ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ບັນຊາການ ຕຳຫຼວດຝຣັ່ງ​ ແລະ​ຄູ່​ຮ່ວມ​ງານ ຖືກ​​ແທງ​ຕາຍ ນອກປາຣີ


Birds trainer Valerie Recher trains a stork in Frouzins near Toulouse, France.
Birds trainer Valerie Recher trains a stork in Frouzins near Toulouse, France.

ຜູ້​ບັນຊາ​ການ​ຕຳຫຼວດ​ຂອງ​ຝຣັ່ງ ​ແລະ​ຄູ່​ຮ່ວມ​ງານຂອງ​ທ່ານ​ ໄດ້​ຖືກແທງ​ຕາຍ ​ໃນ​ບ້ານ​ເຮືອນ​ຂອງ​ພວກ​ກ່ຽວທີ່ປະ​ເທດ​ຝຣັ່ງ ​ໃນ​ຄືນ​ວັນ​ຈັນ​ວານ​ນີ້​.

​ເດັກ​ຊາຍ​ໄວ 3 ຂວບ ​ໄດ້​ຖືກ​ຊ່ອຍ​ເຫຼືອ​ໄວ້​ໄດ້ ​ໂດຍ​ພວກ​ຕຳຫຼວດ​ໃນ​ສະຖານ​ທີ່​ເກີດ​ເຫດ. ມື​ປືນ​ທີ່​ຍິງສັງຫານ ທີ່​ຖືກ​ລະບຸ​ຕົວ​ວ່າ ​ແມ່ນ​ທ້າວ Larossi Abballa ນັ້ນ ​ໄດ້​ຖືກ​ຍິງ​ຕາຍ​ໂດຍ​ຕຳຫຼວດ.

ຕຳ​ຫຼວດກ່າວ​ວ່າ ມີ 2 ຄົນ ທີ່​ພົວພັນ​ກັບທ້າວ Abballa ​ໄດ້​ຖືກ​ຈັບ​ກຸມ ​ອັນ​ເປັນ​ພາກສ່ວນ​ຂອງ​ການ​ສືບສວນໃນ​ການ​ສັງຫານ​ນີ້.

ປະທານາທິບໍດີ​ຝຣັ່ງ ທ່ານ Francois Hollande ​ໄດ້ກ່າວ​ກ່ຽວ​ກັບ​ການ​ສັງຫານ​ນີ້​ວ່າ“​ເປັນ​ການ​ຖຽງ​ບໍ່​ຂຶ້ນ​ທີ່ວ່າ ນີ້​ແມ່ນກະທຳ​ຂອງ​ການ​ກໍ່​ການ​ຮ້າຍ” ທີ່​ມີ​ຂຶ້ນ​ໃນ​ຊ່ວງ​ທີ່​ຝຣັ່ງກຳລັງ​ກວດ​ຂັນ​ເລື້ອງ​ຄວາມ​ປອດ​ໄພ ​ໃນ​ຂະນະ​ທີ່​ຈະ​ເປັນ​ເຈົ້າພາບ​ການ​ແຂ່ງຂັນເຕະບານ​ຢູ​ໂຣບປີ 2016.

ທ້າວ Abballa ​ໄວ 25 ປີ ​ໄດ້​ຖືກຕັດສິນ​ລົງໂທດ​ໃນ​ປີ 2013 ​ໃຫ້ຕິດ​ຄຸກ 3 ປີ ​ໃນ​ຖານ​ ​ເປັນຜູ້​ເກັບ​ເກນ​ພວກ​ນັກ​ລົບເພື່ອ​ສົງຄາມ​ສັກສິດ​ ຫຼື Jihad ໃນ​ປາ​ກິ​ສຖານ.

ອົງການ​ຂ່າວ​ “Amag” ຂອງກຸ່ມ​ລັດ​ອິສລາມ ​ໄດ້​ອອກ​ມາ​ອ້າງ​ຄວາມ​ຮັບຜິດຊອບ ​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້ ​ແຕ່​ວ່າກຸ່ມ​ລັດ​ອິສລາມ ຍັງ​ບໍ່​ທັນ​ໄດ້​ປະກາດ​ເປັນ​ທາງ​ການ​ເທື່ອ​ວ່າ ມື​ປືນ​ທີ່​ວ່າ​ນີ້ ​ເປັນ​ຄົນ​ຂອງ​ຕົນ.

ຜູ້​ບັນຊາ​ການຕຳຫຼວດ​ໄວ 42 ປີ ​ໄດ້​ຖືກ​ສັງຫານຢູ່ນອກເຮືອນ​ຂອງ​ທ່ານ ​ໃນ​ເມືອງ Mag- nanville ປະມານ 55 ກິ​ໂລ​ແມັດ ​ໄປ​ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ປາຣີ ກ່ອນ​ທີ່​ທ້າວ Abballa ​ເຄື່ອນ​ຍ້າຍ​ໄປ​ຂ້າ​ຜູ້ຮ່ວມ​ງານຂອງ​ທ່ານ ​ຊຶ່ງ​ເປັນ​ຕຳຫຼວດ​ຄື​ກັນ.

“​ເຫດການນີ້​ແມ່ນ​ສາຫັດ​ເອົາ​ການ” ​ໂຄສົກ​ຂອງ​ກະຊວງ​ພາຍ​ໃນຝຣັ່ງ ​ທ່ານ Pierre- Henry Brandet ​ໄດ້​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ສະຖານ​ທີ່​ເກີດ​ເຫດ​ວ່າ “ຜູ້​ບັນ​ຊາ​ການ​ຕຳຫຼວດ​ທ່ານ​ນີ້ ​ໄດ້​ຖືກ​ຂ້າ​ຕາຍ​ດ້ວຍ​ນ້ຳມືສ່ວນບຸກຄົນ ​ແລະ​ພວກ​ເຮົາ​ໄດ້​ພົບ​ເຫັນ​ຮ່າງ ຂອງ​ແມ່ຍິງ. ຄົນ​ຮ້າຍນັ້ນ​ແມ່ນ​ຖືກ​ຂ້າ. ​ເປັນແຕ່ບຸນ​ເດັກນ້ອຍ​ຜູ້​ນັ້ນ​ແມ່ນ​ລອດ​ຊີວິດ​ມາ​ໄດ້. ລາວ​ແມ່ນ​ມີຄວາມປອດ​ໄພ​ດີ ​ໃນບ້ານ​ເຮືອນ​ຂອງ​ລາວ.

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

France Policeman Killed
please wait

No media source currently available

0:00 0:01:43 0:00

XS
SM
MD
LG