ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

12 ຄົນ ເສຍ​ຊີ​ວິດ ແລະ 6 ຄົນ ບາດ​ເຈັບ ໃນ​ການ​ຍິງ​ສັງ​ຫານ ຢູ່​ຕຶກ​ໂຮງ​ການ​ເມືອງ ເມືອງ​ເວີ​ຈີ​ເນຍບິ​ສ


ພະ​ຈາກ​ປ້ອມ​ຕຳ​ຫຼວດ ເຂົ້າ​ໄປ​ໃນ​ບໍ​ລິ​ເວນ ທີ່​ມີ​ການ​ຍິ​ງກັນ ຊຶ່ງ​ໄດ້​ສັງ​ຫານ 12 ຄົນ ທີ່​ເວີ​ຈີ​ເນຍ​ບິ​ສ ເມື່ອ​ວັນ​ທີ 31 ພຶດ​ສະ​ພາ 2019.
ພະ​ຈາກ​ປ້ອມ​ຕຳ​ຫຼວດ ເຂົ້າ​ໄປ​ໃນ​ບໍ​ລິ​ເວນ ທີ່​ມີ​ການ​ຍິ​ງກັນ ຊຶ່ງ​ໄດ້​ສັງ​ຫານ 12 ຄົນ ທີ່​ເວີ​ຈີ​ເນຍ​ບິ​ສ ເມື່ອ​ວັນ​ທີ 31 ພຶດ​ສະ​ພາ 2019.

ຕຳ​ຫຼວດ​ຢູ່​ລັດ​ເວ​ຈີ​ເນຍກ່າວ​ວ່າ ພະ​ນັກ​ງານ​ສາ​ທາ​ລະ​ນຸ​ປະ​ໂພກ​ທີ່​ບໍ່​ພໍ​ໃຈ​ຄົນ​ນຶ່ງໄດ້​ຍິງ​ສັງ​ຫານ 12 ຄົນ ຢູ່​ທີ່​ຕຶກ​ໂຮງ​ການ​ເມືອງ ໃນເມືອງເວີ​ຈີ​ເນຍ​ບິ​ສ (Virginia Beach) ກ່ອນ​ທີ່​ຜູ້​ກ່ຽວ​ຈະ​ຖືກ​ຕຳ​ຫຼວດ​ຍິງ​ຕາຍ.

ຜູ້​ບັນ​ຊາ​ການ​ຕຳ​ຫຼວດ​ໃນ​ເມືອງ​ດັ່ງ​ກ່າວ ທ່ານເຈມ​ສ໌ ເຊີ​ເວ​ຣາ (James Cervera) ເວົ້າ​ວ່າ ມືປືນ​ໄດ້​ເປີດ​ສາກ “​ລະ​ດົມ​ຍິງເຂົ້າ​ໃສ່​ພວກ​ເຄາະ​ຮ້າຍ​ທັງ​ໝົດ ​ໃນ​ທັນ​ທີ​ແລະ​ຢ່າງບໍ່​ເລືອກ​ໜ້າ” ຫຼັ​ງ​ຈາກ​ຜູ້​ກ່ຽວ​ໄດ້​ເຂົ້າ​ໄປ​ໃນ​ຕຶກ​ໂຮງ​ການ​ເມືອງບໍ່​ດົນ​ຫຼັງ​ຈາກ​ 4 ໂມງ​ແລງ​ໃນ​ວັນ​ສຸກວານນີ້.

ທ່ານ​ກ່​າວ​ວ່າ ນອກນັ້ນແລ້ວ ຍັງ​ມີ​ອີກ 6 ຄົນ​ໄດ້​ຮັບ​ບາດ​ເຈັບ ໃນ​ການ​ຍິງ​ກັນ​ດັ່ງ​ກ່າວນີ້.

ທ່ານ Cervera ໄດ້​ກ່າວ​ເຖິງ​ມື​ປືນ​ວ່າ ເປັນ​ພະ​ນັກ​ງານ​ດ້ານ​ສາ​ທາ​ລະ​ນຸ​ປະ​ໂພກທີ່​ບໍ່​ພໍ​ໃຈ​ຢູ່​ໃນ​ເມື​ອງ​ດັ່ງ​ກ່າວ​ມາ​ດົນ​ນານ​ແລ້ວ ແຕ່​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດຫຍັງ​ຫຼາຍກ່ຽວ​ກັບ​ວ່າ​ແມ່ນ​ຫຍັງ​ທີ່​ພາ​ໃຫ້​ຜູ້​ກ່ຽວ​ຍິງ​ສັງ​ຫານ​ໃນ​ຄັ້ງ​ນີ້.

ທ່ານ Cervera ກ່າວ​ວ່າ ເຂົາ​ເຈົ້າ​ຮູ້​ດີ​ວ່າ​ຜູ້​ຕ້ອງ​ສົງ​ໄສ​ຄື​ໃຜ ແຕ່​ຍັງ​ບໍ່​ທັນ​ພ້ອມ​ເທື່ອ ​ທີ່​ຈະ​ເປີດ​ເຜີຍ​ຊື່​ຂອງ​ຜູ້​ກ່ຽວ. ທ່ານ​ເວົ້າ​ວ່າ “ພວກ​ເຮົາ​ຈະ​ເອີ່ຍ​ເຖິງ​ຊື່​ຂອງ​ລາວ​ແຕ່​ພຽງ​ເທື່ອ​ດຽວ​ ແລະ​ຫຼັງ​ຈາກນັ້ນ ພວກ​ເຮົາ​ຈະ​ເວົ້າ​ເຖິງ​ລາວ​ແຕ່​ພຽງ​ ຜູ້ຕ້ອງ​ສົງ​ໄສ ຍ້ອນ​ຈຸດ​ເພັ່ງ​ເລັງ​ໃນ​ເວ​ລານີ້ ແມ່ນ​ກຽດ​ສັກ​ສີ ​ແລະ​ການ​ໃຫ້​ຄວາມເຄົາ​ລົບ​ຕໍ່​ພວກ​ເຄາະ​ຮ້າຍ​ແລະ​ຄອບ​ຄົວ​ເຂົາ​ເຈົ້າ​ໃນ​ຄະ​ດີ​ດັ່ງ​ກ່າວ.”

ພວກ​ທີ່​ເຫັນ​ເຫດ​ການ​ກ່າວ​ວ່າ ການ​ຍິງ​ສັງ​ຫານ​ໝູ່​ໄດ້​ມີ​ຂຶ້ນ​ທີ່​ຕຶກ​ນ້ຳ​ເບີ 2 ຂອງ​ໂຮງ​ການ​ເມືອງ Virginia Beach ຊຶ່ງ​ເປັນ​ບ່ອນ​ເຮັດວຽກ​ເຮັດການ​ຂອງ​ພວກ​ພະ​ນັກ​ງານພະ​ແນກ​ໂຍ​ທາ ສາ​ທາ​ລະ​ນຸ​ປະ​ໂພກ ແລະ​ແຜນ​ການ.

ທ່ານ Cervera ກ່າວ​ວ່າ ຕຳ​ຫຼວດ​ຄົນ​ນຶ່ງ ແມ່ນ​ຮວມ​ຢູ່​ໃນ​ພວກ​ທີ່​ຖືກ​ຍິງ ແຕ່​ທ່ານກໍ​ເວົ້າ​ວ່າ​ຜູ້​ກ່ຽວ​ລອດ​ຊີ​ວິດ​ມາ​ໄດ້. ຜູ້​ບັນ​ຊາ​ການ​ຕຳ​ຫຼວດ​ກ່າວ​ວ່າ ການ​ຍິງ ​ຕໍ່​ສູ້ກັນ​ກັບ​ຕຳ​ຫຼວດ ໄດ້​ປ້ອງ​ກັນ​ບໍ່​ໃຫ້​ຄົນ​ຮ້າຍ​ສັງ​ຫານ​ຜູ້​ຄົນ​ເພີ້ມ​ຕື່ມ.

ທ່ານ​ກ່າວ​ວ່າ ການ​ສືບ​ສວນ​ກ່ຽວ​ກັບ​ການ​ຍິງ​ສັງ​ຫານ​ດັ່ງ​ກ່າວເລີ້ມ​ຂຶ້ນ​ແລ້ວ ແຕ່​ກໍ​ເວົ້າ​ວ່າ ຕຳ​ຫຼວດ​ເຊື່ອ​ວ່າ ຜູ້​ຕ້ອງ​ສົງ​ໄສ​ໄດ້​ດຳ​ເນີນ​ການ​ຕາມ​ລຳ​ພັງ. ມື​ປືນ​ໄດ້ໃຊ້​ປືນ​ສັ້ນ .45 ທີ່​ມີ​ເຄື່ອງ​ເກັບ​ສຽງແລະເຄື່ອງບັນ​ຈຸ​ລູກ​ປືນເພີ້ມ ຊຶ່ງ​ສາ​ມາດ​ປ່ຽນ​ໄດ້​ໃນ​ເວ​ລາ​ທີ່​ມີ​ການ​ໂຈມ​ຕີ.

ທ່ານ​ກ່າວ​ວ່າ “ຄວາມ​ຈິງ​ທີ່​ວ່າ​ຜູ້​ຕ້ອງ​ສົງ​ໄສ​ໄດ້​ຖືກ​ປະ​ເຊີນ​ໜ້າ​ໃນ​ທັນ​ທີ ຄວາມ​ຈິງ​ທີ່​ວ່າ​ຜູ້​ຕ້ອງ​ສົງ​ໄສ​ໄດ້​ເສຍ​ຊີ​ວິດນັ້ນ ໝາຍ​ຄວາມ​ວ່າ ປະ​ຊາ​ຊົນ​ຂອງ​ພວກ​ເຮົາ​ສາ​ມາດພັກ​ຜ່ອ​ນ​ໄດ້​ຢ່າງ​ສະ​ບາຍໆ​ໃນ​ຄືນມື້ນີ້.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG