ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດ ຍິງຜູ້ຊາຍ ຄົນໜຶ່ງ ທີ່ຫໍລັດຖະສະພາ ສະຫະລັດ


ອາຄານລັດຖະສະພາ ສະຫະລັດ ຖືກປິດໄວ້ ຫຼັງຈາກເຫດການຍິງກັນ ຢູ່ພາຍໃນສູນຜູ້ຢ໊ຽມຢາມ ຂອງອາຄານດັ່ງກ່າວ ໃນນະຄອນຫຼວງວໍຊິງຕັນ. 28 ມີນາ, 2016. (N. Ardanza/VOA)
ອາຄານລັດຖະສະພາ ສະຫະລັດ ຖືກປິດໄວ້ ຫຼັງຈາກເຫດການຍິງກັນ ຢູ່ພາຍໃນສູນຜູ້ຢ໊ຽມຢາມ ຂອງອາຄານດັ່ງກ່າວ ໃນນະຄອນຫຼວງວໍຊິງຕັນ. 28 ມີນາ, 2016. (N. Ardanza/VOA)

ຕຳຫຼວດ ທີ່ລັດຖະສະພາ ສະຫະລັດ ໄດ້ຍິງຜູ້ຊາຍຄົນໜຶ່ງໃນວັນ ຈັນວານນີ້ ຫຼັງຈາກລາວໄດ້ຈົກປືນອອກມາ ແລະ ຈີ້ໃສ່ບັນດາ ເຈົ້າໜ້າທີ່ໃນລະຫວ່າງ ການກວດກາຄວາມປອດໄພປະຈຳວັນ ທີ່ທາງເຂົ້າຂອງສູນຢ້ຽມຢາມຂອງນັກທ່ອງທ່ຽວ.

ບັນເຈົ້າໜ້າທີ່ໄດ້ລະບຸຜູ້ຊາຍຄົນດັ່ງກ່າວວ່າ ທ້າວ Larry Dawson ອາຍຸ 66 ປີຈາກລັດ Tennessee ແລະໄດ້ກ່າວວ່າ ລາວມີອາການສາຫັດ ຫຼັງຈາກຖືກນຳຕົວສົ່ງໂຮງໝໍ.

ຕຳຫຼວດລັບ ຄົນໜຶ່ງກວດກາຍ່າງກວດກາ ສະໜາມຫຍ້າດ້ານເໜືອຂອງ ທຳນຽບຂາວ ໃນນຄອນຫຼວງ ວໍຊິງຕັນ. 28 ມີນາ 2016 ຫຼັງຈາກການ ລາຍງານຂອງມີປືນທີ່ຫໍລັດຖະສະພາ ສະຫະລັດ.
ຕຳຫຼວດລັບ ຄົນໜຶ່ງກວດກາຍ່າງກວດກາ ສະໜາມຫຍ້າດ້ານເໜືອຂອງ ທຳນຽບຂາວ ໃນນຄອນຫຼວງ ວໍຊິງຕັນ. 28 ມີນາ 2016 ຫຼັງຈາກການ ລາຍງານຂອງມີປືນທີ່ຫໍລັດຖະສະພາ ສະຫະລັດ.

ຫົວໜ້າຕຳຫຼວດລັດຖະສະພາ ທ່ານ Matthew Verdorosa ໄດ້ກ່າວວ່າ ແມ່ຍິງຜູ້ທີ່ຢູ່​ໃນເຫດການຄົນ​ໜຶ່ງ​ໄດ້ຮັບບາດເຈັບເລັກ ນ້ອຍ ແລະ ວ່າບໍ່ມີເຈົ້າໜ້າທີ່ຄົນໃດໄດ້ຮັບບາດເຈັບ.

ທ່ານ Verderosa ໄດ້ກ່າວວ່າ “ພວກເຮົາເຊື່ອວ່າ ນີ້ແມ່ນການ ກະທຳຂອງຄົນໆດຽວ ຜູ້ທີ່ໄດ້ມາຢ້ຽມຢາມລັດຖະສະພາຫຼາຍຄັ້ງ ແລະ ມັນບໍ່ມີເຫດຜົນທີ່ຈະເຊື່ອວ່າ ນີ້ແມ່ນການປະພຶດໃດໆ ນອກເໜືອຈາກການກໍ່ອາຊະຍາກຳ.”

ທ້າວ Dawson ໄດ້ຖືກຂໍ້ຫາໃນເດືອນຕຸລາປີກາຍນີ້ ດ້ວຍການກະ ທຳທີ່ຜິດກົດໝາຍ ໃນຫໍລັດຖະສະພາ ແລະ ການທຳຮ້າຍຮ່າງກາຍ ຂອງເຈົ້າໜ້າທີ່ຄົນໜຶ່ງ ຫຼັງຈາກລາວໄດ້ຢືນຂຶ້ນໃນຫ້ອງສະແດງຮູບ ພາບຂອງສະພາຕ່ຳ ແລະ ໄດ້ຮ້ອງຄຳເວົ້າຕອນ​ໜຶ່ງຂອງຄຳພີ Bible ອອກມາ ແລະ ໄດ້ປະກາດວ່າລາວເປັນ “ຜູ້ນຳທາງສາສະໜາທີ່ຕາງໜ້າ​ໃຫ້ພະເຈົ້າ ໄດ້.”

ນອກເໜືອ​ຈາກຖືກກ່າວຫາ​ແລ້ວ, ລາວຍັງໄດ້ຖືກສັ່ງໃຫ້ຢູ່ຫ່າງຈາກຂົງ ເຂດດັ່ງກ່າວ. ລາວບໍ່ ໄດ້ປະກົດຕົວໃນສານເພື່ອຮັບຟັງການຕັດສິນຄະ ດີຂອງລາວໃນເດືອນພະຈິກປີກາຍນີ້.

ລັດຖະສະພາໄດ້ຢຸດການເຮັດວຽກໃນວັນຈັນວານນີ້ ສຳລັບວັນພັກບຸນ ອິສ​ເຕີ້ຫຼືການຟື້ນຄືນ ຊີບຂອງພະເຍຊູ, ແຕ່ນັກທ່ອງທ່ຽວຫຼາຍຄົນ ແມ່ນໄດ້ເຂົ້າທ່ຽວຊົມລັດຖະສະພາໃນເວລາທີ່ ເກີດການຍິງກັນນັ້ນ. ຜູ້ຄົນທີ່ຢູ່ໃນສະຖານທີ່ແມ່ນໄດ້ຖືກບອກໃຫ້ໄປລີ້ຢູ່ບ່ອນຫຼົບໄພ ແລະ ຕຳຫຼວດກໍໄດ້ຫ້າມ​ບໍ່ໃຫ້ມີ​ການເຂົ້າອອກໃນຕຶກອາຄານ​ເປັນເວລາສັ້ນໆ.

US Capitol Shooting
please wait
Embed

No media source currently available

0:00 0:01:32 0:00

XS
SM
MD
LG