ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໗ ພຶດສະພາ ໒໐໒໔

ຕໍາຫຼວດ ສັ່ງໃຫ້ການປະທ້ວງສະໜັບສະໜູນປາແລັສໄຕນ໌ ຈົ່ງສະຫລາຍຕົວ ຢູ່ມະຫາວິທະຍາໄລ UCLA


ບັນດາຜູ້ປະທ້ວງທີ່ສະໜັບສະໜູນປາແລັສໄຕນ໌ ຈັບມືກັນໄວ້ ຢູ່ໃນວິທະຍາເຂດ ຂອງມະຫາວິທະຍາໄລ UCLA ວັນທີ 1 ພຶດສະພາ 2024, ໃນນະຄອນ ລັອສ ແອນເຈີລິສ.
ບັນດາຜູ້ປະທ້ວງທີ່ສະໜັບສະໜູນປາແລັສໄຕນ໌ ຈັບມືກັນໄວ້ ຢູ່ໃນວິທະຍາເຂດ ຂອງມະຫາວິທະຍາໄລ UCLA ວັນທີ 1 ພຶດສະພາ 2024, ໃນນະຄອນ ລັອສ ແອນເຈີລິສ.

ຕຳຫຼວດໄດ້ເຕົ້າໂຮມກັນໃນຕອນເຊົ້າວັນພະຫັດມື້ນີ້ ຢູ່ທີ່ວິທະຍາເຂດຂອງມະຫາວິທະຍາໄລຄາລິຟໍເນຍ, ນະຄອນ ລອສ ແອນເຈີລີສ (Los Angeles), ບ່ອນທີ່ຜູ້ບໍລິຫານປະກາດວ່າ ຄ້າຍທີ່ພັກຊົ່ວຄາວຂອງການປະທ້ວງທີ່ສະໜັບສະໜູນຊາວປາແລັສໄຕນ໌ ແມ່ນຜິດກົດໝາຍ ແລະເຈົ້າໜ້າທີ່ໄດ້ບອກໃຫ້ປະຊາຊົນເກັບທຸກຢ່າງອອກຈາກພື້ນທີ່.

ການດຳເນີນການ​ຂອງ​ຕຳຫຼວດ ​ໄດ້​ມີ​ຂຶ້ນ​ໃນ​ຄືນນຶ່ງ ຫລັງ​ຈາກ​ພວກ​ປະ​ທ້ວງ​ທີ່​ສະໜັບສະໜູນ ອິສຣາແອລ ​ໄດ້​ໂຍນ​ສິ່ງຂອງ​ ​ແລະພະຍາຍາມ​ຈະຮື້ຖອນເຄື່ອງ​ກີດຂວາງ​ທີ່​ວາງໄວ້​ໂດຍ​ກຸ່ມ​ສະໜັບສະໜູນ​ແລັ​ສ​ໄຕ​ນ໌ ​ຊ້ຳ​ແລ້ວ​ຊ້ຳ​ອີກ, ເຊິ່ງກຳລັງພະຍາຍາມໃຫ້​ມະຫາວິທະຍາ​ໄລ​ ແຍກ​ອອກ​ຈາກ ອິສຣາແອລ.

ອະທິການບໍດີຂອງ UCLA ທ່ານນາງ ຈີນ ບລັອກ (Gene Block) ໄດ້ຕຳນິ “ກຸ່ມຜູ້ປຸກລະດົມ” ກ່ຽວກັບຄວາມຮຸນແຮງໃນຕອນກາງຄືນວັນພຸດວານນີ້.

ທ່ານ ນາງ ບລັອກ (Block) ກ່າວໃນຖະແຫຼງການສະບັບນຶ່ງວ່າ “ຜູ້ໃດຈະຮູ້ສຶກ ກ່ຽວກັບການຕັ້ງຄ້າຍຄັ້ງນີ້ແນວໃດກໍຕາມ , ການໂຈມຕີນີ້ຕໍ່ນັກສຶກສາ, ພາກວິຊາ ແລະສະມາຊິກໃນຊຸມຊົນຂອງພວກເຮົາ ແມ່ນເປັນສິ່ງທີ່ບໍ່ສາມາດຍອມຮັບໄດ້ຢ່າງແທ້ຈິງ.”

ການ​ປະ​ທ້ວງຢູ່ທີ່ UCLA ​ແມ່ນ​ນຶ່ງ​ໃນ​ຫຼາຍໆ​ການ​ປະ​ທ້ວງ​ທີ່​ສະໜັບສະໜູນ​ຊາວ ປາ​ແລັສໄຕນ໌ ຢູ່ໃນ​ວິທະຍາເຂດຂອງບັນດາ​ວິທະຍາ​ໄລ​ໃນ​ທົ່ວ​ປະ​ເທດ, ​ເຊິ່ງລວມມີ​ການ​ຈັບ​ກຸມ​ຫຼາຍ​ຮ້ອຍ​ຄົນ.

ຕຳຫຼວດໃນລັດ ນິວ ແຮມເຊີຍ (New Hampshire) ໄດ້ຈັບ ແລະເອົາເຕັ້ນຕ່າງໆ ອອກ ໃນຕອນແລງວັນພຸດວານນີ້ ແລະຕອນເຊົ້າວັນພະຫັດມື້ນີ້ ຢູ່ທີ່ວິທະຍາໄລ ດາທມັທທ໌ (Dartmouth).

ຄ້າຍປະທ້ວງທີ່ສະໜັບສະໜູນຊາວປາແລສໄຕນ໌ ໄດ້ປະກົດຂຶ້ນຢູ່ທີ່ດາທມັທທ໌ (Dartmouth) ໃນວັນພຸດວານນີ້ ໃນຂະນະທີ່ຜູ້ບໍລິຫານໄດ້ເຕືອນວ່າ ຄ້າຍດັ່ງກ່າວ ຈະລະເມີດນະໂຍບາຍຂອງໂຮງຮຽນ.

ໃນຈົດຫມາຍເຖິງຊຸມຊົນວິທະຍາເຂດທີ່ເນັ້ນຫນັກເຖິງນະໂຍບາຍນີ້, ອາຈານໃຫຍ່ ເດວິດ ກັອທຊ໌ (David Kotz) ກ່າວວ່າ ສະຖາບັນ “ຍັງຄົງມີຄວາມຕັ້ງໃຈຢ່າງເລິກເຊິ່ງໃນການປຶກສາຫາລື ກ່ຽວກັບຄວາມແຕກຕ່າງ ແລະເປີດກວ້າງ ພ້ອມທັງເຕັມໃຈທີ່ຈະມີສ່ວນຮ່ວມໃນການສົນທະນາໃນຫົວຂໍ້ທີ່ຫຍຸ້ງຍາກ.”

ນັກສຶກສາສອງຄົນໄດ້ຖືກຈັບຢູ່ທີ່ ດາທມັທທ໌ (Dartmouth) ໃນເດືອນຕຸລາ ຫຼັງຈາກໄດ້ຕັ້ງຄ້າຍພັກ ເຊິ່ງເປັນສ່ວນນຶ່ງຂອງການປະທ້ວງ ເພື່ອຮຽກຮ້ອງໃຫ້ຖອນຕົວອອກຈາກອິສຣາແອລ.

ຕໍ່ມາ ນັກສຶກສາຂອງ ດາທມັທທ໌ (Dartmouth) ກຸ່ມນຶ່ງ ໄດ້ທຳການປະທ້ວງ ອົດອາຫານ ເພື່ອປະທ້ວງຕໍ່ການຈັບກຸມ ແລະຕໍ່ການໂຮມຊຸມນຸມ ກ່ຽວກັບຄວາມສາມັກຄີໃນເຂດກາຊາ ຢູ່ວິທະຍາເຂດຂອງມະຫາວິທະຍາໄລໃນອາທິດທີ່ຜ່ານມາ ໂດຍໄດ້ດຶງດູດເອົາຜູ້ຄົນຈຳນວນຫຼາຍກວ່າ 100 ຄົນ ເຂົ້າມາໃນວິທະຍາເຂດ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG