ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫລວດຍິງ ພວກປະທ້ວງ ຕາຍສາມຄົນ ທີ່ປະເທດ ບູຣູນດີ


ຕຳຫລວດ Burundi ​ໄດ້ຍິງ​ສາມ​ຄົນ​ຕາຍ ​ໃນ​ວັນ​ຈັນ​ວານ​ນີ້
ລະຫວ່າງ​ການ​ເດີນ​ຂະ​ບວນປະ​ທ້ວງ​ຄືນໃໝ່ ຕໍ່ຕ້ານປະທານາ
ທິບໍດີ ທີ່​ພະຍາຍາມຈະ​ຕໍ່ການ​ປົກຄອງ​ຂອງ​ທ່ານ​ອອກ​ໄປ​ອີກ.

ສະພາກາ​ແດງ Burundi ​ໄດ້​ຢືນຢັນ​ການ​ເສຍ​ຊີວິດ​ຂອງ​ສາມ
​ຄົນ​ກັບ ວີ​ໂອ​ເອ ພະ​ແນ​ກພາສາອາ​ຟຣິກາກາງ. ລາຍ​ງານ
ກ່າວ​ວ່າ ມີຫລາຍ​ສິບ​ຄົນໄດ້​ຮັບ​ບາດ​ເຈັບ ​ໃນ​ວັນ​ຈັນ​ວານ​ນີ້ ​
ເວລາ​ຕຳຫລວດ​ເປີດ​ສາກ​ຍິງ​ໃສ່​ພວກ​ປະ​ທ້ວງ ທີ່​ພາກັນ​ເດີນ​
ຂະ​ບວນຢູ່ໃນ​ເຂດ​ຊານ​ເມືອງ​ຫລວງ Bujumbura.

ຢ່າງ​ໝ້ອຍ 12 ຄົນ​ໄດ້​ເສຍ​ຊີວິດ ​ໃນ​ໄລຍະ​ໜຶ່ງອາທິດປາຍ​ຜ່ານ
​ມາ ​ໃນການ​ເດີນ​ປະ​ທ້ວງ​ຕໍ່ຕ້ານ ປະທານາທິບໍດີ Pierre Nkurunziza ​ທີ່​ໄດ້​ຕັດສິນ​ໃຈ​ຈະ​ສະໝັກແຂ່ງຂັນ​ເອົາ​ສະໄໝທີ່​ສາມ ​ໃນ​ການເລືອກ​ຕັ້ງເດືອນ​ໜ້າ​ນີ້.

ບັນດາ​ຜູ້​ຕິຕຽນ ກ່າວ​ວ່າ ນັ້ນ​ຈະ​ເປັນ​ການ​ຝ່າຝືນຕໍ່​ການຈຳກັດໃຫ້​ປະທາ​ນາ​ທິບໍດີ​ດຳລົງ​
ຕຳ​ແໜ່​ງ​ໄດ້​ແຕ່​ສອງ​ສະ​ໄໝ ຕາມ​ທີ່​ລະບຸ​ໄວ້​ໃນລັດຖ​ະທຳ​ມະນູນ ສະບັບ ປີ 2005 ຫລັງ​
ສົງຄາມ​ກາງ​ເມືອງນັ້ນ.

ພວກ​ສະໜັບສະໜູນ ປະທານາທິບໍດີ ກ່າວ​ວ່າ ​ສະ​ໄໝທຳ​ອິດ​ຂອງ​ທ່ານ​ນັ້ນ​ບໍ່​ນັບ​ ​ເພາະ
ວ່າທ່ານໄດ້​ຖືກ​ເລືອກ​ຕັ້ງ​ຈາກ​ສະພາ ບໍ່​ແມ່ນ​ຈາກ​ຜູ້​ປ່ອນ​ບັດ ດັ່ງ​ທີ່​ລະບຸ​ໄວ້​ຢູ່​ໃນ ລັດຖະ
ທຳ​ມະນູນ.

XS
SM
MD
LG