ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປປ ລາວ ກຳລັງປະເຊີນກັບ ອາຊະຍາກຳ ທີ່ກ່ຽວຂ້ອງກັບ ບັນຫາຢາເສບຕິດ ຫຼາຍຂຶ້ນ


ຢາບ້າທີ່ຖືກຍຶດໄດ້ໃນລາວ.
ຢາບ້າທີ່ຖືກຍຶດໄດ້ໃນລາວ.

ຫົວໜ້າຕຳຫຼວດປາບປາມຢາເສບຕິດຍອມຮັບວ່າ ສປປ ລາວ ກຳລັງປະເຊີນກັບອາ
ຊະຍາກຳ ທີ່ກ່ຽວຂ້ອງກັບບັນຫາຢາເສບຕິດຫຼາຍຂຶ້ນ ທັງຍັງມີລະດັບຂອງຄວາມຮຸນ
ແຮງເພີ່ມຂຶ້ນອີກດ້ວຍ.

ພັນເອກ ຄຳແພງ ໄຊຍະລາດ ຫົວໜ້າຫ້ອງການປາບປາມຢາເສບຕິດ ກະຊວງປ້ອງ
ກັນຄວາມສະຫງົບພາຍໃນຖະແຫຼງຍອມຮັບວ່າ ສປປ ລາວ ກຳລັງປະເຊີນກັບອາຊະ
ຍາກຳທີ່ກ່ຽວຂ້ອງກັບບັນຫາຢາເສບຕິດຫຼາຍຂຶ້ນນັບມື້ ທັງຍັງມີລະດັບຂອງຄວາມ
ຮຸນແຮງເພີ່ມຂຶ້ນອີກດ້ວຍ ດັ່ງທີ່ທ່ານໄດ້ຢືນຢັນວ່າ.

"ສາທາລະນະລັດປະຊາທິປະໄຕປະຊາຊົນ ລາວ ກຳລັງປະເຊີນໜ້າກັບບັນຫາຢາ
ເສບຕິດຢ່າງໜັກ ເພາະວ່າຢາເສບຕິດກຳລັງແຜ່ລະບາດໄປຢ່າງກວ້າງຂວາງ ຂໍໃຫ້
ທຸກພາກສ່ວນຈົ່ງຮັບຮູ້ເຖິງຜົນຮ້າຍຂອງຢາເສບຕິດ ບໍ່ວ່າຈະພົວພັນໃນລັກສະນະໃດ
ລະດັບໃດ, ກໍລ້ວນແຕ່ນຳໄພຕໍ່ບຸກຄົນ, ຄອບຄົວ, ສັງຄົມ ແລະ ປະເທດຊາດ. ຢາເສບ
ຕິດແມ່ນມະຫັນຕະໄພ, ແມ່ນອຸປະສັກ ແລະ ເປັນສິ່ງກີດຂວາງຕໍ່ການສ້າງສາພັດທະ
ນາປະເທດຊາດ."

ທາງດ້ານ ທ່ານ ກຸ ຈັນສີນາ ປະທານຄະນະກຳມະການຄວບຄຸມ ແລະ ກວດກາຢາ
ເສບຕິດແຫ່ງຊາດກໍໄດ້ຖະແຫຼງວ່າໃນຮອບ 1 ປີທີ່ຜ່ານມາ ທາງການ ລາວ ສາມາດ
ຈັບກຸມແກ໊ງຄ້າຢາເສບຕິດໄດ້ 2,508 ກໍລະນີ, ຈັບກຸມຜູ້ຕ້ອງຫາໄດ້ 3,740 ຄົນ, ໃນ
ນີ້ລວມເຖິງຜູ້ຕ້ອງຫາເພດຍິງ 558 ຄົນ ແລະ ຊາວຕ່າງຊາດ 74 ຄົນ. ຍຶດຢາບ້າໄດ້
ເຖິງ 1,869 ກິໂລກຣາມ, ເຮໂຣອິນ 188 ກິໂລກຣາມ, ກັນຊາແຫ້ງ 425 ກິໂລກຣາມ,
ຍາໄອສ໌ 144 ກິໂລກຣາມ, ຝິ່ນ 106 ກິໂລກຣາມ, ສານເຄມີ 6,830 ກິໂລກຣາມ,
ລົດຍົນ 97 ຄັນ, ລົດຈັກ 335 ຄັນ ແລະ ຍຶດອາວຸດສົງຄາມຫຼາຍກວ່າ 180 ລາຍການ
ໂດຍເຂດທີ່ມີການຈັບກຸມຫຼາຍທີ່ສຸດຄືນະຄອນຫຼວງວຽງຈັນ.

ຫາກແຕ່ເປັນທີ່ໜ້າສັງເກດວ່າ ໃນຂະນະທີ່ທາງການຕຳຫຼວດ ລາວ ສາມາດຈັບກຸມ
ນັກຄ້າຢາເສບຕິດໄດ້ເພີ່ມຂຶ້ນ ກໍປາກົດວ່າ ປະລິມານຢາເສບຕິດຂອງກາງທີ່ຍຶດໄດ້
ໃນໄລຍະ 1 ປີທີ່ຜ່ານມານີ້ ໄດ້ຫຼຸດລົງຈາກໄລຍະດຽວກັນຂອງປີກ່ອນ ທີ່ທາງການຕຳ
ຫຼວດ ລາວ ສາມາດຈັບກຸມນັກຄ້າຢາເສບຕິດໄດ້ 2,414 ກໍລະນີ. ມີຜູ້ຕ້ອງຫາ 3,528
ຄົນ, ລວມຜູ້ຕ້ອງຫາເພດຍິງ 534 ຄົນກັບຊາວຕ່າງຊາດ 77 ຄົນ. ສ່ວນຢາເສບຕິດທີ່
ຍຶດໄດ້ກໍປະກອບດ້ວຍຢາບ້າຫຼາຍກວ່າ 3,185,830 ເມັດ, ເຮໂຣອິນ 231.93 ກິໂລ
ກຣາມ, ກັນຊາແຫ້ງ 2,893 ກິໂລກຣາມ, ຢາໄອສ໌ 150 ກິໂລກຣາມ, ຝິ່ນ 38.95 ກິ
ໂລກຣາມ ແລະ ສານເຄມີ 8,242 ກິໂລກຣາມ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນໜ່ວຍປາບປາມຢາເສບຕິດໃນ ລາວ ຍອມຮັບວ່າມີເຈົ້າ
ໜ້າທີ່ຂັ້ນສູງຈຳນວນບໍ່ນ້ອຍທັງໃນວົງການທະຫານ, ຕຳຫຼວດ ແລະ ລັດຖະບານ ທີ່
ໄດ້ເຂົ້າໄປພົວພັນ ແລະ ກ່ຽວຂ້ອງກັບການຄ້າຢາເສບຕິດ, ໂດຍສະເພາະການເຂົ້າ
ໄປມີຜົນປະໂຫຍດໃນການຄ້າຢາບ້ານັ້ນກໍຍັງຖືເປັນສາເຫດສຳຄັນທີ່ເຮັດໃຫ້ການລັກ
ລອບຂົນສົ່ງ ແລະ ການຄ້າຢາບ້າໃນ ລາວ ໄດ້ມີການຈັດຕັ້ງເປັນຂະບວນການທີ່ມີເຄືອ
ຂ່າຍຢ່າງກວ້າງຂວາງທັງໃນ ລາວ ແລະ ປະເທດເພື່ອນບ້ານອີກດ້ວຍ.

ທັງນີ້ໂດຍເຂດທີ່ຂະບວນການຄ້າຢາເສບຕິດໄດ້ສວຍໃຊ້ເປັນເສັ້ນທາງລັກລອບຂົນ
ສົ່ງຢາເສບຕິດຈາກເຂດສາມຫຼ່ຽມຄຳ ໄປຕ່າງປະເທດຫຼາຍຂຶ້ນນັບມື້ຄືຊາຍແດນ ລາວ
ກັບ ຫວຽດນາມ ໂດຍເສັ້ນທາງທີ່ແກັງຄ້າຢາເສບຕິດນຳໃຊ້ຫຼາຍທີ່ສຸດໃນ ລາວ ກໍຄື
ຖະໜົນເລກ 13 ຈາກພາກເໜືອຕໍ່ມາຍັງຖະໜົນເລກ 9 ໃນແຂວງສະຫວັນນະເຂດ ຕໍ່
ໄປ ຫວຽດນາມ ແລະ ປະເທດທີ 3 ຕາມລຳດັບ. ນອກຈາກນີ້ ຍັງປາກົດມີເຍົາວະຊົນ
ລາວ 4 ແສນກວ່າຄົນທີ່ຢູ່ໃນຄວາມສ່ຽງທີ່ຈະຕົກເປັນທາດຂອງຢາເສບຕິດໃນປັດຈຸ
ບັນ.

ສ່ວນຄະນະກຳມະການປ້ອງກັນ ແລະ ປາບປາມຢາເສບຕິດແຫ່ງຊາດ ໄທ ລາຍງານ
ວ່າ ນັບຈາກປີ 2013 ເຖິງປັດຈຸບັນ ການຮ່ວມມືລະຫວ່າງທາງການ ຈີນ, ມຽນມາ,
ລາວ, ໄທ, ກຳປູເຈຍ ແລະ ຫວຽດນາມ ພາຍໃຕ້ປະຕິບັດການແມ່ນໍ້າຂອງປອດໄພ
ສາມາດປາບປາມການຄ້າຢາເສບຕິດໄດ້ 125,274 ກໍລະນີ. ຈັບຜູ້ຕ້ອງຫາໄດ້ຫຼາຍ
ກວ່າ 160,000 ຄົນ. ຍຶດຢາບ້າໄດ້ຫຼາຍກວ່າ 363 ລ້ານເມັດ, ສານເຄມີ 270 ກວ່າ
ໂຕນ, ຢາໄອສ໌ 13,310 ກິໂລກຣາມ, ເຮໂຣອິນ ກວ່າ 7,553 ກິໂລກຣາມ, ຝິ່ນ
14,400 ກິໂລກຣາມ, ກັນຊາເກືອບ 20 ໂຕນ ທັງຍັງຍຶດອາວຸດສົງຄາມ ແລະ ອຸປະ
ກອນສື່ສານທີ່ທັນສະໄໝໄດ້ນັບໝື່ນລາຍການອີກດ້ວຍ.

XS
SM
MD
LG