ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕຳຫຼວດ ອອກ​ຄວບ​ຄຸມ ​ຢ່າງ​ເຂັ້ມ​ງວດ ໃນ​ນະ​ຄອນຫຼວງ ໄຄ​ໂຣ ຫຼັງ​ຈາກ​ການ​ປະ​ທ້ວງ ໃນ​ຄືນ​ວັນ​ສຸກ


ລົດ​ຕຳຫຼວດ​ຢູ່​ໃນ​ໃຈ​ກາງ​ນະ​ຄອນຫຼວງ ໄຄ​ໂຣ, ປະ​ເທດ ອີ​ຈິບ, ໃນ​ຂະ​ນະ​ທີ່​ຜູ້​ປະ​ທ້ວງ​ຮ້ອງ​ຄຳ​ຂວັນ​ຕໍ່​ຕ້ານ​ລັດ​ຖະ​ບານ. 21 ກັນ​ຍາ, 2019.
ລົດ​ຕຳຫຼວດ​ຢູ່​ໃນ​ໃຈ​ກາງ​ນະ​ຄອນຫຼວງ ໄຄ​ໂຣ, ປະ​ເທດ ອີ​ຈິບ, ໃນ​ຂະ​ນະ​ທີ່​ຜູ້​ປະ​ທ້ວງ​ຮ້ອງ​ຄຳ​ຂວັນ​ຕໍ່​ຕ້ານ​ລັດ​ຖະ​ບານ. 21 ກັນ​ຍາ, 2019.

ຖະ​ໜົນ​ເສັ້ນ​ຕ່າງໆ​ໃນ​ນະ​ຄອນຫຼວງ ໄຄ​ໂຣ ແມ່ນ​ເຕັມ​ໄປ​ດ້ວຍ​ຜູ້​ຄົນ​ໃນ​ຕອນ​ເຊົ້າ​ວັນ​
ເສົາວານນີ້, ໃນຂະນະທີ່ດ່ານກວດກາຕຳຫຼວດ ໄດ້ຖືກຕັ້ງຂຶ້ນໃນທົ່ວປະເທດ.

ທະ​ຫານຕິດ​ອາ​ວຸດ ແລະ ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໃນ​ຊຸດ​ປາບ​ປາມ​ຈະ​ລາ​ຈົນ​ໄດ້​ອອກ​ລາດ
ຕະເວນໃນຈະຕຸລັດ ຕາເຣຍ, ເຊິ່ງແມ່ນນຶ່ງໃນສະຖານທີ່ຕ່າງໆທີ່ການປະທ້ວງໄດ້ເກີດ
ຂຶ້ນ ເມື່ອຕອນຄ່ຳຂອງວັນສຸກທີ່ຜ່ານມາ ແລະ ເປັນຈຸດສູນກາງຂອງການປະທ້ວງໃນ
ຄັ້ງທີ່ຜ່ານມາ ທີ່ໄດ້ນຳໄປສູ່ການຕົກອຳນາດຂອງອະດີດປະທານາທິບໍດີ ຮອສນີ ມູບາ
ຣັກ ແລະ ທ່ານ ໂມຮຳມັດ ມໍຊີ.

ບັນ​ດາ​ນັກ​ເຄື່ອນ​ໄຫວ​ໄດ້​ສະ​ເຫຼີມ​ສະຫຼອງ​ການ​ປະ​ທ້ວງ ດັ່ງ​ກັບ​ຜົນ​ສຳ​ເລັດຫຼັງ​ຈາກ​
ຄວາມຢ້ານກົວ ກ່ຽວກັບ ການຕອບໂຕ້ຂອງຕຳຫຼວດເປັນເວລາຫຼາຍປີ ແລະ ໄດ້ຮຽກ
ຮ້ອງໃຫ້ສືບຕໍ່ການປະທ້ວງຕໍ່ລັດຖະບານຂອງປະທານາທິບໍດີ ອັບແດລ ຟັດທາ ແອລ-
ຊິສຊີ.

ປະ​ຊາ​ຊົນ​ໄດ້​ອອກ​ໄປ​ຖະ​ໜົນ​ຫຼາຍ​ແຫ່ງໃນ​ຄືນ​ວັນ​ສຸກ​ທີ່​ຜ່ານ​ມາ ​ໃນ​ຢ່າງ​ໜ້ອຍ​ສາມ​
ຕົວເມືອງ, ຖືປ້າຍພ້ອມດ້ວຍຄຳຂວັນເຊັ່ນ “ຊິສຊີ ອອກໄປ” ແລະ ປະຊາຊົນຮຽກຮ້ອງ
ໃຫ້ລັດຖະບານລົງຈາກອຳນາດ.”

ໃນ​ນະ​ຄອນຫຼວງ ໄຄ​ໂຣ, ໄດ້​ມີ​ສຽງ​ປືນ​ດັງ​ຂຶ້ນ ແລະ ມີ​ການ​ຍິງ​ແກັ​ສ​ນ້ຳ​ຕາ. ຮອດ​ຕອນ​
ຄ່ຳວັນເສົາວານນີ້, 166 ຄອບຄົວໄດ້ກ່າວຕໍ່ບັນດາພະນັກງານສິດທິມະນຸດວ່າ ພີ່ນ້ອງ
ຂອງເຂົາເຈົ້າໄດ້ຖືກຈັບກຸມ , ອີງຕາມການກ່າວຂອງສູນກາງເພື່ອເສດຖະກິດ ແລະ
ສິດທິສັງຄົມ ອີຈິບ.

ສື່​ມວນ​ຊົນ​ທີ່​ສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ​ໄດ້​ກ່າວຫາ “ການ​ກໍ່​ການ​ຮ້າຍ” ສຳ​ລັບ​ການ​ປະ
ທ້ວງຕ່າງໆ, ໂດຍເວົ້າວ່າ ເຂົາເຈົ້າແມ່ນສ່ວນນຶ່ງຂອງການວາງແຜນ ໃຫຍ່ເພື່ອໂຄ່ນລົ້ມ
ລັດຖະບານ.

ການ​ປະ​ທ້ວງ​ໄດ້​ເລີ່ມ​ຂຶ້ນຫຼັງ​ຈາກ​ທ້າວ ໂມ​ຮຳ​ມັດ ອາ​ລີ, ອະ​ດີດ​ສັນ​ຍາ​ຈ້າງ ແລະ ນັກ​ສະ
ແດງ ເຊິ່ງຕອນນີ້ອາໄສຢູ່ໃນປະເທດ ສເປນ ນັ້ນ, ໄດ້ເລີ່ມເຜີຍແຜ່ວິດີໂອທີ່ກ່າວຫາທ່ານ
ແອລ-ຊິສຊີ ແລະ ກອງທັບ ກ່ຽວກັບ ການໃຊ້ຈ່າຍເງິນຫຼາຍພັນລ້ານ ອີຈິບ ປອນ ໃນຂໍ້
ຕົກລົງທຸລະກິດສໍ້ລາດບັງຫຼວງ ແລະ ຫໍປະສາດຫຼູຫຼາ.

ປະ​ຊາ​ຊົນ ອີ​ຈິບ 60 ເປີ​ເຊັນ​ແມ່ນ “ທຸກ​ຍາກ ຫຼື ມີ​ຄວາມ​ສ່ຽງ”, ອີງ​ຕາມ​ທະ​ນາ​ຄານ​ໂລກ,
ແລະ ຊ່ອງຫວ່າງລະຫວ່າງ ຄົນລວຍ ແລະ ຄົນທຸກ ແມ່ນກຳລັງຂະຫຍາຍອອກ.

ທ່ານ ນົວ ຄາ​ລິ​ລ, ທະ​ນາຍ​ຄວາມ​ດ້ານ​ສິດ​ທິ​ມະ​ນຸດ ໄດ້​ກ່າວ​ໃນ​ຫ້ອງ​ການ​ຂອງ​ລາວ​ຢູ່​ນະ
ຄອນຫຼວງ ໄຄໂຣ ວ່າ “ບໍ່ມີໃຜຮູ້ວ່າຈະເກີດຫຍັງຂຶ້ນ, ຫຼື ປະຊາຊົນມີຄວາມໂມໂຫຫຼາຍ
ຊ່ຳໃດແທ້ ຫຼືວ່າຄວາມໂມໂຫນີ້ຈະນຳພາເຂົາເຈົ້າໄປຮອດໄສ. ແຕ່ຂ້າພະເຈົ້າແນ່ໃຈວ່າ
ເທື່ອນີ້ແມ່ນແຕກຕ່າງກວ່າຄັ້ງທີ່ຜ່ານມາ. ມື້ວານນີ້ ຄວາມອົດກັ້ນຕ່າງໆແມ່ນໄດ້ຫາຍໄປ
ໝົດແລ້ວ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG