ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຕຳ​ຫຼວດ​ລາວ ໃຫ້​ການສັນນິຖານເບື້ອງຕົ້ນວ່າ ທ້າວ​ອາ​ນຸ​ຊາ​ຖືກ​ຍິງ ອາດເປັນຍ້ອນຂໍ້ຂັດແຍ້ງດ້ານທຸລະກິດ ຫຼືບັນຫາຊູ້ສາວ ແຕ່ບາງ​ຄົນ​ບໍ່​ເຫັນ​ພ້ອມນຳ


ທ້າວ​ອາ​ນຸ​ຊາ ຫລື "Jack" ຫຼວງ​ສະ​ພົມ​ທີ່​ເປັນ​ແອດ​ມິນ​ເຟັ​ສ​ບຸກ “ຂັບ​ເຄື່ອນ​ດ້ວຍ​ຄີ​ບອດ" ແລະ​ຖືກ​ຍິງ​ໂດຍ​ມື​ປືນ​ໂດຍ​ບໍ່ຊາບ​ວ່າ​ແມ່ນ​ໃຜ ໃນ​ວັນ​ທີ 29 ເມ​ສາ 2023
ທ້າວ​ອາ​ນຸ​ຊາ ຫລື "Jack" ຫຼວງ​ສະ​ພົມ​ທີ່​ເປັນ​ແອດ​ມິນ​ເຟັ​ສ​ບຸກ “ຂັບ​ເຄື່ອນ​ດ້ວຍ​ຄີ​ບອດ" ແລະ​ຖືກ​ຍິງ​ໂດຍ​ມື​ປືນ​ໂດຍ​ບໍ່ຊາບ​ວ່າ​ແມ່ນ​ໃຜ ໃນ​ວັນ​ທີ 29 ເມ​ສາ 2023

ເຫດ​ການ​ທີ່​ທ້າວ​ອາ​ນຸ​ຊາ ຫລື ແຈກ​ຫລວງສຸ​ພົມ, ແອັດ​ມິນ​ຂອງເຟັ​ສ​ບຸກ​ທີ່​ຊື່​ວ່າ “ຂັບ​ເຄື່ອນ​ດ້ວຍ​ຄີ​ບອດ ເພື່ອ​ໃຫ້​ລາວ​ຢູ່​ລອດ ບໍ່​ເປັນ​ຂ້າ​ທາດ​ຈີນ” ຖື​ກ​ຍິງ​ໃນຄືນວັນ​ທີ 29 ເມ​ສາຜ່ານ​ມານັ້ນທາງ​ການລາວ ໂດຍທີ່ພັນເອກອຸບົນ ຈຸນລະມານີ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໄດ້ອອກມາຖະແຫຼງໃນ​ວັນ​ທີ 5 ຜ່ານ​ມາຊຶ່ງ​ມີ​ບາງ​ຕອນ​ເວົ້າວ່າ “ຕາມການສັນນິຖານເບື້ອງຕົ້ນອາດເປັນຂໍ້ຂັດແຍ້ງດ້ານທຸລະກິດ ຫຼື ຂໍ້ຂັດແຍ້ງບັນຫາຊູ້ສາວ. ມາຮອດປັດຈຸບັນ, ທາງເຈົ້າໜ້າທີ່ໄດ້ສືບຕໍ່ດຳເນີນສືບສວນ-ສອບສວນ ແລະເກັບກຳຂໍ້ມູນຫຼັກຖານຕາມຂັ້ນຕອນຂອງກົດໝາຍ”, ອີງ​ຕາມ​ໜັງ​ສື​ພິມ​ທ້ອງ​ຖິ່ນ​ຂອງ​ລາວ. ແຕ່​ວ່າ ​ປະ​ຊາ​ຊົນ​ລາວ​ສ່ວນ​ນຶ່ງ​ຜັດ​ຄິດ​ວ່າທາງ​ການ​ລາວ​ອາດ​ຈະ​ມີ​ສ່ວນ​ກ່ຽວ​ຂ້ອງເມື່ອ​ສັນ​ນິ​ຖານເບິ່ງຊື່ໃນ​ເຟັ​ສ​ບຸກ​ແລະ​ການ​ອອກ​ຄຳ​ຄິດ​ເຫັນຂອງ ​ລາວ ດັ່ງ​ທີ່​ປະ​ຊາ​ຊົນ​ທ່ານ​ນຶ່ງ​ໃຫ້​ຂໍ້​ຄິດ​ເຫັນແບບ​ສ່ວນ​ຕົວ​ວ່າ:
"ເຮົາ​ກາ​ບໍ່​ຮູ້​ວ່າ ຊິ​ເປັນ​ບຸກ​ຄົນ​ທີ​ສາມບໍ່ ແຕ່​ວ່າ​ມີ​ຄວາມ​ສົງ​ໄສ​ເຫລືອ​ເກີນ​ວ່າ ການ​ກະ​ທຳ​ໜີ້ ອາດ​ມາ​ຈາກເຈົ້າ​ໜ້າ​ທີ່​ລັດ ຫລື​ ຕຳ​ຫຼວດ​ ​ເພາະ​ວ່າ​ເພ​ຈ໌​ຂອງ​ລາວ​ຫັ້ນ​ບອກວ່າ ໄປ​ຕ້ານ​ຈີນ ຕ້ານ​ການ​ຂະ​ຫຍາຍ​ອິດ​ທິ​ພົນ​ຂອງ​ຈີນ ຈັ່ງ​ຊີ້. ສະ​ນັ້ນ ມີ​ຄວາມ​ເປັນ​ໄປ​ໄດ້​ສູງ​ທີ່​ວ່າ ການ​ກະ​ທຳ​ນີ້ມາ​ຈາກ​ລັດ, ເຈົ້າ​ໜ້າ​ທີ່​ລັດ."

ສ່ວນທາງ​ອົງ​ການ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ Human Rights Watch ນັ້ນ​ໄດ້​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ລາວ​ທຳ​ການ​ສືບ​ສວນ​ແບບບໍ່​ມີ​ການລຳ​ອຽງຕໍ່​ເຫດ​ການນີ້​ຢ່າງ​ຮີບ​ດ່ວນ. ສຳ​ລັບ​ວີ​ໂອ​ເອນັ້ນ ​ດັ່ງ​ທີ່​ໄດ້​ລາຍ​ງານ​ໄປ​ໃນ​ວັນ​ສຸກຜ່​ານ​ມາ ​ໄດ້​ພະ​ຍາ​ຍາມ​ຂໍ​ຄຳ​ເຫັນ​ຈາກ​ທາງລັດ​ຖະ​ບານ​ລາວໃນ​ເລື້ອງນີ້ ທັງ​ຕໍ່​ເລ​ຂາ​ນຸ​ການ ແລະ​ເຈົ້າ​ໜ້າ​ທີ່​ຫ້ອງ​ການ​ກົງ​ສຸນທີ່​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ ແຕ່ກໍ​ຍັງບໍ່ທັນໄດ້​ຮັບ​ຄຳ​ຕອບ​ເທື່ອ.

ປັດ​ຈຸ​ບັນ​ທ້າວ​ອາ​ນຸ​ຊາ​ຍັງ​ປິ່ນ​ປົວ​ຢູ່​ໃນ​ໂຮງ​ໝໍ​ແຫ່ງ​ນຶ່ງ​ໃນ​ນະ​ຄອນ​ຫລວງວຽງ ແລະ ​ຜູ້​ກ່ຽວ​ຟື້ນ​ຕົວ​ແລ້ວ ແລະ​ກໍ​ສາ​ມາດ​ສື່​ສານ​ໂດຍ​ການ​ພິມ​ຂໍ້​ຄວາມ​ໃສ່​ມື​ຖື​ໄດ້ ແຕ່ບໍ່​ສາ​ມາດ​ປາກ​ເວົ້າ​ໄດ້, ອີງ​ຕາມຂ່າວ​ຫລ້າ​ສຸດ​ໃນ​ໜ້າ​ເຟ​ສ​ບຸກ​ທີ່​ຜູ້​ກ່ຽວ​ເປັນ​ແອັດ​ມິນນັ້ນ.

ທາງ​ດ້ານ​ອົງ​ການຂ່າວບໍ່​ມີ​ພົມ​ແດນ​ນັ້ນ ຈັດ​ໃຫ້​ລາວ​ໃນ​ກຸ່ມ​ປະ​ເທດ​ທີ່​ມີເສ​ລີ​ພາບ​ໃນ​ການປາກ​ເວົ້າ​ ແລ​ະ​ອອກ​ຂ່າວ​ຖືກ​ຈຳ​ກັດຫລາຍ. ດັດ​ຊະ​ນີ​ດ້ານ​ເສລີ​ພາບ​ໃນ​ການ​ອອກ​ຂ່າວທົ່ວ​ໂລກທີ່​ຫາ​ກໍ​ເຜີຍ​ແຜ່​ອອກ​ມາ​ໃນ​ອາ​ທິດ​ແລ້ວນີ້ຈັດ​ໃຫ້​ລາວ​ຢູ່​ໃນ​ອັນ​ດັບ​ທີ 160 ໃນ​ຈຳ​ນວນ​ທັງ​ໝົດ 180 ປ​ະ​ເທດ​ໃນ​ໂລກ. ​

XS
SM
MD
LG