ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກສືບສວນ ເຂົ້າ​ກວດ​ຄົ້ນ ​ຫ້ອງ​ການ ​ໄປ​ສະ​ນີ ເພື່ອຫາ ທີ່​ມາ​ຂອງ ລະເບີດ ​ສົ່ງ​ໄປ​ໃຫ້ ພວກ​ພັກ​ເດ​ໂມ​ແຄ​ຣັດ


ຫໍ່ລະເບີດທໍ່ ອັນ​ນຶ່ງ ທີ່​ສົ່ງ​ທາງ​ໄປສະ​ນີໄປ​ໃຫ້​ຜູ້ທີ່​ສັງ​ກັດ ​ພັກ​ເດ​ໂມ​ແຄ​ຣັດ ສຳ​ຄັນ​ຄົນ​ນຶ່ງ
ຫໍ່ລະເບີດທໍ່ ອັນ​ນຶ່ງ ທີ່​ສົ່ງ​ທາງ​ໄປສະ​ນີໄປ​ໃຫ້​ຜູ້ທີ່​ສັງ​ກັດ ​ພັກ​ເດ​ໂມ​ແຄ​ຣັດ ສຳ​ຄັນ​ຄົນ​ນຶ່ງ

ພວກນັກສືບສວນຂອງລັດຖະບານກາງ ພາກັນໄປຊອກຄົ້ນຫ້ອງການໄປສະນີ ໃຫຍ່ໃນ
ລັດຟລໍຣິດາ ໃນແລງວັນພະຫັດວານນີ້ ພາຍຫລັງທີ່ສາມາດລົງ​ຄວາມ ເຫັນໄດ້ວ່າ ຢ່າງ
ໜ້ອຍມີລະເບີດທໍ່ລູກນຶ່ງ ທີ່ສົ່ງໄປ​ຫາ​ ພວກ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດທີ່​ສຳ​ຄັນ​ຕ່າງໆ ແລະ
ພວກທີ່ຕໍາໜິປະ​ທາ​ນາ​ທິ​ບໍ​ດີດໍໂນລ ທຣໍາ ຂອງສະ ຫະລັດນັ້ນ ແມ່ນໄດ້ສົ່ງຜ່ານຫັ້ນ.

ນັກຂ່າວຜູ້ນຶ່ງຂອງໜັງສືພິມ Miami Herald ເວົ້າວ່າ ຫໍ່ເຄື່ອງດັ່ງກ່າວ ຊຶ່ງໃນທີ່ສຸດກໍຖືກ​
ສົ່ງ​ໄປ​ເຖິງຫ້ອງການ ຂອງສະມາຊິກສະພາຕ່ຳ ເດັບບີ ວາສເຊີແມນ ຊູ​ລຊ໌ (Debbie
Wasserman Schultz) ນັ້ນ ແມ່ນ "ເບິ່ງຄືວ່າ" ຈະແມ່ນຫໍ່ ເຄື່ອງ ທີ່ສົ່ງມາຈາກບ່ອນນັ້ນ, ອີງຕາມເຈົ້າໜ້າທີ່ປະຕິບັດກົດ ຂອງລັດຖະບານ ກາງ ທີ່ມີຄວາມຄຸ້ນເຄີຍກັບເຫດການນີ້.

ແຕ່ວ່າ ກ່ອນຈະໄປເຖິງຫ້ອງການຂອງທ່ານນາງ ຊູ​ລຊ໌ (Schultz) ນັ້ນ ຫໍ່ລະເບີດນັ້ນ ທໍາອິດແມ່ນສົ່ງໄປຫາຫ້ອງການຂອງອະດີດລັດຖະມົນຕີກະຊວງຍຸຕິທໍາ ທ່ານ ເອຣິກ
ໂຮນເດີ (Eric Holder) ໃນນະຄອນວໍຊິງຕັນແຕ່ມັນບໍ່ໄດ້ຖືກສົ່ງໄປເຖິງທ່ານ ແລະຖືກສົ່ງ
ກັບຄືນໄປຫາທີ່ຢູ່ ບ່ອນທີ່ມັນຖືກສົ່ງອອກຈາກນັ້ນ ຊຶ່ງແມ່ນທີ່ຢູ່ຂອງທ່ານນາງ ຊູ​ລຊ໌
(Schultz). ມັນໄດ້ໄປຜ່ານ ບ່ອນຈັດສົ່ງພັດ ສະດຸໄປສະນີໃຫຍ່ ໂອປາ ໂລກຄາ
(Opa-locka) ຢູ່ລັດຟລໍຣິດາ, ອີງຕາມ ລາຍງານຂອງໜັງສືພິມ Herald.

ພວກນັກສືບສວນ ສະແດງຄວາມໝັ້ນໃຈວ່າ ພວກເພິ່ນຈະຊອກຮູ້ໃຫ້ໄດ້ວ່າ ແມ່ນໃຜ
ເປັນຜູ້ຮັບຜິດຊອບ ໃນການສົ່ງລະເບີດທໍ່ດັ່ງກ່າວ.

“ພວກເຮົາຈະຊອກຮູ້ ແລະຈັບກຸມບຸກຄົນນັ້ນ ຫລືພວກທີ່ຮັບຜິດຊອບ ຕໍ່ການກະທໍາເຫລົ່າ
ນີ້ໃຫ້ໄດ້," ນັ້ນຄືຄໍາເວົ້າຂອງທ່ານເຈມສ໌ ໂອນຽ​ລ (James O'Neill) ຫົວ​ໜ້າ​ກົມຕໍາ
ຫລວດນະຄອນນີວຢອກ ທີ່ກ່າວຕໍ່ພວກນັກຂ່າວ ໃນ ຕອນບ່າຍວັນພະຫັດວານນີ້.

ທ່ານໂອນຽ​ລ ເວົ້າວ່າ "ວັດ​ຖຸ​ລະ​ເບີດທີ່ໜ້າສົງໄສ" ທັງໝົດໄດ້ເອົາໄປກວດຢູ່ຫ້ອງທົດ
ລອງຂອງອົງການສັນຕິບານກາງ ຫລື FBI ຢູ່ຖານທັບທະຫານມາຣິນ ໃນເມືອງຄວນ
ຕິໂກ (Quantico), ລັດເວີຈີເນຍ."ພວກເຮົາໄດ້ຄົ້ນພົບວັດຖຸຕ່າງໆນີ້ ພາຍໃນຊົ່ວໂມງ"
ນັ້ນຄືຄໍາເວົ້າຂອງທ່ານທີ່ ກ່າວຢູ່ໃນກອງປະຊຸມຖະແຫລງຂ່າວ ບ່ອນທີ່ພວກເຈົ້າໜ້າທີ່
ຄົນອື່ນກໍໄດ້ເວົ້າ ໃຫ້ຟັງວ່າການໃຫ້ຂໍ້ມູນຂອງປະຊາຊົນແກ່ພວກນັກສືບສວນພາໃຫ້ຮູ້
ເລື້ອງນີ້ໄດ້.

ຕໍາ​ຫລວດ​ກວດ​ກາ​ລະ​ເບີດ​ໃນ​ຫ້ອງ​ການ​ຕຳ​ຫລວດ​ເຂດຄາວ​ຕີໂບ​ຣ​ວາດ ​ຍ່າງ​ຜ່ານ​ຕຶກຫ້ອງ​ການ ​ຂອງ​ສະ​ມາ​ຊິກ​ສະ​ພາ​ຕໍ່​າ ເດັບບີ ວາສເຊີແມນ ຊູ​ລຊ໌ ທີ່​ຕັ້ງ​ຢູ່ ລັດ​ຟ​ລໍ​ຣິ​ດາ​ໃນ​ວັນ​ທີ 24 ຕຸ​ລາ, 2018
ຕໍາ​ຫລວດ​ກວດ​ກາ​ລະ​ເບີດ​ໃນ​ຫ້ອງ​ການ​ຕຳ​ຫລວດ​ເຂດຄາວ​ຕີໂບ​ຣ​ວາດ ​ຍ່າງ​ຜ່ານ​ຕຶກຫ້ອງ​ການ ​ຂອງ​ສະ​ມາ​ຊິກ​ສະ​ພາ​ຕໍ່​າ ເດັບບີ ວາສເຊີແມນ ຊູ​ລຊ໌ ທີ່​ຕັ້ງ​ຢູ່ ລັດ​ຟ​ລໍ​ຣິ​ດາ​ໃນ​ວັນ​ທີ 24 ຕຸ​ລາ, 2018

ຜູ້ຊ່ວຍອໍານວຍການຂອງອົງການເອັຟບີໄອ (FBI) ທ່ານ ວິລລຽມ ສວີນີ້ (William
Sweeney) ທີ່ຮັບຜິດຊອບຫ້ອງການຂອງອົງການດັ່ງກ່າວ ທີ່

ນະ​ຄອນນີວຢອກກ່າວວ່າ "ການສືບສວນຍັງຢູ່ໃນຂັ້ນຕອນຕົ້ນໆຢູ່" ສະນັ້ນ ທ່ານຈະບໍ່ໃຫ້
ຄໍາຕອບສະເພາະເຈາະ​ຈົງແກ່ອົງການຂ່າວກ່ຽວກັບຄົນທີ່ອາດ ເປັນຜູ້ຕ້ອງສົງໄສໄດ້ ຫລື
ເວົ້າໄດ້ວ່າ ລະເບີດທໍ່ດັ່ງກ່າວໄດ້​ຫ້າງ​ໄວ້ໃຫ້ມັນ ແຕກໄດ້ຫລືບໍ່.

ພວກນັກສືບສວນກໍາລັງພາກັນເບິ່ງ​ໄປ​ຍັງເຂດພາກໃຕ້ຂອງລັດຟລໍຣິດາເປັນການສະ
ເພາະວ່າ ເປັນແຫລ່ງທີ່ມາ ຂອງຫໍ່ສິ່ງຂອງດັ່ງກ່າວ,ອີງຕາມການລາຍງານຂອງອົງການ
ຂ່າວ.

ປະ​ທາ​ນາ​ທິ​ບໍ​ດີດໍໂນລ ທຣໍາຂອງສະຫະລັດ ສ່ວນຫລາຍແລ້ວ ໄດ້ຕໍາໜິພວກຢູ່ໃນວົງ​
ການຂ່າວວ່າ ເປັນພວກເຮັດໃຫ້ ມີບັນຍາກາດ ທາງການເມືອງ ທີ່ມີ ຄວາມໂກດແຄ້ນຕໍ່
ກັນຢູ່ໃນອາເມຣິກາ ທີ່ຄວາມບໍ່ພໍໃຈຂອງພວກຕໍາໜິທ່ານ ໄດ້ພາໃຫ້ມີສິ່ງທີ່ຖືວ່າ ເປັນ
ການພະຍາຍາມລອບສັງຫານ ໃນລະດັບທີ່ກວ້າງ ຂວາງ.

ຕອນເຊົ້າໆວັນສຸກມື້ນີ້ “ທ່ານທຣໍາຂຽນໃນທວີດເຕີວ່າ ເປັນຕາຢາກຫົວທີ່ອົງການຂ່າວ CNN ທີ່ໄດ້ຮັບຄະແນນສຽງຕໍ່າແລະອົງການຂ່າວອື່ນໆ ສາມາດ ທີ່ຈະຕໍາໜິຂ້າພະເຈົ້າໂດຍມີເຈດ
ຕະນາ, ແມ່ນກະທັ້ງຕໍາໜິຂ້າພະເຈົ້າກ່ຽວກັບ ລະເບີດທີ່ມາກມາຍແລະ ໄດ້ປຽບທຽບອັນນີ້
ໃສ່ເຫດການຂອງວັນທີ 11 ກັນຍາ ແລະເຫດລະເບີດທີ່ເກີດຂຶ້ນຢູ່ເມືອງ ໂອກລາໂຮມາ ຢ່າງ
ເປັນຕາຢາກຫົວ, ແຕ່ ບາດຂ້າພະເຈົ້າຕໍາໜິພວກເຂົາ ພວກເຂົາກັບໃຈຮ້າຍ ແລະຮ້ອງໂຮຂຶ້ນ, 'ຈັ່ງແມ່ນມັນບໍ່ເປັນເລື້ອງທີ່ມີລັກສະນະແບບປະທານາທິບໍດີ ອີຫລີ! "

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG