນຍ ກ່າວ​ວ່າ ການ​ຕໍ່​ສູ້​ກັນ​
ກ່ຽວ​ກັບ​ເລື້ອງຂອງ​ທ່ານ​ຄາ​ແວ​ນໍ ອາດ​ເຮັດໃຫ້​ທັງ​ສອງ​ພັກ ພະ​ລັງ​ເພີ້ມ​ຂຶ້ນ ກ່ອນ​ການ
​ເລືອກ​ຕັ້ງ​ກາງ​ສ​ະ​ໄໝ.

ທ່ານ​ຄອນ​ນິກ ກ່າວອີກ​ວ່າ “ບ​າງ​ທີຄວາມ​ຮູ້​ສຶກກຽດ​ຊັງ​ບາງສ່ວນ​ຍັງຄ້າງ​ຄາ​ຢູ່​ໃນ
ໃຈ​ຂອງ​ພວກ​ສັງ​ກັດ​ພັກ​ຣີ​ພັບ​ບ​ລິກ​ກັນ ແລະສິ່ງ​ນັ້ນ​ກໍແມ່ນ​ການ​ຮຽກຮ້ອງຊັກ​ຊວນ​
ໃຫ້​ໄປ​ປ່ອນ​ບັດເລືອກ​ຕັ້ງກາງ​ສະ​ໄໝ. ແຕ່​ວ່າອີກເທື່ອ​ນຶ່ງ ຂ້າ​ພະ​ເຈົ້າ​ຄິດ​ວ່າ​ ປະ​
ຫວັດ​ສາດ​ຈະ​ບອກ​ໃຫ້ພວກ​ເຮົາຮູ້ ແລະ​ຂໍ້​ມູນ​ການ​ຢັ່​ງຫາງ​ສຽງບອກ​ໃຫ້ພວກ​ເຮົາ
ຮູ້ວ່າ ພັກເດ​ໂມ​ແຄ​ຣັດແມ່ນມີຄວາມ​ກະ​ຕື​ລື​ລົ້ນ​ຫຼາຍກວ່າ​ກ່ຽວ​ກັບເລື້ອງ ຂອງ​ທ່ານ
​ຄາ​ແວ​ນໍ ແລະ​ກ່ຽວ​ກັບ​ເລື່ອງ​ອື່ນໆອີກ.”

ນັກ​ວິ​ເຄາ​ະຈາກ​ພັກ​ເດ​ໂມ​ແຄຣັດ ທ່ານ​ຈິມ ແຄ​ສ​ເລີ ກ່າວ​ວ່າ ການ​ຕໍ່​ສູ່​ກ່ຽວ​ກັບ ທ່ານ
​ຄາ​ແວ​ນໍ ອາດ​ຊັກ​ຊວນ​ໃຫ້ກຸ່ມສຳ​ຄັນ​ຂອງ​ພວກ​ປ່ອນ​ບັດ​ທີ່​ເປັນແມ່​ຍິງ.

ທ່ານ​ແຄ​ສ​ເລີ ກ່າວ​ວ່າ “ແລະຈາກ​ນັ້ນ ມັນ​ກໍ​ຍັງ​ມີ​ກຸ່ມ​ນຶ່ງ​ຂອງ​ພວກ​ປ່ອນ​ບັດ ອີກ​ກຸ່ມ​
ນຶ່ງ, ພວກ​ແມ່​ຍິງ​ອາ​ວຸ​ໂສ​ທີ່​ເປັນ​ຜູ້​ສະ​ໜັບ​ສະ​ໜູນ​ທີ່​ດີ​ພໍ​ສົມ​ຄວນ ແກ່​ພັກ​ຣີ​ພັບ​ບ​ລິກ​
ກັນ ແຕ່​ພວກເຂົາ​ເຈົ້າ​ພາ​ກັນ​ເລີ້ມສ້າງ​ແຮງກ​ະ​ຕຸ້ນ​ໃຫ້​ແກ່​ພັກຣີ​ພັບ​ບ​ລິ​ກັນ ແລະ​ຂ້າ
​ພະ​ເຈົ້າ​ຄິດ​ວ່າ ​ເຂົາ​ເຈົ້າ​ອາດ​ເປັນປະ​ເດັນ​ທີ່​ຕັດ​ສິນຊີ້​ຂາດສຳ​ລັບ​ການ​ເລືອກ​ຕັ້ງ
ໃນ​ຄັ້ງ​ນີ້.”

​ທ່ານ​ແຟ​ຣງ​ຄ໌ ນິວ​ພອ​ດ​ທ໌ ຈາກ​ບໍ​ລິ​ສັກຢັ່ງ​ສຽງ Gallup ກ່າວ​ວ່າ ແຕ່​ສຳ​ລັບ​ທ່ານ​ທ​ຣຳ
ແລ້ວ ການ​ເນັ້ນ​ໜັກ​ໃສ່​ເລື້ອງທ່ານ​ຄາ​ແວ​ນໍ ອາດ​ເປັນ​ການເຮັດ​ໃຫ້ ພວກ​ສະ​ໜັບ​ສະ​
ໜູນ​ທ່ານຢູ່​ແລ້ວ​ມີ​ຄວາມຕື່ນ​ເຕັ້ນ​ຂຶ້ນ.

ທ່ານ​ນິວ​ພອດ​ທ໌ ກ່າວອີກ​ວ່າ “ທ່ານ​ໄດ້​ເບິ່ງ​ໂຕ​ເລກ ແລະກໍ​ເຫັນ​ວ່າ ທ່ານບໍ່​ຄ່ອຍ​ໄດ້
​ຮັບ​ຄວາມ​ນິ​ຍົມ​ປານ​ໃດ​ຢູ່​ທຸກ​ບ່ອນ ນອກ​ຈາກ​ຄ້າຍທີ່​ສະ​ໜັບ​ສະ​ໜູນ​ທ່ານຢູ່​ແລ້ວ
​ສະ​ນັ້ນ​ ທ່ານ​ໄດ້​ຕັດ​ສິນ​ໃຈເພື່ອ​ເຮັດຕາມຄວາມຄິດ​ຂອງ​ຕົນ​ເອງ ແລະຕາມ​ຄວາມ
ຮູ້​ສຶກແບບ​ສ່ວນ​ຕົວ​ວ່າ​ໂຕ​ເອງ​ດັງ ໂຕ​ເອງໃຫຍ່ ໂດຍໄດ້ເວົ້າ​ວ່າ “ດີ​ລະ ຂ້າ​ພະ​ເຈົ້າ
​ພຽງ​ຢາກ​ເບິ່ງວ່າ ຂ້າ​ພະ​ເຈົ້າຈະ​ເຮັດໄດ້​ດີ​ປານ​ໃດ ຢູ່​ໃນເຂດ​ທີ່​ສະ​ໜັບ​ສະ​ໜູນ​ຂ້າ​
ພະ​ເຈົ້າ ແລະຈະ​ໂອ້​ລົມກັບ​ແຕ່​ພວກ​ທີ່​ຢູ່​ໃນ​ຄ້າຍສະ​ໜັບ​ສະ​ໜູນຂ້າ​ພະ​ເຈົ້າ​ເທົ່າ​
ນັ້ນ.” ​ອັນ​ນັ້ນ ເປັນ​ສ່ວນນຶ່ງ​ຂອງ​ເຫດ​ຜົນ​ເຮັດ​ໃຫ້​ທ່ານ​ເຮັດໃນສິ່ງ​ທີ່ທ່ານ​ກຳ​ລັງ​
ເຮັດຢູ່.”

ການ​ເລືອກ​ຕັ້ງຄັ້ງ​ນີ້ ອາດ​ເຮັດ​ໃຫ້​ຮູ້ວ່າ ພວກ​ສະ​ໜັບ​ສະ​ໜູນ​ທີ່​ຈົງ​ຮັກ​ພັກ​ດີ​ຂອງ​ປະ
​ທາ​ນາ​ທິ​ບໍ​ດີ ຈະສາ​ມາດ​ສູ້ກັບ​ການ​ລົງ​ໄປ​ປ່ອນ​ບັດ​ຢ່າງ​ເປັນ​ຂະ​ບວນ​ໃຫຍ່​ຂອງ​ພວກ​
ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ​ທີ່​ພາ​ກັນຫາ​ວິ​ທີທີ່​ຈະ​ສົ່ງ​ສັນຍານ​ໃຫ້​ທ່ານ ທ​ຣຳ​ຮູ້​ໃນ​ວັນ​ທີ 6
ເດືອນພະ​ຈິກ​ທີ່ຈະ​ມາ​ເຖິງ​ນີ້.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG