ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໓ ຕຸລາ ໒໐໒໓

ປ. Rousseff ທີ່ຖືກປົດຈາກຕຳແໜ່ງ ປະກາດ ຈະຕໍ່ສູ້ ການຟ້ອງ ຂອງສະພາສູງ


ປະທານາທິບໍດີ Dilma Rousseff ກ່າວຫລັງຈາກອອກຈາກ ທຳນຽບປະທານາທິບໍດີ Planalto ວັນທີ 12 ພຶດສະພາ 2016.

ປະທານາທິບໍດີຊົ່ວຄາວ ​ຂອງ​ບຣາຊີ​ລ ທ່ານ Michel Temer ​ເລີ້​ມການ​ປົກຄອງ​ຂອງ​ ລັດຖະບານ​ໃໝ່​ຂອງ​ທ່ານ ​ໃນ​ວັນ​ສຸກ​ມື້ນີ້ ​ໃນ​ຂະນະ​ທີ່​ພວກສະໜັບສະໜູນປະທານາທິ ບໍດີ​ຄົ​ນກ່ອນ​ຫຼາຍ​ຮ້ອຍ​ຄົນ ຍັງ​ສືບ​ຕໍ່​ພາກັນ​ປະ​ທ້ວງ​ຢູ່​ຕາມ​ຖະໜົນ​ຫົນທາງ ​ແລະ​ບັນດາ ​ຜູ້ນຳ​ຂົງ​ເຂດ ປະນາມ​ການ​ລົງ​ຄະ​ແນນ​ສຽງ​ຂອງ​ສະພາ​ສູງ​ ​ເພື່ອຟ້ອງ​ການ​ດຳ​ເນີນ​ຄະດີ ​ນັ້ນວ່າ ​ເປັນ​ການ​ເຮັດ​ລັດຖະປະຫານ.

ອະດີ​ດຮອງ​ປະທານ​າທິບໍດີ ​ໄດ້​ປະ​ກອບ​ຄະນະ​ລັດຖະບານ​ ທີ່​ເປັນ​ມິດ​ກັບທຸລະ​ກິດ ​ໃນ​ ວັນ​ພະຫັດ​ວານ​ນີ້ ພຽງ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫລັງ​ຈາກ​ບັນດາສະມາຊິກ​ສະພາ​ສູງ​ໄດ້​ລົງ​ຄະ​ ແນນ​ສຽງປົດ​ອະດີດ​ພັນທະ​ມິດ ທີ່​ໄດ້​ກາຍ​ມາ​ເປັນ​ສັດຕູ​ທາງການ​ເມືອງຂອງ​ທ່ານ ຄືທ່ານ ​ນາງ Dilma Rousseff ອອກຈາກຕຳ​ແໜ່​ງ ​ເປັນ​ການ​ຊົ່ວຄາວ ຍ້ອນຖືກ​ກ່າວ​ຫາວ່າ​ສໍ້ ​ລາດ​ບັງ​ຫລວງ. ລັດຖະບານ​ຂອງ​ທ່ານ Temer ຍັງປະ​ເຊີນ​ກັບ​ບັນຫາ​ທ້າ​ທາຍ​ອັນ​ໃຫຍ່ ຫລວງ ທີ່​ຈະແກ່ດືງ​ເອົາ​ປະ​ເທດ​ຊາດອອກຈາກ​ສະພາບເສດຖະກິດ​ຕົກ​ຕໍ່າ​ສຸດ ​ແລະ​ປະ ຕິ​ຮູບ​ລະບົບ​ເບ້ຍ​ບຳນານ.

ທ່ານ Temer ອາ​ຍຸ 75 ປີ ກ່າວ​ເປັນ​ເ​ທຶ່ອທຳ​ອິດ​ໃນ​ນາມຜູ້ນຳຂອງບຣາຊິ​ລວ່າ “ພວກ​ເຮົາ​ ຕ້ອງ​ປັບ​ປຸງ​ ບັນຍາກາດ​ທາງ​ດ້ານທຸລະ​ກິດ ​ໃຫ້​ດີ​ຂຶ້ນສຳລັບພາກ​ເອກ​ກະ​ຊົນແລະ​ເຮັດ​ໃຫ້​ ງົບປະມານຂອງ​ລັດຖະບານ ມີ​ຄວາມ​ສົມ​ດຸນ​ຄືນ​ໃໝ່.”

ບັນດາສະມາຊິກສະພາສູງ ບຣາຊິລ ສະແດງປະຕິກິຣິຍາ ຫລັງຈາກລົງຄະແນນສຽງຟ້ອງ ປະທານາທິບລດີ Dilma Rousseff.
ບັນດາສະມາຊິກສະພາສູງ ບຣາຊິລ ສະແດງປະຕິກິຣິຍາ ຫລັງຈາກລົງຄະແນນສຽງຟ້ອງ ປະທານາທິບລດີ Dilma Rousseff.

ເຖິງ​ຢ່າງ​ໃດ​ກໍ​ດີ ພວກ​ຕຳ​ໜິຕິຕຽນ ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ຄະນະລັດຖະບານ​ຂອງ​ທ່ານ Tremer ​ຢູ່ໃນ​ບຣາຊິ​ລທີ່​ມີຄວາ​ມ​ຫລາກ​ຫຼາຍ​ໃນ​ດ້ານ​ຊົນ​ຊາດ​ຊົນ​ເຜົ່ານັ້ນ ບໍ່ໄດ້ຮວມ​ເອົາ​ຊາວ​ຜີວ​ດຳ​ແລະ​ພວກ​ແມ່ຍິງເຂົ້າຮ່ວມ​ນຳ ຊຶ່ງ​ນັບເປັນ​ເທື່ອ​ທຳ​ອິດ​ທີ່​ໄດ້​ເກີດ​ຂຶ້ນ​ ​ໃນ​ຮອບ​ຫລາຍໆ​ປີ.

ທ່ານ Sergio Pracia ນັກລັດຖະສາດ​ການ​ເມືອງ ກ່າວ​ຕໍ່ ໜັງສືພິມ​ New York Time ວ່າ “ມັນ​ເປັນ​ໜ້າ​ອັບອາຍ​ທີ່​ການ​ເລືອກ​ເອົາຄະນະ​ບໍລິຫານ​ຂອງ​ທ່ານ Tremer ສ່ວນ​ໃຫຍ່​ແລ້ວ​ມີ​ແຕ່​ຜູ້​ເຖົ້າ ​ເປັນຜູ້​ຊາຍ​ຄົນ​ຂາວ.”

​ແລະ​ທ່ານ Temer ​ເອງກໍ​ຍັງມີ​ຮອຍ​ດ່າງຂອງ​ການ​ສໍ້​ລາດ​ບັງ​ຫລວງ. ​ເຖິງ​ແມ່ນ​ວ່າ​ຈະ​ບໍ່​
ໄດ້​ຢູ່​ພາຍ​ໃຕ້​ການ​ສືບສວນກໍ​ຕາມ​ແຕ່ທ່ານກໍຍັງ​ຄວາມ​ສ່ຽງຢູ່​ຕໍ່​ການ​ກ່າວ ​ຫາ​ວ່າ​ມີ​ການ ສໍ້ລາດບັງ​ຫຼວງ ທີ່​ບໍ​ລິ​ສັດລັດ​ວິ​ສາ​ຫະກິດ​ນໍ້າມັນ Petrobas ທີ່​ໄດ້ເຮັດ​ໃຫ້​ສະ​ມາ​ຊິກ​ອະ​ວຸ ​ໂສ ໃນພັກຂອງທ່ານ ຖືກ​ກັບ​ດັກ ພ້ອມ​ດ້ວຍ​ທ່ານ​ນາງ Rouseff.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Brazil Impeachment
please wait
Embed

No media source currently available

0:00 0:02:11 0:00

XS
SM
MD
LG