ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຕຳຫຼວດ 5 ຄົນ ເສຍຊີວິດ ໃນການຕໍ່ສູ້ ກັບມືປືນ ຢູ່ມາເຊໂດເນຍ


ຕຳຫຼວດຍົກຍ້າຍຄົນ ອອກຈາກບ່ອນ ທີ່ເກີດການຕໍ່ສູ້ກັນ ລະຫວ່າງຕຳຫຼວດ ກັບມືປືນ ຢູ່​ນອກ​ເມືອງ Kumanovo ທາງພາກເໜືອ ຂອງມາເຂໂດເນຍ, ວັນທີ 9 ພຶດສະພາ 2015.
ຕຳຫຼວດຍົກຍ້າຍຄົນ ອອກຈາກບ່ອນ ທີ່ເກີດການຕໍ່ສູ້ກັນ ລະຫວ່າງຕຳຫຼວດ ກັບມືປືນ ຢູ່​ນອກ​ເມືອງ Kumanovo ທາງພາກເໜືອ ຂອງມາເຂໂດເນຍ, ວັນທີ 9 ພຶດສະພາ 2015.

ບັນດາ​ເຈົ້າ​ໜ້າ​ທີ່​ມາ​ເຊ​ໂດ​ເນຍ ກ່າວ​ວ່າ ຕຳຫຼວດ 5 ຄົນ ​ໄດ້​
ເສຍ​ຊີວິດ ​ແລະອີກ​ຫຼາຍ​ກວ່າ 30 ຄົນ​ ​ໄດ້​ຮັບ​ບາດ​ເຈັບ​ໃນ
​ການ​ຍິງ​ປືນຕໍ່ສູ້​ກັນ​ເປັນ​ເວລາໜຶ່ງ​ມື້​ເຕັມ ກັບ​ພວກ​ມື​ປືນ​ຈຸ​ໜຶ່ງ
​ທີ່​ບໍ່​ຊາບວ່າ​ແມ່​ນກຸ່ມ​ໃດ ​ໃນ​ເຂດ​ຊົນ​ເຜົ່າ​ອານ​ເບ​ເນຍ ​ໃກ້​ກັບ
​ຊາຍ​ແດນ​ຂອງ​ໂກ​ໂຊ​ໂວແລະ ​ເຊີ​ເບຍ.

ໃນ​ການ​ອອກ​ມາຖະ​ແຫຼ​ງເມື່ອ​ຄືນວັນ​ເສົາວານ​ນີ້ ລັດຖະມົນຕີ​
ກະຊວງ​ພາຍ​ໃນ ທ່ານ​ນາງ Gordona Jankulovska ​ເວົ້າ​
ວ່າ ພວກມື​ປືນ ​ຈຳນວນໜຶ່ງ ຢູ່​ນອກ​ເມືອງ Kumanovo ​ໄດ້
ຖືກ​ຍິງ​ຕາຍ ​ແຕ່​ທ່ານ​ນາງ​ບໍ່​ໄດ້​ບອກ​ໂຕ​ເລກ​ ວ່າ ເທົ່າ​ໃດ.

ອົງການ​ຂ່າວສານ​ນາໆ​ຊາດ​ມາ​ເຊໂດ​ເນຍ ກ່າວ​ວ່າ “ພວກ​ກໍ່​ການ​ຮ້າຍ 4 ຄົນ” ​ໄດ້​ເສຍ​ຊີວິດ ​ແລະ​ວ່າ ອີກ​ຄົນ​ໜຶ່ງ​ໄດ້​ຂ້າ​ໂຕ​ຕາຍ ​ເພື່ອ​ຫຼີກ​ລ້ຽງ​ກາ​ນຈັບ​ກຸມ. ກ່າວ​ກັນ​ວ່າ ພວກ​ມື​ປືນ​ຄົນ​ອື່ນໆ ​ໄດ້ຍອມ​ຈຳນົນ ​ຕໍ່​ຕຳຫຼວດ. ບໍ່​ມີ​ລາຍງານ​ຂ່າວໃນ​ທັນທີກ່ຽວກັບ​ຜູ້ບາດ​ເຈັບ​
ແລະ​ລົ້ມ​ຕາຍ​ຂອງ​ຝ່າຍ​ພົນລະ​ເຮືອນ​ນັ້ນ.

ປະທານາທິບໍດີ Gjorge Ivanov ​ໄດ້​ຕັດ​ການ​ຢ້ຽມຢາມ​ມົສກູ​ຂອງ​ທ່ານ​ລົງ ​ແລະ​ລາຍ​ງານ​ຂ່າວເວົ້າ​ວ່າ ທ່ານ​ກຳລັງ​ເດີນທາງ​ກັບ​ຄືນ​ປະ​ເທດເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ​ດັ່ງກ່າວ.

​ ເມືອງ Kumanovo ຕັ້ງ​ຢູ່​ຫ່າງ​ຈາກ​ນະຄອນຫຼວງ Skopje ​ໄປ​ທາງ​ທິດຕາ​ເວັນ​ອອກສຽງ​ເໜືອ 40 ຫຼັກ​ກິ​ໂລ​ແມັດ. ກ່ອນ​ໜ້າ​ນີ້​ ທ່ານ Ivo Kotevski ​ໂຄສົກ​ປະຈຳ​ກະຊວງ​ພາຍ​ໃນ ກ່າວວ່າ ພວກ​ມື​ປືນ​ຈຸ​ໜຶ່ງ​ໄດ້​ເຂົ້າ​ມາ​ຈາກ​ປະ​ເທດ​ໃກ້​ຄຽງ​ແຫ່ງ​ໜຶ່ງ ​ເພື່ອ​ທຳ​ການ​ໂຈມ​ຕີ​ສະ​ຖາບັນ​ຕ່າງໆຂອງ​ລັດ ​ແຕ່​ທ່ານ​ບໍ່​ໄດ້​ບອກ​ຊື່​ປະ​ເທດນັ້ນໃຫ້ຊາບ.

Macedonia Shooting
please wait
Embed

No media source currently available

0:00 0:00:42 0:00

XS
SM
MD
LG