ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເຈົ້າໜ້າທີ່ຕຳຫຼວດ ຖືກຍິງຕາຍ 3 ຄົນ ຢູ່ໃນ ເມືອງ Baton Rouge ທາງພາກໃຕ້ຂອງ ສະຫະລັດ


US Police Shooting
please wait
Embed

No media source currently available

0:00 0:02:17 0:00

ອະດີດທະຫານນາວິກະໂຍທິນ ສະຫະລັດ ຄົນໜຶ່ງ ໄດ້ຖືກລະບຸຕົວວ່າ ເປັນມືປືນ ທີ່ຍິງ ສັງຫານ ເຈົ້າໜ້າທີ່ຕຳຫຼວດ 3 ຄົນຕາຍ ແລະເຮັດໃຫ້ບາດເຈັບ ອີກ 3 ຄົນ ໃນຕອນເຊົ້າ ວັນອາທິດມື້ວານນີ້ ຢູ່ທີ່ເມືອງ Baton Rouge ທາງພາກໃຕ້ ຂອງລັດ Louisiana ຊຶ່ງ ເປັນເມືອງທີ່ ຢູ່ໃນສະພາບເຄັ່ງຕຶງ ຫຼັງຈາກທີ່ມີການຍິງຊາຍຜິວດຳຄົນໜຶ່ງ ໃນໄລຍະ ເຜົາຜົນ ໂດຍຕຳຫຼວດ ກ່ອນໜ້ານັ້ນ.

ແຜນທີ່ຂອງເມືອງ Baton Rouge ໃນລັດ Louisiana
ແຜນທີ່ຂອງເມືອງ Baton Rouge ໃນລັດ Louisiana

ບັນດາເຈົ້າໜ້າທີ່ທະຫານ ກ່າວວ່າ ທ້າວ Gavin Long ຈາກເມືອງ Kansas ລັດ Missouri ໃນມື້ວັນເກີດ ຄົບຮອບ 29 ປີ ແມ່ນເປັນມືປືນ ທີ່ໃສ່ໜ້າກາກ ຜູ້ທີ່ໄດ້ເປີດ ສາກຍິງໃສ່ພວກເຈົ້າໜ້າທີ່ຕຳຫຼວດ ດ້ວຍປືນຍາວ. ລາວໄດ້ຮັບໃຊ້ເປັນທະຫານ ນາວິກະໂຍທິນ ຈາກປີ 2005 ຫາ 2010 ໂດຍໄດ້ຮັບຊັ້ນ ເປັນສິບເອກ. ທ້າວ Long ໄດ້ຖືກສົ່ງໄປປະຈຳການຢູ່ອີຣັກ ຈາກປີ 2008 ຫາ 2009.

ການນຳເອົາຂໍ້ຄວາມໜຶ່ງ ທີ່ເວົ້າໄປທົ່ວທີບຂອງຜູ້ກ່ຽວ ລົງຜ່ານທາງ Twitter ທີ່ບັນ ລະຍາຍເຖິງ ມື້ວັນທີ 13 ກໍລະກົດ ທີ່ອ່ານວ່າ “ຈຸດໃດທີ່ເຈົ້າຄວນຢືນຂຶ້ນ ເພື່ອບໍ່ໃຫ້ ພວກຄົນຂອງເຈົ້າ ຈະກາຍເປັນຄືພວກຄົນ ຊາວອິນເດຍແດງພື້ນເມືອງ........ທີ່ສູນພັນ?”

ຊົມຄຳຖະແຫລງ ຂອງປະທານາທິບໍ່ດີ ໂອບາມາ

ການໂປສລົງຂອງຜູ້ກ່ຽວໃນບາງຄັ້ງ ໄດ້ອະທິບາຍ ເຖິງຄວາມຮຸນແຮງນັ້ນ ແມ່ນເປັນ ຄຳຕອບ ສຳລັບອັນທີ່ລາວ ມອງເຫັນວ່າ ເປັນການກົດຂີ່ຂົ່ມເຫັງ ຊາວອາເມຣິກັນເຊື້ອ ສາຍ ອາຟຣິກາ.

ຊື່ໃນອອນລາຍຂອງທ້າວ Long ແມ່ນ Cosmos. ເວັບໄຊ ຂອງລາວ ແມ່ນ ConvosWithCosmos.com ທີ່ມີລັກສະນະ ການຂຽນ ແລະ ການບັນທຶກສຽງ ກ່ຽວກັບ ໂພຊະນາການ ການອອກກຳລັງກາຍ ແລະ ການປ່ຽນແປງຈິດໃຈຕົວເອງ ພ້ອມດ້ວຍ ມີຂໍ້ມູນ ກ່ຽວກັບ ເລື່ອງຄ່າການແນະນຳສ່ວນຕົວຂອງລາວ ແລະ ການເຊື່ອມຕໍ່ຫາ ປຶ້ມ “self-actualization” ຂອງລາວ ທີ່ວາງຂາຍຢູ່ໃນ Amazon.

ລາວກ່າວວ່າ ຢູ່ໃນເວັບໄຊ ທີ່ລາວໄດ້ “ຮັບການເປີດເຜີຍທາງຈິດໃຈ ທີ່ເປັນຜົນມາຈາກ ການອອກຈາກການຮ່ຳຮຽນຢູ່ທີ່ມະຫາວິທະຍາໄລ ການຂາຍລົດສອງຄັນຂອງລາວ ການບໍລິຈາກ ສິ່ງຂອງຕ່າງໆຂອງລາວ ທີ່ມີຢູ່ນັ້ນ ການບັນຈຸເຄື່ອງຂອງໃສ່ຫີບສອງ ໜ່ວຍ ແລະ ການເດີນທາງໄປຍັງອາຟຣິກາ ຊຶ່ງເປັນບ້ານເກີດຂອງບັນພະບູລຸດ ຂອງລາວ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Police Officers Shot in US City of Baton Rouge
please wait

No media source currently available

0:00 0:00:25 0:00

XS
SM
MD
LG