NEW YORK —
ວັນອາທິດມື້ນີ້ ປະທານາທິບໍດີ ບາຣັກ ໂອບາ
ມາ ຈະເດີນທາງໄປຍັງເມືອງ Newtown ລັດ Connecticut
ເພື່ອໃຫ້ຄວາມອົບອຸ່ນແລະກໍາລັງໃຈແກ່ເມືອງດັ່ງກ່າວ ທີ່ເກີດ
ເຫດການຍິງສັງຫານຢູ່ໂຮງຮຽນແຫ່ງນຶ່ງທີ່ຍັງຜົນໃຫ້ເດັກນ້ອຍ
20 ແລະຜູ້ໃຫຍ່ອີກ 6 ຄົນເສຍຊີວິດຈາກເຫດຮ້າຍຄັ້ງນີ້.
ເຈົ້າໜ້າທີ່ທໍານຽບຂາວເວົ້າວ່າ ທ່ານໂອບາມາ ຈະພົບປະກັບ
ບັນດາຄອບຄົວທີ່ໄດ້ສູນເສຍຄົນຮັກແພງໄປ ໃນເຫດການຍິງ
ສັງຫານ ຢູ່ໂຮງຮຽນປະຖົມ Sandy Hook ແລະ ກ່າວຂອບໃຈ ບັນດາຕໍາຫຼວດແລະເຈົ້າໜ້າທີ່ ທີ່ໄປຮັບມືກັບເຫດດັ່ງກ່າວກ່ອນໝູ່ນັ້ນ. ປະທານາທິບໍດີໂອບາມາ ມີແຜນການຈະກ່າວ ຕໍ່ຄອບຄົວຂອງພວກເຄາະຮ້າຍ ໃນພິທີໄວ້ອາໄລໃນຕອນແລງວັນອາທິດມື້ນີ້ ຫລືເຊົ້າວັນຈັນມື້ອື່ນ ຕາມເວລາໃນເມືອງລາວ.
ຕໍາຫຼວດລັດ Connecticut ເວົ້າວ່າ ລາຍຊື່ຜູ້ເສຍຊີວິດຍ້ອນເຫດຮ້າຍຄັ້ງນີ້ ມີເດັກຍິງ 12 ຄົນ ແລະເດັກຊາຍ 8 ຄົນ ທັງໝົດອາຍຸ 6 ຫາ 7 ປີ ເປັນນັກຮຽນຮຽນຢູ່ຊັ້ນ ປ.ນຶ່ງ. ສ່ວນຜູ້ໃຫຍ່ຫົກຄົນ ແມ່ນແມ່ຍິງທັງໝົດ.
ທ່ານ H. Wayne Carver ຫົວໜ້າສັນລະສູດທາງການແພດ ເວົ້າວ່າ ພວກເສຍຊີວິດທັງໝົດຖືກຍິງໃນໄລຍະເຜົາຂົນຫລາຍໆນັດ ດ້ວຍປືນຍາວໂອໂຕມາຕິກ ທີ່ຖືກລະບຸໃນຕອນຕົ້ນໆວ່າ ເປັນປືນຍາວຈູ່ໂຈມ ຍີ່ຫໍ້ Bushmaster. ລາຍງານກ່ອນໜ້ານີ້ເວົ້າວ່າ ຍັງມີການພົບເຫັນປືນສັ້ນ ໂອໂຕມາຕິກສອງກະບອກ ວາງຢູ່ໃກ້ສົບຂອງມືປືນ. ທາງການລັດ Connecticut ເວົ້າວ່າ ມືປືນເສຍຊີວິດຢູ່ບ່ອນເກີດເຫດ ຈາກການຍິງສັງຫານຕົນເອງ
ການສັນລະສູດສົບຂອງມືປືນ ທີ່ຖືກຊີ້ຕົວວ່າແມ່ນນາຍ Adam Lanza ອາຍຸ 20 ປີ ນັ້ນ ຄາດວ່າຈະມີຂຶ້ນໃນວັນອາທິດມື້ນີ້ ພ້ອມກັບການກວດສົບຂອງແມ່ຂອງມືປືນ ທີ່ລາຍງານເວົ້າວ່າ ຖືກລູກຊາຍຂອງລາວເອງ ສັງຫານ ຢູ່ທີ່ບ້ານ.
ທາງການສະຫະລັດຍັງບໍ່ລະບຸສາເຫດດົນໃຈຂອງການຍິງສັງຫານຄັ້ງນີ້ເທື່ອ ທີ່ເກີດຂຶ້ນຢູ່ຫ່າງຈາກ ນີວຢ໊ອກ ປະມານ 120 ກິໂລແມັດ ທາງກໍ້າ ຕາເວັນອອກສຽງເໜືອ. ເຈົ້າໜ້າທີ່ທີ່ບໍ່ຂໍເປີດເຜີຍຊື່ ເວົ້າວ່າມີຫຼັກຖານພໍທີ່ຈະພາໃຫ້ເຂົ້າໃຈເຖິງສາເຫດດົນໃຈໄດ້. ມີລາຍງານວ່າ ນາຍ Lanza ນີ້ເປັນຄົນບໍ່ມັກເວົ້າ ແລະບໍ່ເຂົ້າສັງຄົມ ແຕ່ກໍເປັນຄົນສະຫຼຽວສະຫຼາດຫຼາຍ.
Pete Fedynsky ຜູ້ສື່ຂ່າວວີໂອເອ ຢູ່ບ່ອນເກີດເຫດ ເວົ້າວ່າ ສື່ມວນຊົນ ຈາກ ຍີ່ປຸ່ນ ຈີນ ສວີເດັນ ແລະຫຼາຍໆປະເທດ ໄດ້ສົ່ງນັກຂ່າວ ມາເອົາຂ່າວເຫດຮ້າຍນີ້. ການຍິງສັງຫານຄັ້ງນີ້ ນັບວ່າເປັນການສັງຫານທໍານອງນີ້ ທີ່ໂຫດຮ້າຍທີ່ສຸດຄັ້ງທີ່ສອງໃນປະວັດສາດສະຫະລັດ ທີ່ກາຍເປັນຫົວຂ່າວໃຫຍ່ຢູ່ຕາມໜັງສືພິມ ເມື່ອວັນເສົາວານນີ້ ໃນທົ່ວພາກພື້ນຢູໂຣບ ແລະພາກສ່ວນໃຫຍ່ຂອງເອເຊຍ.
ໃນຄໍາຖະແຫຼງຕໍ່ປະເທດຊາດປະຈໍາອາທິດຂອງທ່ານນັ້ນ ປະທານາທິບໍດີ ໂອບາມາ ເວົ້າວ່າ ພໍ່ແມ່ທຸກໆຄົນໃນອະເມຣິກາມີຫົວໃຈທີ່ໜັກອຶ້ງໄປດ້ວຍຄວາມເຈັບປວດ ແລະທ່ານຮຽກຮ້ອງໃຫ້ມີການປະຕິບັດການຢ່າງມີຄວາມ ໝາຍ ເພື່ອປ້ອງກັນບໍ່ໃຫ້ເກີດເຫດໂສກນາດຕະກໍາແບບນີ້ຂຶ້ນອີກໄດ້.

Connecticut School Massacre
1/18
Stuffed animals and a sign calling for prayer rest at the base of a tree near the Newtown Village Cemetery in Newtown, Conn., Dec. 17, 2012.
ເບິ່ງຕື່ມອີກ
Show less
2/18
A student looks for a place to leave flowers at a makeshift memorial for the victims of the Sandy Hook Elementary School shooting at the entrance of Newtown High School December 18, 2012 in Newtown, Connecticut.
ເບິ່ງຕື່ມອີກ
Show less
3/18
Barbara Wells of Shelton, Conn., holds her daughter Olivia, 3, as she pays her respects Dec. 17, 2012 at one of the makeshift memorials for the victims of the Sandy Hook Elementary School shooting in Newtown, Conn.
ເບິ່ງຕື່ມອີກ
Show less
5/18
Frank Kulick, adjusts a display of wooden crosses, and a Jewish Star of David, representing the victims of the Sandy Hook Elementary School shooting, on his front lawn in Newtown, Conn., December 17, 2012.
ເບິ່ງຕື່ມອີກ
Show less
6/18
Mourners grieve at one of the makeshift memorials for victims of the Sandy Hook Elementary School shooting, December 16, 2012, in Newtown, Conn.
ເບິ່ງຕື່ມອີກ
Show less
7/18
Names of victims are displayed on a flag in the business area in Newtown, Connecticut, December 16, 2012.
ເບິ່ງຕື່ມອີກ
Show less
8/18
A child's message rests with a memorial for shooting victims, December 16, 2012, in Newtown, Conn.
ເບິ່ງຕື່ມອີກ
Show less
9/18
A memorial is seen along the road to Sandy Hook Elementary School a day after a mass shooting in Newtown, Connecticut, December 15, 2012.
ເບິ່ງຕື່ມອີກ
Show less
10/18
A sign and a U.S. national flag are seen near Sandy Hook Elementary School in Sandy Hook in Newtown, Connecticut, Dec. 15, 2012.
ເບິ່ງຕື່ມອີກ
Show less
11/18
This photo posted to the Emilie Parker Fund Facebook page shows six-year-old Emilie Parker, who was gunned down in Friday's school shooting in Connecticut.
ເບິ່ງຕື່ມອີກ
Show less
12/18
Robbie Parker, the father of six-year-old Emilie who was killed in the Sandy Hook Elementary School shooting, speaks during a news conference on Dec. 15, 2012 in Newtown, Conn.
ເບິ່ງຕື່ມອີກ
Show less
13/18
This undated photo shows Adam Lanza posing for a group photo of the technology club which appeared in the Newtown High School yearbook.
ເບິ່ງຕື່ມອີກ
Show less
14/18
A man bows his head as he stands at a makeshift memorial, outside Saint Rose of Lima Roman Catholic Church in Newtown, Connecticut, Dec. 15, 2012.
ເບິ່ງຕື່ມອີກ
Show less
15/18
Elizabeth Bogdanoff, left, kisses her daughter Julia, 13, during a prayer service at St John's Episcopal Church on Dec. 15, 2012 in Newtown, Conn.
ເບິ່ງຕື່ມອີກ
Show less
16/18
People grieve next to a makeshift memorial of flowers and balloons next to the Sandy Hook Elementary school sign in Sandy Hook, Connecticut, Dec. 15, 2012.
ເບິ່ງຕື່ມອີກ
Show less
Previous slide
Next slide