ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຕຳຫຼວດ ແລະ ກຳລັງຮັກສາຄວາມປອດໄພ ກຽມພ້ອມ ສຳລັບການດຳເນີນຄະດີ ຟ້ອງຮ້ອງທ່ານ ທຣຳ


ໜາມໝາກຈັບ ແລະ ຮົ້ວຮັກສາຄວາມປອດໄພຕ້ອງຢູ່ອ້ອມລັດຖະສະພາ ສະຫະລັດ. 26 ມັງກອນ, 2021.
ໜາມໝາກຈັບ ແລະ ຮົ້ວຮັກສາຄວາມປອດໄພຕ້ອງຢູ່ອ້ອມລັດຖະສະພາ ສະຫະລັດ. 26 ມັງກອນ, 2021.

ກອງກຳລັງຮັກສາຄວາມປອດໄພ ແລະ ຕຳຫຼວດຢູ່ໃນ ແລະ ອ້ອມນະຄອນຫຼວງ ວໍຊິງຕັນ ຈະອອກປະຕິບັດການໃນສິ່ງທີ່ເຂົາເຈົ້າອະທິບາຍວ່າ ເປັນ “ການກຽມພ້ອມລະດັບສູງ” ໃນຂະນະທີ່ການດຳ ເນີນຄະດີຟ້ອງຮ້ອງອະດີດປະທານາທິບໍດີ ດໍໂນລ ທຣຳ ເຊິ່ງຈະເລີ່ມຂຶ້ນໃນອາທິດໜ້າ, ໂດຍເປັນຫ່ວງ ວ່າງານດັ່ງກ່າວອາດເປັນສະຖານະການທີ່ບໍ່ສາມາດຄວບຄຸມໄດ້ສຳລັບພວກຫົວຮຸນແຮງຊາວ ອາເມຣິກັນ ຜູ້ທີ່ຍັງໂມໂຫ ກ່ຽວກັບ ຜົນການເລືອກຕັ້ງປະທານາທິບໍດີ.

ບັນດາເຈົ້າໜ້າທີ່ແມ່ນບໍ່ແນ່ໃຈ ກ່ຽວກັບ ການເຜີຍແຜ່ຂໍ້ມູນລັບທີ່ສະເພາະເຈາະຈົງ, ເຊິ່ງບາງອັນຖືກອະທິບາຍວ່າເປັນການສົນທະນາທີ່ສ້າງຄວາມກະທົບກະເທືອນໃນສື່ສັງຄົມ. ແຕ່ລຸນຫຼັງການຍຶດລັດຖະສະພາ ສະຫະລັດ ໃນວັນທີ 6 ມັງກອນ, ເຊິ່ງໄດ້ສົ່ງຜົນໃຫ້ມີ 5 ຄົນເສຍຊີວິດນັ້ນ, ເຂົາ ເຈົ້າໄດ້ເປີດເຜີຍ ກ່ຽວກັບ ການບໍ່ຢາກປ່ອຍໃຫ້ມີໂອກາດໃດໆເກີດຂຶ້ນ.

ທ່ານຄຣິສໂຕເຟີ ໂຣດຣີເກສ (Christohpher Rodriguez), ຜູ້ອຳນວຍການອົງການຮັກສາຄວາມປອດໄພພາຍໃນ ແລະ ຄຸ້ມຄອງເຫດສຸກເສີນຂອງເມືອງໄດ້ກ່າວຕໍ່ບັນດາສະມາຊິກສະພາໃນລະຫວ່າງການໃຫ້ການໃນວັນພະຫັດວານນີ້ວ່າ “ພວກເຮົາຕ້ອງສະແດງໃຫ້ເຫັນການມີໜ້າຮັກ ສາຄວາມປອດໄພຢ່າງເປີດເຜີຍໃນນະຄອນຫຼວງ ວໍຊິງຕັນ, ຢ່າງໜ້ອຍສຳລັບຕອນນີ້.”

ທ່ານໄດ້ກ່າວຕື່ມວ່າ “ພວກເຮົາເຊື່ອວ່າ ການເອົາທ່າທີນີ້ແມ່ນສຳຄັນຫຼາຍເພື່ອຮັບປະກັນວ່າກົມຕຳຫຼວດນະຄອນຫຼວງຈະສາມາດສົ່ງຊັບພະຍາກອນຕ່າງໆໄປໃຫ້ທຸກພາກສ່ວນຂອງເມືອງ ໃນລະຫວ່າງເຫດການສຸກເສີນ. ພວກເຮົາຈະບໍ່ຍອມໃຫ້ເກີດຄວາມຮຸນແຮງໃນເມືອງຂອງພວກເຮົາ.”

ໃນຂະນະທີ່ບາງມາດຕະການຮັກສາຄວາມປອດໄພ ແລະ ການປິດຖະໜົນທີ່ຖືກປະຕິບັ ສຳລັບພິທີສາບານຕົວເຂົ້າຮັບຕຳແໜ່ງຂອງປະທານາທິບໍດີ ໂຈ ໄບເດັນ ໃນເດືອນທີ່ຜ່ານມາໄດ້ຖືກຮື້ຖອນອອກນັ້ນ, ສິ່ງທີ່ເອີ້ນວ່າມາດຕະການຍົກລະດັບການຮັກສາຄວາມປອດໄພສຳລັບລັດຖະສະພາເອງຄືຮົ້ວໜາມໝາກຈັບນັ້ນແມ່ນຈະຍັງຄົງຕັ້ງຢູ່ຄືເກົ່າສຳລັບອະນາຄົດທີ່ບໍ່ສາມາດມອງເຫັນ ໄດ້.

ໂຄສົກຕຳຫຼວດລັດຖະສະພາ ທ່ານນາງ ເອວາ ມາເລັກກີ ໄດ້ກ່າວຕໍ່ວີໂອເອໃນ ອີເມລ ເມື່ອວັນອັງ ຄານທີ່ຜ່ານມາວ່າ “ສະພາບການຮັກສາຄວາມປອດໄພໃນປັດຈຸບັນນີ້ຂອງພະແນກຈະສືບຕໍ່ຮຽກ ຮ້ອງໃຫ້ພວກເຮົາປະຕິບັດການກຽມພ້ອມໃນລະດັບສູງ ສຳລັບການດຳເນີນຄະດີຟ້ອງຮ້ອງໃນສະ ພາສູງ ແລະ ໄພຂົ່ມຂູ່ທີ່ມີຢູ່ຢ່າງຕໍ່ເນື່ອງຕໍ່ການປະຊຸມສະພາ ແລະ ຫໍລັດຖະສະພາ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG