ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝຣັ່ງເລີ່ມສຶບສວນ ການຍິງສັງຫານ ທີ່ເມືອງ Toulouse (ເບິ່ງສະໄລດ໌ກັບວີດີໂອ)


ຕຳຫຼວດພິເສດຝຣັ່ງທີ່ໃສ່ໜ້າກາກ ພວມອອກໄປຈາກບ່ອນເກິດເຫດ ຫຼັງຈາກບຸກເຂົ້າໄປໃນຫໍພັກຂອງນາຍ Mohamed Merah (22 ມີນາ 2012)
ຕຳຫຼວດພິເສດຝຣັ່ງທີ່ໃສ່ໜ້າກາກ ພວມອອກໄປຈາກບ່ອນເກິດເຫດ ຫຼັງຈາກບຸກເຂົ້າໄປໃນຫໍພັກຂອງນາຍ Mohamed Merah (22 ມີນາ 2012)

ເຈົ້າ​ໜ້າ​ທີ່​ຕໍາຫລວດ​ຝຣັ່ງ ​ໄດ້​ເລີ້​ມທໍາ​ການ​ເກັບ​ກໍາເອົາ​ຫລັກ​ຖານທີ່​ຕຶກ ຫໍ​ພັກຂອງ​ຜູ້​
ຕ້ອງສົງໄສ​ໃນ​ການ​ຍິງ​ສັງຫານ 7 ​ຄົນ ຊຶ່ງ​ຜູ້ກ່ຽວໄດ້​ເສຍ​ຊີວິດ​ໄປຫລັງ​ຈາກ​ມີ​ການ
ປະ​ເຊີນ​ໜ້າ​ກັນ​ມາເປັນ​ເວລາ 32 ຊົ່ວ​ໂມງ ທີ່ເມືອງ Toulouse.

ມີການ​ເຫັນເຈົ້າ​ໜ້າ​ທີ່​ຕໍາຫລວດ​ຝ່າຍ​ເກັບ​ກໍາ​ຫລັກ​ຖານ​ ພາກັນ​ຂົນ​ເອົາຫລາຍໆຖົງ​ຂຶ້ນ
ໃສ່​ໃນ​ລົດຕູ້ ​ໃນ​ຂະນະ​ທີ່​ມີ​ຫລາຍໆ​ຄົນ​ພາກັນ​ຢືນ​ເບິ່ງ ໃກ້ໆ​ກັບ​ບ່ອນ​ໄວ້​ອາ​ໄລ​ ທີ່​ຜູ້
ຄົນ​ພາກັນໄປວາງ​ດອກ​ໄມ້ນັ້ນ.

ໄອ​ຍະການ Francois Molin ​ກ່າ​ວວ່າ​ ໜ່ວຍ​ຕໍາຫລວດ​ພິເສດ ​ໄດ້​ຮັບ​ຄຳ​ສັ່ງ ​ໃຫ້​ດຳ
ເນີນ​ການ​ທຸກ​ວິ​ທີທາງ ໃນ​ການ​ຈັບເປັນຜູ້​ຕ້ອງ​ສົງ​ໄສ ນາຍ Mohamed Merah. ​ແຕ່
​ວ່າເວ​ລາ​ເຈົ້າ​ໜ້າ​ທີ່ເຂົ້າໄປໃນອາ​ຄານ​ຫໍ​ພັກຂອງ​ລາວ ​ໃນຕອນ​ເຊົ້າ​ວັນ​ພະຫັດວານ​ນີ້​
ລາວ​ກໍາລັງອອກ​ມາ​ຈາກ​ຫ້ອງ​ນໍ້າແລ້ວ​ ກໍ​ຍິງປືນ​ໃສ່​ເຈົ້າໜ້າ​ທີ່ ​ແລະຫຼັງຈາກ​ນັ້ນກໍ​ໂຕນ​
ລົງຈາກລະບຽງ. ທ່ານ Molin ກ່າວ​ວ່າ ຜູ້​ຕ້ອງ​ສົງໄສ​ຖືກ​ຍິງ​ໃສ່​ຫົວ.

ນາຍ Mehah ຊຶ່ງ​ເປັນ​ຊາວ​ຝຣັ່ງ​ເຊື້ອສາຍ​ມາ​ຈາກອານ​ຈີ​ເຣຍ ​ໄດ້​ຖືກ​ກ່າວ​ຫາ​ວ່າ​ຍິງ
ທະຫານ​ໂຕນ​ຈ້ອງ​ຝຣັ່ງສາມ​ຄົນຕາຍ​ເມື່ອ 8 ມື້ກ່ອນ ​ແລະ​ຕໍ່​ມາ​ກໍ​ໄດ້ຍິງ​ສັງຫານນັກ​
ສອນ​ສາສະໜາຢີວຄົນ​ນຶ່ງແລະເດັກນ້ອຍ​ສາມ​ຄົນ ທີ່​ໂຮງຮຽນ​ຂອງ​ຊາວ​ຢີວທີ່
Toulouse. ມີ​ການ​ໃຊ້​ລົດຈັກ​ໃນການ​ໂຈມ​ຕີທີ່​ວ່າ​ນີ້ ​ແລະ​ເຈົ້າ​ໜ້າ​ທີ່ກ່າວວ່າ​ ແມ່ນ​
ອາວຸດ​ຊະ​ນິດ​ດຽວ​ກັນ​ທີ່​ນໍາ​ໃຊ້ໃນ​ການໂຈ​ມຕີທັງ​ໝົດ.

ເຈົ້າ​ໜ້າ​ທີ່​ກ່າວ​ອີກວ່າ ນາຍ Mehra ​ໄດ້ຮັບເອົາ​ຫລັກການ​ຫົວ​ຮຸນ​ແຮງ​ຂອງສາ​ສນາ
ອິສລາມ​ແລະເຄີຍ​ເດີນທາງໄປອັຟກາ​ນິສຖານ​ແລະເຂດ​ທີ່ ໝັ້ນຂອງ​ພວກ​ຫົວ​ຮຸນ​ແຮງ
ປາ​ກິ​ສຖານໃນ​ແຂວງ Wiziristan ມາ​ແລ້ວ ບ່ອນ​ທີ່​ລາວ​ອ້າງວ່າໄດ້​ຮັບການຝຶກ​ແອບ
ຈາກກຸ່ມ​ກໍ່​ການ​ຮ້າຍ​ອາລເຄດາ ນອກ​ນັ້ນລາວຍັງ​ມີ​ບັນ​ທຶກ​ການ​ລັກ​ເລັກຂະ​ໂມ​ຍນ້ອຍ
ທີ່​ຍືດຍາວ ຢູ່ໃນ​ປະ​ເທດ​ຝຣັ່ງ ຊຶ່ງລາວ​ໄດ້​ຖື​ກຕິດ​ຄຸກມາ​ກ່ອນນັ້ນ.

ຢູ່ໃນ​ຄຳ​ປາ​ໄສ​ທາງ​ໂທລະ​ພາບ​ໃນ​ວັນ​ພະຫັດປະທານາທິບໍດີ Nikolas Sarkozy ​ໄດ້​
ປະກາດ​ທີ່​ຈະທັບ​ມ້າງ​ພວກ​ຫົວ​ຮຸນ​ແຮງ ​ແລະກ່າວ​ວ່າ​ຖ້າ​ຜູ້​ໃດຫາກ​ເຂົ້າ​ໄປ​ເບິ່​ງແວັບ​ໄຊ
ເປັນ​ປະ​ຈໍາ​ທີ່​ຊຸກ​ຍູ້​ການ​ກໍ່​ການ​ຮ້າຍ ຫລື​ຮ້ອງ​ໃຫ້​ມີ​ຄວາມ​ຄຽດ​ຊັງ​ຫຼື​ກໍ່​ຄວາມ​ຮຸນ​ແຮງນັ້ນ
ຈະ​ຖືກ​ລົງ​ໂທດຕາມ​ກົດໝາຍ. ທ່ານ​ຍັງໄດ້​ຂໍ​ຮ້ອງໃຫ້​ມີ​ການ​ປົວ​ແປງ ​ແລະ​ໃຫ້​ປະ​ເທດ​ຈົ່ງ
ເປັນ​ນໍ້າ​ນຶ່ງ​ໃຈ​ດຽວ ​ຫຼັງຈາກທີ່​ໄດ້​ເກີດ​ການຍິງ​ກັນ​ໃນ​ຄັ້ງ​ນີ້.

ເບິ່ງວີດີໂອລາຍງານ ກ່ຽວກັບພວກຊ່ຽວຊານ ພາກັນວິເຄາະສາເຫດຂອງ
ການຍິງສັງຫານ:

XS
SM
MD
LG