ພວກປະທ້ວງຈຳນວນໜຶ່ງ ໄດ້ປະທະກັບເຈົ້າໜ້າທີ່ຕຳຫຼວດ ແລະ ໄດ້ປິດທາງຫຼວງ ສາຍຫຼັກ ຢູ່ໃນເມືອງ Charlotte ທາງພາກຕາເວັນອອກ ຂອງສະຫະລັດ ເມື່ອຄືນແລ້ວນີ້ ຫຼັງຈາກຕຳຫຼວດຜິວດຳ ໄດ້ຍິງ ຊາຍ ຜິວດຳຜູ້ໜຶ່ງຕາຍ ຢູ່ທີ່ບໍລິເວນຕຶກຫ້ອງແຖວທີ່ພັກ.
ຕຳຫຼວດໄດ້ກ່າວວ່າ ການຍິງດັ່ງກ່າວ ໄດ້ເກີດຂຶ້ນ ເມື່ອຕອນບ່າຍ ວັນອັງຄານວານນີ້ ໃນຂະນະທີ່ບັນດາເຈົ້າໜ້າທີ່ ກຳລັງຊອກຫາຄົນຮ້າຍຢູ່ແລະ ໄດ້ພົບເຫັນທ້າວ Keith Lamont Scott ອາຍຸ 43 ປີ ກຳລັງອອກມາຈາກລົດ ພ້ອມດ້ວຍປືນ.
ຜູ້ບັນຊາການຕຳຫຼວດ ເມືອງ Charlotte-Mecklenburg ທ່ານ Kerr Putney ໄດ້ ກ່າວຕໍ່ບັນດານັກຂ່າວ ວ່າ ຕຳຫຼວດຜູ້ທີ່ຍິງທ້າວ Scott ມີຄວາມຮູ້ສຶກວ່າ ທ້າວ Scott ມີທ່າທາງ “ເປັນອັນຕະລາຍ” ແລະ ວ່າ ໄດ້ພົບເຫັນປືນກະບອກໜຶ່ງ ຢູ່ທີ່ບ່ອນເກີດເຫດ. ສ່ວນສະມາຊິກຄອບຄົວຂອງທ້າວ Scott ໄດ້ກ່າວວ່າ ທ້າວ Scott ບໍ່ມີອາວຸດ.
ການປະທ້ວງ ໄດ້ເລີ່ມຕົ້ນຂຶ້ນບໍ່ດົນຫຼັງຈາກຕຳຫຼວດໄດ້ຍິງທ້າວ Scott ແລະຍັງດຳເນີນ ຕໍ່ມາຈົນເຖິງວັນພຸດມື້ນີ້. ຕຳຫຼວດໃສ່ຊຸດປາບຈະລາຈົນ ໄດ້ພະຍາຍາມທີ່ຈະຄວບຄຸມ ພວກຝຸງຊົນ ແລະ ໃນຊ່ວງເວລາໜຶ່ງໄດ້ ໃຊ້ແກັສນ້ຳຕາ. ມີລາຍງານວ່າ ມີຜູ້ໄດ້ຮັບ ບາດເຈັບຫຼາຍຄົນ ລວມທັງ ເຈົ້າໜ້າທີ່ຕຳຫຼວດ ປະມານ 12 ຄົນ.
ເຈົ້າເມືອງໆ Charlotte ທ່ານນາງ Jennifer Roberts ໄດ້ກ່າວຜ່ານທາງ Twitter ວ່າ “ປະຊາຄົມ ຄວນໄດ້ຮັບຄຳຕອບ” ແລະ ໄດ້ສັນຍາວ່າ ຈະທຳການສືບສວນສອບສວນ ຢ່າງຄົບຖ້ວນ ກ່ຽວກັບການຍິງສັງຫານດັ່ງກ່າວ.
ສຽງຮ້ອງໂຮຈາກພວກປະທ້ວງ ພ້ອມດ້ວຍຄຳເວົ້າທີ່ກ່າວວ່າ “ຍົກມືຂຶ້ນ ຢ່າຍິງ” ທີ່ໄດ້ ຍິນກັນໄປທົ່ວແຫ່ງຕ່າງໆ ໃນສະຫະລັດ ໃນລະຫວ່າງ ສອງສາມປີຜ່ານມາ ໃນການຕ້ອບ ໂຕ້ຕໍ່ການໃຊ້ກຳລັງຮ້າຍແຮງເຖິງແກ່ຊີວິດ ໂດຍເຈົ້າໜ້າທີ່ຕຳຫຼວດ.
ການເດີນຂະບວນປະທ້ວງ ຢູ່ອີກແຫ່ງໜຶ່ງ ໄດ້ມີຂຶ້ນ ໃນວັນອັງຄານວານນີ້ ຢູ່ນອກກົມ ຕຳຫຼາດ ໃນເມືອງ Tulsa ຢູ່ທາງພາກກາງກ້ຳຕາເວັນຕົກ ຂອງສະຫະລັດ ບ່ອນທີ່ ໃນວັນສຸກ ຜ່ານມາ ເຈົ້າໜ້າທີ່ຕຳຫຼວດຄົນໜຶ່ງ ໄດ້ສັງຫານ ຊາຍຜິວດຳບໍ່ມີອາວຸດ ທີ່ຢືນຢູ່ຂ້າງລົດຂອງລາວ.
ທະນາຍຄວາມຂອງເຈົ້າໜ້າທີ່ຕຳຫຼວດ ທີ່ໄດ້ສັງຫານ ທ້າວ Terence Crutcher ໄດ້ ກ່າວວ່າ ທ່ານນາງ ຍັງຢ້ານວ່າ ຕົນຕົກຢູ່ໃນອັນຕະລາຍ ແລະໄດ້ຍິງ ໃນເວລາທີ່ ທ້າວ Crutcher ໄດ້ຍື່ນມືເຂົ້າໄປໃນປ່ອງຢ້ຽມປະຕູລົດ.
ແຕ່ຄອບຄົວຂອງທ້າວ Crutcher ໄດ້ຖົກຖຽງ ຕໍ່ການອະທິບາຍ ກ່ຽວກັບເລື່ອງລາວ ດັ່ງກ່າວ ໃນວັນອັງຄານວານນີ້ ໂດຍນຳເອົາພາບຈາກວີດີໂອ ທີ່ໄດ້ມີການເປີດເຜີຍ ໂດຍຕຳຫຼວດ ຂຶ້ນມາສະເໜີ ຊຶ່ງພວກເຂົາເຈົ້າໄດ້ ກ່າວວ່າ ສະແດງໃຫ້ເຫັນວ່າ ປະຕູ ປ່ອງຢ້ຽມລົດ ໄດ້ປິດຢູ່. ພວກເຂົາເຈົ້າຮຽກຮ້ອງໃຫ້ເອົາມາດຕະການ ຕໍ່ເຈົ້າໜ້າທີ່ ຕຳຫຼວດຄົນນີ້.