ກຳລັງຮັກສາຄວາມປອດໄພ Burkina Faso ໄດ້ສິ້ນສຸດການປະຕິບັດງານຂອງເຂົາ
ເຈົ້າຕໍ່ຕ້ານຜູ້ຕ້ອງສົງໄສເປັນພວກຫົວຮຸນແຮງອິສລາມ ທີ່ໄດ້ຍິງເຂົ້າໃສ່ຮ້ານອາຫານ
ຢູ່ໃນນະຄອນຫລວງ ຂອງປະເທດ ເຮັດໃຫ້ຢ່າງໜ້ອງ 18 ຄົນ ເສຍຊີວິດ ແລະໄດ້ຮັບ
ບາດເຈັບແປດຄົນ.
ພວກເຈົ້າໜ້າທີ່ກ່າວວ່າ ຜູ້ເຄາະຮ້າຍສ່ວນຫລາຍເປັນເດັກນ້ອຍ ທີ່ກິນເຂົ້າກັບຄອບ
ຄົວເຂົາເຈົ້າ ຢູ່ຮ້ານອາຫານ Aziz Istanbul ທີ່ເປັນບ່ອນຮັບປະທານອາຫານເທີກີທີ່
ມີລະດັບ. ການໂຈມຕີໄດ້ເລີ້ມຂຶ້ນປະມານ 9 ໂມງຕອນແລງໃນອາທິດທີ່ຜ່ານມາ ເວ
ລາມືປືນສອງຄົນຂີ່ລົດຈັກເຂົ້າມາ ແລະໄດ້ເລີ້ມຍິງໂດຍບໍ່ເລືອກໜ້າໃສ່ຄົນຢູ່ທາງໃນ.
ກຳລັງຮັກສາຄວາມປອດໄພເລີ້ມການໂຈມຕີຕອບໂຕ້ ທີ່ໃຊ້ເວລາເກືອບຕະຫລອດຄືນ
ອັນເປັນຜົນເຮັດໃຫ້ຜູ້ທຳການໂຈມຕີສອງຄົນຖືກຂ້າຕາຍ ແລະພວກໂຕປະກັນທັງໝົດ
ໄດ້ຖືກປ່ອບໂຕ.
ພວກເຈົ້າໜ້າທີ່ກ່າວວ່າ ຢ່າງໜ້ອຍເຈັດຄົນຂອງຜູ້ເສຍຊີວິດ ເປັນປະຊາຊົນ Burkina
Faso ໃນຂະນະທີ່ອີກຫຼາຍຄົນຂອງຜູ້ເຄາະຮ້າຍ ເປັນຊາວຕ່າງປະເທດ. ໄອຍະການ
ລັດຖະບານ ທ່ານ Maizan Sereme ກ່າວວ່າ ຜູ້ເຄາະຮ້າຍບາງຄົນມາຈາກ Kuwait,
Senegal, Nigeria, Turkey ແລະ France. ກະຊວງຕ່າງປະເທດການາດາກ່າວວ່າ
ຊາວການາດາສອງຄົນຮວມຢູ່ໃນຈຳນວນຜູ້ເສຍຊີວິດ.
ຢ່າງໜ້ອຍສະມາຊິກຫ້າຄົນຂອງກຳລັງຮັກສາຄວາມປອດໄພ Burkina Faso ຮວມຢູ່
ໃນຜູ້ທີ່ໄດ້ຮັບບາດເຈັບ.
ຍັງບໍ່ມີການອ້າງເອົາຄວາມຮັບຜິດຊອບໃນຈາກການໂຈມຕີດັ່ງກ່າວນີ້ເທື່ອ.