ພວກມືປືນໄດ້ເປີດສາກຍິງໃສ່ ທີມສັກຢາປ້ອງກັນໂປລິໂອ ຢູ່
ໃນພາກຕາເວັນຕົກສຽງໃຕ້ຂອງປາກິສຖານ ໃນວັນພຸດມື້ນີ້
ໂດຍໄດ້ສັງຫານຢ່າງໜ້ອຍສີ່ຄົນ ແລະໄດ້ຮັບບາດເຈັບອີກ
ຫລາຍຄົນ.
ຕຳຫລວດກ່າວວ່າ ພະນັກງານແພດຜູ້ຍິງສາມຄົນ ຮວມຢູ່
ໃນຈຳນວນຜູ້ເສຍຊີວິດ.
ເຫດຮ້າຍດັ່ງກ່າວເກີດຂື້ນທີ່ເມືອງ Quetta ເມືອງຫລວງຂອງ
ແຂວງ Balu-chistan ທີ່ປະສົບກັບຄວາມວຸ້ນວາຍນັ້ນ.
ພະນັກງານການແພດຄົນນຶ່ງທີ່ໄດ້ຮັບບາດເຈັບຍ້ອນການໂຈມຕີ ໄດ້ກ່າວຕໍ່ບັນດານັກຂ່າວຢູ່ໂຮງໝໍເມືອງ Quetta ວ່າ ນາງໄດ້ເດີນທາງໂດຍທາງລົດຕູ້ ພ້ອມດ້ວຍເພື່ອນຮ່ວມງານ
ຜູ້ຍິງແປດຄົນ ແລະຜູ້ຊາຍນຶ່ງຄົນ ເພື່ອຮ່ວມດຳເນີນການສັກຢາປ້ອງກັນໂປລິໂອ ເວລາຜູ້ຊາຍສອງຄົນ ຂີ່ລົດຈັກໄດ້ສະກັດກັ້ນລົດຕູ້ເຂົາເຈົ້າ ຢູ່ນອກເມືອງດັ່ງກ່າວ ແລະເປີດສາກຍິງໃສ່ເຂົາເຈົ້າ.
ຜູ້ຍິງຄົນນຶ່ງເວົ້າວ່າ “ພວກມືປືນ ຍິງໃສ່ພວກເຮົາ ແລະພວກເຮົາພາກັນຮ້ອງຂໍຄວາມຊ່ວຍເຫລືອ ແຕ່ບໍ່ມີເຈົ້າໜ້າທີ່ຕຳຫລວດມາຊ່ວຍ”
ນາຍົກລັດຖະມົນຕີ Nawaz Shariff ໄດ້ປະນາມການສັງຫານ ພະນັກງານສັກຢາປ້ອງກັນໂປລິໂອ. ຖະແຫລງການຂອງທາງການ ໄດ້ອ້າງຄຳເວົ້າຂອງ ທ່ານທີ່ກ່າວວ່າ “ພວກທີ່ແນໃສ່ການໂຈມຕີ ພະນັກງານສັກຢາ ເປັນສັດຕູຂອງຂອງປາກິສຖານ.”