ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ກຸ່ມນັກກູ້ໄພຊາວ ໂປແລນ ຊ່ວຍເຫຼືອ ນັກປີນພູຄົນ ຝຣັ່ງ ຢູ່ພູ "ເພັດຊະຄາດ" ຂອງ ປາກິສຖານ


ນັກປີນພູຊາວ ໂປແລນ ທ້າວ ທັອມມັສ ແມັກຄີວິຈ໌ "Tomasz Mackiewicz," ຖ່າຍຮູບໃນລະຫວ່າງການເດີນທາງຢູ່ເທິງພູ ນານກາ ພາກບາດ, ປະເທດ ປາກິສຖານ. ເດືອນມັງກອນ 2014.
ນັກປີນພູຊາວ ໂປແລນ ທ້າວ ທັອມມັສ ແມັກຄີວິຈ໌ "Tomasz Mackiewicz," ຖ່າຍຮູບໃນລະຫວ່າງການເດີນທາງຢູ່ເທິງພູ ນານກາ ພາກບາດ, ປະເທດ ປາກິສຖານ. ເດືອນມັງກອນ 2014.

ແມ່ຍິງຄົນ ຝຣັ່ງ ຄົນນຶ່ງໄດ້ຖືກພົບເຫັນວ່າຍັງມີຊີວິດຢູ່ໃນທິດເໜືອຂອງຈອມພູ ຮິມາໄລ
ທີ່ອັນຕະລາຍ ເຊິ່ງຮູ້ຈັກກັນວ່າ “ພູເພັດຊະຄາດ,” ແຕ່ບັນດານັກກູ້ໄພ ບໍ່ສາມາດທີ່ຈະ
ຊອກຫາ ເພື່ອນຮ່ວມປີນພູຂອງລາວ ຈາກປະເທດ ໂປແລນ ໄດ້.

ນັກປີນພູສອງຄົນ, ທ້າວ ທັອມມັສ ແມັກຄີວິຈ໌ "Tomasz Mackiewicz" ຈາກປະເທດ
ໂປແລນ, ແລະ ນາງ ເອລິຊາເບັດ ເຣີໂວລ "Elizabeth Revol" ຈາກປະເທດ ຝຣັ່ງ,
ໄດ້ພະຍາຍາມທີ່ຈະປີນພູ ນານກາ ພະບາດ "Nanga Parbat" ສູງ 8,126 ແມັດ. ແຕ່
ເຂົາເຈົ້າໄດ້ຕິດຄາຢູ່ຈຸດ 7,400 ແມັດ ແລະ ໄດ້ໃຊ້ໂທລະສັບດາວທຽມ ເພື່ອຂໍຄວາມ
ຊ່ວຍເຫຼືອ, ອີງຕາມການກ່າວຂອງຜູ້ຈັດການເດີນທາງ.

ກຸ່ມຂອງນັກປີນພູເກັ່ງຂອງປະເທດ ໂປແລນ ທີ່ພະຍາຍາມປີນພູລະດູໜາວ ຄັ້ງທຳອິດ
ໃນພູ K2 ທີ່ຢູ່ໃກ້ຄຽງ, ໄດ້ຫຼຸດຄວາມພະຍາຍາມຂອງເຂົາເຈົ້າ ເພື່ອວ່າ ເຂົາເຈົ້າຈະສາ
ມາດຊ່ວຍເຫຼືອນັກປີນພູທີ່ຕິດຄ້າງນັ້ນ.

ກອງທັບ ປາກິສຖານ ໄດ້ໃຊ້ເຮືອບິນຍົກສະມາຊິກຂອງທີມ ໂປແລນ 4 ຄົນໄປພູ
ນານກາ ພະບາດ.

ກຸ່ມດັ່ງກ່າວໄດ້ຂຽນຂໍ້ຄວາມໃສ່ໃນເຟສບຸກຂອງເຂົາເຈົ້າໃນຕອນເຊົ້າຂອງວັນອາທິດ
ມື້ນີ້ວ່າ “ນາງ ເອລິຊາເບັດ ເຣີໂວລ ໄດ້ຖືກພົບເຫັນແລ້ວ.”

ນາງ ເຣີໂວລ ຖືກລາຍງານວ່າ ໄດ້ຮັບບາດເຈັບ ຈາກອາກາດໜາວຈັດ.

ໃນເວລາຕໍ່ມາ, ທ້າວ ລູໂດວິຈ໌ ກຽມເບຍຊີ "Ludovic Giambiasi," ນຶ່ງໃນບັນດາໝູ່
ຂອງນາງ ເຣີໂວລ ໄດ້ກ່າວໃນ ເຟສບຸກ ວ່າບັນດານັກກູ້ໄພ ຊອກຫາທ້າວ ແມັກຄີວິຈ໌ ບໍ່
ເຫັນ ແລະ ຈະຕ້ອງໄດ້ເດີນທາງອອກໄປ ໂດຍບໍ່ມີລາວ. ທ້າວ ກຽມເບຍຊີ ໄດ້ຂຽນວ່າ
ການຊ່ວຍເຫຼືອທ້າວ ແມັກຄີວິຈ໌ ແມ່ນບໍ່ສາມາດເປັນໄປໄດ້ ຍ້ອນວ່າອາກາດ ແລະ
ຄວາມສູງຈະເຮັດໃຫ້ຊີວິດຂອງບັນດານັກກູ້ໄພຕົກຢູ່ໃນອັນຕະລາຍຢ່າງຍິ່ງ. “ມັນເປັນ
ການຕັດສິນໃຈ ທີ່ໂຫດຮ້າຍ ແລະ ເຈັບປວດ ພວກເຮົາຂໍສະແດງຄວາມເສຍໃຈກັບ
ຄອບຄົວ ແລະ ໝູ່ເພື່ອນຂອງທ້າວ ແມັກຄີວິຈ໌. ພວກເຮົາກຳລັງຮ້ອງໄຫ້ຢູ່.”

ລາຍງານກ່ອນໜ້ານີ້ ໄດ້ກ່າວວ່າ ທ້າວ ແມັກຄີວິຈ໌ ໄດ້ຮັບບາດເຈັບຈາກອາກາດໜາວ
ຈັດ ແລະ ມີອາການຫິມະຕາບອດ.

ອຸນຫະພູມ ລົບ 60 ອົງສາແຊວຊຽດ ໄດ້ຖືກບັນທຶກຢູ່ພູ ນານກາ ພະບາດ ບ່ອນທີ່ນັກ
ປີນພູສອງຄົນໄດ້ຕິດຄ້າງຢູ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG