ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເອເຊຍ ອາຄະເນ ເປັນເຂດປອດ ໂປລິໂອ ຫຼື ໂຣກເປ້ຍລ່ອຍແລ້ວ (ວີດີໂອ)


Polio Chased From Southeast Asia
please wait

No media source currently available

0:00 0:02:45 0:00
​ແຖວ​ດິນ​ແດນ ຈາກ​ອິນ​ເດຍ​ໄປ​ຮອດ ອິນ​ໂດ​ເນ​ເຊຍ ​ໄດ້
​ຖືກ​ປະກາດ​ວ່າ ​ເປັນ​ຂົງ​ເຂດ​ທີ່​ປອດ​ໂຣກ​ເປ້ຍ​ລ່ອຍ ຫຼື
ໂປລີໂອ ທີ່​ເປັນ​ໂຣກທີ່​ພາ​ໃຫ້​ຄົນ​ພິການແລະ ​ບາງ​ຄັ້ງ
ກໍເປັນອັນຕະລາຍ​ເຖິງ​ຕາຍ​ນັ້ນ. ອົງການ​ອະນາ​ໄມ​ໂລກ
ກ່າວ​ວ່າ 80 ​ເປີ​ເຊັນ​ຂອງ​ປະຊາກ​ອນ​ໂລກ​ ໃນ​ປັດຈຸ​ບັນ
​ແມ່ນ​ເພີ່ງ​ພາ​ອາ​ໄສ​ຢູ່​ໃນ​ຂົງ​ເຂດ ທີ່ຢັ້ງຢືນ​ວ່າ ​ເປັນ​ເຂດ​
ປອດ​ໂຣກ​ເປ້ຍ​ລ່ອຍ. ສິງ​ຈະ​ນຳ​ເອົາ​ລາຍ​ງານ​ເລື້ອງ​ນີ້​
ຈາກ​ຜູ້​ສື່​ຂ່າວ ວີ​ໂອ​ເອ ມາສະ​ເໜີ​ທ່ານ ໃນອັນດັບຕໍ່ໄປ.

ຄັ້ງນຶ່ງຜ່ານມາ ​ໂຣກ​ເປ້ຍ​ລ່ອຍ ຫຼື polio ​ເຄີຍ​ເຮັດ​ໃຫ້​ເດັກນ້ອຍ​ ຈຳນວນ 1 ພັນ​ຄົນ​ເປັນ​ຄົນ​ພິການ​ໃນ​ແຕ່​ລະ​ມື້ ​ຢູ່ໃນ​ທົ່ວ​ໂລກ.

​ແຕ່​ນັບ​ແຕ່​ປີ 1988 ​ເປັນ​ຕົ້ນ​ມາ ການ​ປຸກລະດົມ​ທາງ​ດ້ານ​ສາ​ທາ​ລະນະ​ສຸກ​ຄັ້ງ​ໃຫຍ່
​ທີ່​ສຸດໃນ​ປະຫວັດ​ສາດ ​ໄດ້​ຈັດ​ສົ່ງ​ຢາ​ວັກ​ຊິນ​ໄປ​ຍັງ​ທຸກ​ແຈ​ທຸກ​ມຸມ​ທີ່ສອກຫຼີກ ຫ່າງ​ໄກ​
ຂອງ​ໂລກ ​ເພື່ອ​ຕ້ານ​ກັບ​ພະຍາດ​ດັ່ງກ່າວ.

ໃນພິທີທີ່​ກຸງ​ນີວ​ແດນ​ລີ ​ໃນ​ວັນ​ພະຫັດ​ອາທິດແລ້ວ​ນີ້ ທ່ານນາງ ປູ​ນຳ ​ເກດ​ຕຣາ
ປານ ສິງ ຈາກ​ອົງການ​ອະນາ​ໄມ​ໂລກກ່າວ​ວ່າ ພວກ 11 ​ປະ​ເທດທັງ​ໝົດ​ ໃນ
​ພາກ​ພື້ນ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ໄດ້​ກຳຈັດ​ໂຣກ​ເປ້ຍ​ລ່ອຍ​ນີ້​ໃຫ້​ໝົດ​ໄປແລ້ວ.

​ທ່ານນາງ​ປູ​ນຳກ່າວ​ວ່າ:” ມັນ​ເປັນ​ວັນ​ທີ່​ໝົດ​ທຸກ​ປະ​ເທດ ພາກັນ​ທຳ​ການ​ຕໍ່
ສູ້​ຢ່າງ​ໜັກ ​ແລະ​ເປັນ​ມື້​ທີ່​ພວກ​ຮັກສາ​ໂຣກດັ່ງ​ກ່າວ​ໝົດ​ທຸກ​ຄົນ ພາກັນ​
ດ້​ຮັບ​ໄຊຊະນະແຫ່ງ​ມະນຸດຊາດ ​ເໜືອ​ໂຣກທີ່​ໜ້າ​ຢ້ານ​ກົວຊຶ່ງ​ເປັນ​ເວ
ລາ​ຫຼາຍ​ສັດຕະວັດ​ມາແລ້ວ ​ໄດ້​ສັງຫານ ​ແລະ​ເຮັດໃຫ້ຜູ້ຄົນເປັນຈຳ
ນວນຫຼວງຫຼາຍ​ພິການ​ນັ້ນ.


ທ່ານ Steve Cochi ທີ່​ສູນ​ກາງ​ຄວບ​ຄຸມ​ແລະ​ປ້ອງ​ກັນ​ພະຍາດ​ຂອງ​ສະຫະລັດ​
ກ່າວ​ວ່າ ອິນເດຍເປັນປະເທດສຸດທ້າຍ ແລະມີການທ້າທາຍຫລາຍທີ່ສຸດ ຢູ່ໃນ ຂົງເຂດເພື່ອຈະບັນລຸເປົ້າໝາຍສຳຄັນນີ້.

ທ່ານ Cochi ເວົ້າວ່າ “ອິນ​ເດຍ​ເປັນປະ​ເທດ​ເມືອງ​ຮ້ອນ ​ທີ່ມີການສຸຂາພິ
ບານ​ບໍ່​ດີ ມີ​ຄວາມ​ໜາ​ແໜ້ນ​ຂອງປະຊາຊົນ​ສູງ ມີ​ປະຊາຊົນ​ຍົກຍ້າຍ​ຖິ່ນ​
ຢ່າງ​ຫຼວງ​ຫຼາຍ​ຢູ່​ຕະຫຼອດ​ເວລາ ​ແລະ​ມີ​ລະບົບ​ພູມ​ຄຸ້ມ​ກັນ​ໂຣກທີ່​ອ່ອນ​
ແອ ທີ່​ສະ​ແດງ​ໃຫ້​ເຫັນ​ການ​ທ້າ​ທາຍ​ຕ່າງໆຢ່າງ​ຫຼວງ​ຫຼາຍ.”


ວີດີໂອ: ອິນເດຍ ເປັນປະເທດ ປອດໂຣກເປ້ຍລ່ອຍແລ້ວ:
India Reaches Polio-Free Milestone
please wait

No media source currently available

0:00 0:01:09 0:00
ລິງໂດຍກົງ

​ແລະ​ການ​ທ້າ​ທາຍ​ຕ່າງໆ​ຂອງ​ການ​ດ້ອຍ​ພັດທະນາ ບໍ່​ຈຳກັດ​ແຕ່​ໃນ​ອິນ​ເດຍ​
ເທົ່າ​ນັ້ນ. ບັນຫາ​ເຫຼົ່າ​ນີ້​ຫຼາຍ​ຢ່າງ ສາມາດ​ພົບ​ເຫັນ​ໄດ້​ໃນ​ປະ​ເທດ ​ໄນ​ຈີ​ເຣຍ
ປາ​ກິ​ສຖານ ​ແລະ​ອັຟກາ​ນິສຖານ ທີ 3 ປະ​ເທດ​ນີ້ ບໍ່​ເຄີຍ​ສາມາດສະກັດກັ້ນ
​ການ​ແຜ່​ລະບາດ​ຂອງໂຣກ​ເປ້ຍ​ລ່ອຍ​ນີ້​ມາກ່ອນ.

ບາງ​ທີ​ການ​ທ້າ​ທາຍ​ໃຫຍ່​ທີ່​ສຸດ​ນັ້ນ ​ແມ່ນ​ເລື້ອງຄວາມ​ເປັນ​ຫ່ວງ​ຂອງ​ພວກພໍ່​
ແມ່​ຂອງ​ເດັກ ທີ່ຢ້ານ​ວ່າ ຢາ​ວັກ​ຊີ​ນນີ້ ຈະ​ເປັນ​ໄພ​ອັນຕະລາຍແກ່​ພວກ​ລູກ​ເຕົ້າ​
ຂອງ ເຂົາ​ເຈົ້າ. ທ່ານ Cochi ກ່າວ​ວ່າ ຄວາມ​ຢ້ານ​ກົວ​ເຫຼົ່າ​ນີ້ ມີ​ຂຶ້ນ​ບໍ່​ພຽງ​ແຕ່​ວ່າ
​ຢາ​ວັກ​ຊີ​ນນີ້ ບໍ່​ປອດ​ໄພ​ເທົ່າ​ນັ້ນ ​ແຕ່​ເປັນ​ຍ້ອນ​ການ​ຂາດ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ
​ກັນ ຊຶ່ງ​ທ່ານ Cochi ກ່າວ​ວ່າ:

“ພວກ​ປະຊາຄົມ​ທີ່​ບໍ່​ໄດ້​ຮັບ​ການ​ຊ່ອຍ​ເຫຼືອພຽງພໍ ພວກ​ຊົນ​ກຸ່ມ​ນ້ອຍ
ອາດ​ຈະ​ບໍ່ ໄວ້ເນື້ອ​ເຊື່ອ​ໃຈ​ລັດຖະບານ ອາດ​ຈະ​ບໍ່​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ
ສາ​ເຫດ​ອັນ​ແທ້​ຈິງສຳ ລັບ​ເຂົ້າ​ມາຮ່ວມ​ໃນ​ປະຊາ​ຄົມ​ກ່ຽວ​ກັບ​ຢາ​ວັກ​
ຊີ​ນນີ້ ຫຼື​ການ​ແຊກ​ແຊງ​ທາງ​ສຸຂະ ພາບ​ໃດໆ. ​ແລະ​ເລື້ອງ​ນີ້ ​ແມ່ນ​ກໍລະ
ນີ​ເລື້ອງ​ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ຄືນ​ໃໝ່.”


ວີດີໂອ: ບັນຫາໂຣກເປ້ນລ່ອຍ ຢູ່ປາກິສຖານ:
Ideology, Violence Prevent Polio Eradication in Pakistan
please wait

No media source currently available

0:00 0:02:56 0:00
ລິງໂດຍກົງ

ການ​ສ້າງ​ຄລີ​ນິກດ້ານ​ສຸຂະພາບ​ຕ່າງໆ​ຂຶ້ນ​ໃຫ້​ແກ່​ພວກ​ປະຊາ​ຄົມ​ຕ່າງໆ​ຫຼາຍ​
ຂຶ້ນກວ່າທີ່​ໃຫ້ຢາ​ວັກ​ຊີ​ນ​ເທົ່າ​ນັ້ນ ​ເປັນ​ຊ່ອງ​ທາງ​ດຽວ ​ແລະ​ວ່າການ​ປຸກລະດົມ​
ກໍ​ໄດ້ດຳ​ເນີນ​ໄປ​ແລ້ວ.

​ແລະ​ສູນ​ກາງ​ຄວບ​ຄຸມ​ແລະ​ປ້ອງ​ກັນ​ພະຍາດ ​ໄດ້​ຊ່ອຍ​ເຝິກ​ແອບ​ປະຊາຊົນ​ໃນ
ທ້ອງ​ຖິ່ນ​ໃຫ້​ທຳ​ການ​ໂອ້​ລົມ​ກັນ​ກັບ​ພວກ​ເພື່ອ​ບ້ານ​ໃກ້​ຄຽງ ກ່ຽວ​ກັບ​ໂຣກ​ເປ້ຍ​
ລ່ອຍແລະ​ເລື້ອງ​ບັນຫາ​ສຸຂະພາບ​ອື່ນໆ. ທ້າວ Ejaz Afzai ຄົນ​ອິນ​ເດຍ ທີ່​ໄດ້
​ຮັບ​ການເຝິກ​ແອບ ກ່າວ​ວ່າ:

“ປະຊາຊົນ​ຮູ້ຈັກ​ລາວ ອັນ​ນີ້​ແມ່ນ​ບ້ານ​ເຮົາ ລາວ​ມາ​ຈາກ​ຖິ່ນ​ນີ້ ດັ່ງ​ນັ້ນ ​
ເຂົາ​ເຈົ້າ​ຈຶ່ງເຊື່ອ​ໃຈ​ລາວ.”


ທ້າວ Afzal ​ໄດ້​ໄປ​ເຮັດ​ວຽກ​ໃນພາກຕາເວັນອອກຂອງ​ທະວີບອາ​ຟຣິກາ​ ​ເພື່ອ​
ໄປ​ຊ່ອຍ​ຄວບ​ຄຸມ​ການລະບາດ​ຂອງ​ໂຣກ​ເປ້ຍ​ລ່ອຍ​ທີ່​ກຳລັງ​ດຳ​ເນີນ​ໄປ ​ໃນ​ປະ​
ເທດ​ຕ່າງໆ ຊຶ່ງ​ແຕ່​ກ່ອນ​ເຄີຍ​ເປັນ​ປະ​ເທດ​ທີ່​ປອດ​ໂຣກ​ເປ້ຍ​ລ່ອຍມາແລ້ວ. ການ​
ສູ້​ລົບໄດ້​ກີດ​ກັນ​ການ​ປຸກລະດົມ​ການ​ສີດ​ຢາ​ວັກ​ຊິນໃນ​ຊີ​ເຣຍ. ເຊື້ອ​ໄວຣັສດັ່ງກ່າວ
​ໄດ້​ລະບາດ​ຈາກປະ​ເທດ​ນີ້ ​ໄປ​ຍັງ​ອີຣັກ ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່​ກຳລັງ​ເປັນ​ຫ່ວງ
ວ່າ ພະຍາດ​ນີ້ ຈະ​ລະບາດ​ໄປ​ໄກ​ກວ່າ​ນີ້​ອີກ ຊຶ່ງ​ເປັນ​ໄປ​ໄດ້​ຈະ​ເຂົ້າ​ໄປ​ຮອດ​ທະ
ວີບຢູ​ໂຣບ.

ມັນ​ເປັນ​ການ​ເຕືອນ​ຄວາມ​ຊົງ​ຈຳ​ອັນ​ນຶ່ງ ທີ່​ວ່າ ພະຍາດ​ເປ້ຍ​ລ່ອຍ ຍັງຄົງ​ເປັນ
​ໄພ​ຂົ່ມຂູ່ອັນ​ນຶ່ງໃນ​ທຸກ​ຫົນ​ທຸກ​ແຫ່ງ​ໃນ​ໂລກ​ຕໍ່​ໄປ.
XS
SM
MD
LG