ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຕຳຫຼວດ ໃນລັດເທັກຊັດ ຈັບກຸມ ຜູ້ຕ້ອງສົງໄສ ເປັນມືປືນ ຂ້າຕຳຫຼວດ ໄດ້ແລ້ວ

ນາງ Faith Reyna ປະພວກດອກໄມ້ ຢູ່ທີ່ອະນຸສອນສະຖານ ຊົ່ວຄາວ ສຳລັບເຈົ້າໜ້າທີ່ຕຳຫຼວດ Benjamin Marconi,ອາຍຸ 50 ປີ ທີ່ໄດ້ປະຕິບັດໜ້າທີ່ມາໄດ້ 20 ປີ ຂອງ ເມືອງ San Antonio ທີ່ຖືກຍິງຕາຍ, ວັນທີ 21, 2016.
ນາງ Faith Reyna ປະພວກດອກໄມ້ ຢູ່ທີ່ອະນຸສອນສະຖານ ຊົ່ວຄາວ ສຳລັບເຈົ້າໜ້າທີ່ຕຳຫຼວດ Benjamin Marconi,ອາຍຸ 50 ປີ ທີ່ໄດ້ປະຕິບັດໜ້າທີ່ມາໄດ້ 20 ປີ ຂອງ ເມືອງ San Antonio ທີ່ຖືກຍິງຕາຍ, ວັນທີ 21, 2016.

ຕຳຫຼວດ ລັດ Texas ໄດ້ຈັບກຸມ ຜູ້ຕ້ອງສົງໄສຄົນໜຶ່ງ ທີ່ກ່ຽວຂ້ອງກັບການຍິງສັງຫານ ເຈົ້າໜ້າທີ່ຕຳຫຼວດອາວຸໂສຂອງລັດ Texas ທີ່ປະຕິບັດໜ້າທີ່ຢູ່ນັ້ນ ຊຶ່ງເປັນໜຶ່ງ ໃນ ຕຳຫຼວດທັງ​ໝົດ 4 ຄົນ ທີ່ຖືກຍິງ ຢູ່ໃນຫຼາຍລັດ ເມື່ອວັນອາທິດຜ່ານມາ.

ເຈົ້າໜ້າທີ່ຕຳຫຼວດ ກ່າວວ່າ ຜູ້ຕ້ອງສົງໄສ ຊື່ທ້າວ Otis McKane ອາຍຸ 31 ປີ ໄດ້ຖືກ ຈັບກຸມ ໂດຍປາດສະຈາກການ​ຂັດ​ຂືນໃດໆ ໃນແລງວັນຈັນວານນີ້ ຫຼັງຈາກທີ່ໄດ້ຖືກ ຕາມລ່າຫາ​ໂຕ ຢ່າງກວ້າງຂວາງ. ພວກເພິ່ນກ່າວວ່າ ຍັງບໍ່ຮູ້ຈັກຈຸດປະສົງ ຂອງການຍິງ ດັ່ງກ່າວນີ້​ເທື່ອ.

ພາບຈາກກ້ອງວີດີໂອ ສັງເກດການນີ້ ສະໜອງ ໂດຍ ກົມຕຳຫຼວດ ຂອງເມືອງ San Antonio ສະແດງໃຫ້ເຫັນຜູ້ຕ້ອງສົງໄສ ໃນການຍິງສັງຫານເຈົ້າໜ້າທີ່ຕຳຫຼວດ ກຳລັງຍ່າງເຂົ້າໄປໃນ ກອງບັນຊາການຕຳຫຼວດ ປະມານ 4 ຊົ່ວໂມງ ກ່ອນໜ້າການຍິງສັງຫານ, ວັນທີ 20 ພະຈິກ 2016.

ນັກສືບ ຂອງເມືອງ San Antonio ​ໄດ້ຖືກຂ້າຕາຍ ໃນຂະນະທີ່ນັ່ງ ຢູ່ໃນລົດຕຳຫຼວດ ຂອງຜູ້ກ່ຽວ ລະຫວ່າງການປະຕິບັດໜ້າທີ່ ຢຸດການສັນຈອນ ຕາມປົກກະຕິ ຢູ່ນອກ ກອງບັນຊາການຕຳຫຼວດ ຂອງເມືອງດັ່ງກ່າວ ຢູ່ນັ້ນ.

ບັນດາເຈົ້າໜ້າທີ່ ກ່າວວ່າ ມືປືນດັ່ງກ່າວ ໄດ້ຂັບລົດເຂົ້າໄປຈອດຢູ່ດ້ານຫຼັງ ຂອງລົດ ຕຳຫຼວດ ແລ້ວໄດ້ຍ່າງເຂົ້າໄປຫາລົດຕຳຫຼວດ ແລະຍິງໃສ່ຫົວຕຳຫຼວດຄົນນັ້ນ ຜ່ານ ກະຈົກລົດ. ພວກເພິ່ນກ່າວວ່າ ກ່ອນໜ້ານີ້ ມືປືນ ໄດ້ເຂົ້າໄປໃນກອງບັນຊາການຕຳຫຼວດ ເມື່ອຕອນກາງເວັນ ​ເປັນໄລຍະສັ້ນໆ ເພື່ອສອບຖາມພະນັກງານສະໝຽນ.

ນອກ​ນັ້ນ​ແລ້ວ ໃນວັນອາທິດ ກໍມີເຫດການຍິງເຈົ້າໜ້າທີ່ຕຳຫຼວດ ຢູ່ໃນລັດ Missouri ແລະ Florida ເປັນ​ເຫດເຮັດໃຫ້ມີການບາດເຈັບ.

ລັດຖະມົນຕີກະຊວງຍຸຕິທຳ ທ່ານນາງ Loretta Lynch ໄດ້ກ່າວໃນວັນຈັນວານນີ້ ວ່າ ເຫດການຍິງເຈົ້າໜ້າທີ່ຕຳຫຼວດນັ້ນ ແມ່ນເປັນ “ການກະທຳທີ່ຊົ່ວຮ້າຍ” ທີ່ “ບໍ່ສາມາດ ຍອມຮັບໄດ້.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG