ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາສູງ ບຣາຊີລ ລົງຄະແນນສຽງ ປົດຕຳແໜ່ງ ປະທານາທິບໍດີ Rousseff


ບັນດາສະມາຊິກສະພາ ໄດ້ສະແດງຄວາມເຫັນ ຫຼັງຈາກລົງ ຄະແນນສຽງ ເພື່ອປົດປະທານາທິບໍດີ ທ່ານນາງ Dilma Rousseff ໃນຖານລະເມີດກົດໝາຍວ່າດ້ວຍງົບປະມານ ຢູ່ໃນນະຄອນຫຼວງ Brasilia ຂອງບຣາຊີລ, ວັນທີ 12 ພຶດສະພາ 2016.
ບັນດາສະມາຊິກສະພາ ໄດ້ສະແດງຄວາມເຫັນ ຫຼັງຈາກລົງ ຄະແນນສຽງ ເພື່ອປົດປະທານາທິບໍດີ ທ່ານນາງ Dilma Rousseff ໃນຖານລະເມີດກົດໝາຍວ່າດ້ວຍງົບປະມານ ຢູ່ໃນນະຄອນຫຼວງ Brasilia ຂອງບຣາຊີລ, ວັນທີ 12 ພຶດສະພາ 2016.

ບັນດາສະມາຊິກສະພາ ຂອງ Brazil ໄດ້ລົງຄະແນນສຽງ ໃນຕອນເຊົ້າວັນພະຫັດມື້ນີ້ ເພື່ອປົດປະທານາທິບໍດີ ທ່ານນາງ Dilma Rousseff ອອກຈາກຕຳແໜ່ງ ຍ້ອນ​ໄດ້ ລະເມີດກົດໝາຍວ່າດ້ວຍງົບປະມານ.

ປະທານາທິບໍດີ ຂອງບຣາຊີລ ທ່ານນາງ Dilma Rousseff ນັ່ງຢູ່ຕໍ່ໜ້າປ້າຍ ຂຽນເປັນພາສາ ປອກຕຸຍກາລ ອ່ານວ່າ "Dilma ຢູ່ຕໍ່ໄປ" ຢູ່ໃນນະຄອນຫຼວງ Brasilia, ວັນທີ 9 ພຶດສະພາ 2016.
ປະທານາທິບໍດີ ຂອງບຣາຊີລ ທ່ານນາງ Dilma Rousseff ນັ່ງຢູ່ຕໍ່ໜ້າປ້າຍ ຂຽນເປັນພາສາ ປອກຕຸຍກາລ ອ່ານວ່າ "Dilma ຢູ່ຕໍ່ໄປ" ຢູ່ໃນນະຄອນຫຼວງ Brasilia, ວັນທີ 9 ພຶດສະພາ 2016.

ຫຼັງຈາກການອະພິປາຍເກືອບ 22 ຊົ່ວໂມງ ຢູ່ໃນສະພາສູງ ພຽງແຕ່ຕ້ອງການສຽງ ສ່ວນຫຼາຍເທົ່ານັ້ນ ເພື່ອທີ່ຈະເປີດການດຳເນີນຄະດີ ທ່ານນາງ Rousseff ໃນຂໍ້ກ່າວ ຫານຳໃຊ້ເງິນກູ້ຢືມຈາກທະນາຄານລັດ ເພື່ອໄປຖົມການຂາດດຸນງົບປະມານ ແລະ​ໃຊ້ຈ່າຍສຳລັບໂຄງການ ຕ່າງໆດ້ານສັງຄົມ.

ທ່ານນາງ Rousseff ຈະໄດ້ຮັບການແຈ້ງໃຫ້ຊາບເຖິງການລົງຄະແນນສຽງ 55 ຕໍ່ 22 ສຽງ ຢ່າງເປັນທາງການໃນວັນພະຫັດມື້ນີ້ ຕາມທີຫຼັງ ຊຶ່ງໃນເວລານັ້ນ ທ່ານນາງ ຈະປະ ເຊີນໜ້າກັບການດຳເນີນຄະດີ ປົດທ່ານ​ນາງ​ອອກຈາກຕຳແໜ່ງ. ສ່ວນ ທ່ານ Michel Temer ຮອງປະທານາທິບໍດີ ຂອງທ່ານນາງ ຈະເຂົ້າຮັບຕຳແໜ່ງແທນທ່ານນາງ ເປັນ ການຊົ່ວຄາວ.

ພວກປະທ້ວງ ຮ້ອງໂຮຄຳຂວັນ ສະໜັບສະໜຸນ ທ່ານນາງ Dilma Rousseff ປະທານາທິບໍດີ ຂອງບຣາຊີລ ຢູ່ໃນນະຄອນ Sao Paulo ຂອງ Brazil, ວັນທີ 11 ພຶດສະພາ 2016.
ພວກປະທ້ວງ ຮ້ອງໂຮຄຳຂວັນ ສະໜັບສະໜຸນ ທ່ານນາງ Dilma Rousseff ປະທານາທິບໍດີ ຂອງບຣາຊີລ ຢູ່ໃນນະຄອນ Sao Paulo ຂອງ Brazil, ວັນທີ 11 ພຶດສະພາ 2016.

ຕຳຫຼວດຂອງບຣາຊີລ ແລະ ພວກສະໜັບສະໜູູນ ຂອງປະທານາທິ ບໍດີ Rousseff ທີ່ກຳລັງ​ດີ້ນຮົນຢູ່ນັ້ນ ໄດ້ປະເຊີນໜ້າກັນຢູ່ນອກສະພາ ໃນວັນພຸດວານນີ້ ກ່ອນໜ້າ ການລົງຄະແນນສຽງ ທີ່ອາດເຮັດໃຫ້ທ່ານນາງຖືກປົດອອກຈາກຕຳແໜ່ງ ແລະ ຖືກ ດຳເນີນຄະດີ ໃນຂໍ້ຫາສໍ້ລາດບັງຫຼວງ.

ຕຳຫຼວດຕ້ອງໄດ້ໃຊ້ ສະເປໝາກເພັດເພື່ອຢຸດຢັ້ງພວກສະໜັບສະໜຸນ ທ່ານນາງ Rousseff ທີ່ໄດ້ແກວ່ງໄຟສັນຍານ​ເຂົ້າໃສ່ພວກເຂົາເຈົ້າ. ຮົ້ວເຫລັກ ໄດ້ຖືກຕັ້ງຂຶ້ນ ເພື່ອແຍກພວກຝຸງຄົນທີ່ນິຍົມທ່ານນາງ Rousseff ອອກຈາກ ປະມານ 6,000 ຄົນ ທີ່ໜູນຫຼັງການຟ້ອງຮ້ອງດັ່ງກ່າວນັ້ນ.

ພວກປະທ້ວງຫຼາຍຄົນ ຕ້ອງໄດ້ຖືກຫາມອອກໄປໂດຍພວກພະນັກງານກູ້ໄພ ຫຼັງຈາກ ທີ່ໄດ້ສູດດົມເອົາອາຍຄວັນສະເປໝາກເພັດ. ຄົນຜູ້ນຶ່ງໄດ້ຖືກຈັບກຸມ ​ໃນການຍຸແຍ່ໃຫ້ ກໍ່ຄວາມຮຸນແຮງ.

ສານສູງສຸດຂອງບຣາຊີລ ໄດ້ປະຕິເສດ ການຂໍອຸທອນໃນນາທີສຸດທ້າຍ ໂດຍປະທານາ ທິບໍດີ Dilma Rousseff ເພື່ອຍຸຕິຂະບວນການ ຟ້ອງຮ້ອງປົດທ່ານ​ນາງ​ອອກ​ຈາກຕຳ ແໜ່ງ ຂອງສະພາ ໂດຍຈະເປີດທາງໃຫ້ມີການອະພິປາຍກັນ.

ທ່ານນາງ Rousseff ກ່າວວ່າ ພວກກຸ່ມການເມືອງຝ່າຍຄ້ານ ທີ່ ປະກອບດ້ວຍ ຮອງ ປະທານາທິບໍດີ ທ່ານ Michel Temer ຜູ້ທີ່ຢູ່ພາຍໃຕ້ການສືບສວນສອບສວນ ກ່ຽວ​ກັບ ການສໍ້ລາດບັງຫຼວງ ເຊັ່ນກັນນັ້ນ ແມ່ນໄດ້ພະຍາຍາມກໍ່ລັດຖະປະຫານ.

ຍັງບໍ່ທັນເປັນທີ່ແຈ້ງຂາວ​ເທື່ອວ່າ ມີສະມາຊິກສະພາຈັກຄົນ ທີ່ໄດ້ລົງຄະແນນສຽງ ໃຫ້ດຳ ເນີນຄະດີ ທ່ານນາງ ນັ້ນ ຍັງຈະລົງຄະແນນສຽງ ເພື່ອຕັດສິນວ່າທ່ານນາງມີຄວາມຜິດ.

Brazil Impeachment
please wait
Embed

No media source currently available

0:00 0:00:40 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG