ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕຳຫຼວດສັງຫານ ຜູ້ຕ້ອງສົງໄສ ໃນເຫດການຍິງກັນຕາຍ ຢູ່ນະຄອນ ພອດແລນ


ເຈົ້າໜ້າທີ່ຕໍາຫລວດຊ່ວຍເອົາສົບຂອງຊາຍທີ່ຖືກຍິງຕາຍຢູ່ໃນການປະທະກັນ ຢູ່ຖະໜົນສາຍຕ່າງໆ ລະຫວ່າງ ພວກທີ່ສະໜັບ ສະໜຸນປະທານາທິບໍດີ ທຣໍາ ກັບພວກປະທ້ວງຈາກຝ່າຍກົງກັນຂ້າມ ໃນທ້າຍສັບປະດາແລ້ວນີ້ ຢູ່ເມືອງປອດແລນ, ລັດອໍເຣກອນນັ້ນ ອອກໄປຈາກບ່ອນເກີດເຫດ
ເຈົ້າໜ້າທີ່ຕໍາຫລວດຊ່ວຍເອົາສົບຂອງຊາຍທີ່ຖືກຍິງຕາຍຢູ່ໃນການປະທະກັນ ຢູ່ຖະໜົນສາຍຕ່າງໆ ລະຫວ່າງ ພວກທີ່ສະໜັບ ສະໜຸນປະທານາທິບໍດີ ທຣໍາ ກັບພວກປະທ້ວງຈາກຝ່າຍກົງກັນຂ້າມ ໃນທ້າຍສັບປະດາແລ້ວນີ້ ຢູ່ເມືອງປອດແລນ, ລັດອໍເຣກອນນັ້ນ ອອກໄປຈາກບ່ອນເກີດເຫດ

ຜູ້ຊາຍທີ່ສົງໄສວ່າໄດ້ຍິງຜູ້ສະໜັບສະໜູນກຸ່ມຝ່າຍຂວາຢູ່ເມືອງປອດແລນ, ລັດອໍເຣກອນ ໃນອາທິດທີ່ຜ່ານມາຫຼັງຈາກຂະບວນລົດຂອງຜູ້ສະໜັບສະໜູນທ່ານ ດໍໂນລ ທຣໍາ ໄດ້ແລ່ນຜ່ານໃຈກາງຕົວເມືອງໄປນັ້ນ ໄດ້ຖືກຂ້າຕາຍໃນວັນພະຫັດວານນີ້ ໃນຂະນະທີ່ເຈົ້າໜ້າທີ່ສືບສວນໄດ້ເຂົ້າໄປຈັບກຸມຜູ້ກ່ຽວ, ອີງຕາມຄໍາເວົ້າຂອງ ເຈົ້າໜ້າທີ່ກະຊວງຍຸຕິທໍາທ່ານນຶ່ງ ທີ່ກ່າວຕໍ່ອົງການຂ່າວເອພີ.

ເຈົ້າໜ້າທີ່ທ່ານນັ້ນກ່າວວ່າ ຜູ້ຊາຍຄົນນີ້ຊື່ ໄມໂຄ ໄຣໂນແອລ (Michael Reinoehl), ອາຍຸ 48 ປີ ໄດ້ຖືກຂ້າຕາຍໃນຂະນະທີ່ໜ່ວຍງານລັດຖະບານກາງພະຍາຍາມທີ່ຈະຈັບຕົວຜູ້ກ່ຽວຢູ່ທີ່ເມືອງ ເລຊີ (Lacey), ລັດວໍຊິງຕັນ. ເຈົ້າໜ້າທີ່ທ່ານນັ້ນ ກ່າວອີກວ່າ ທ້າວ ໄຣໂນແອລ (Reinoehl) ແມ່ນຜູ້ຕ້ອງສົງໄສທີ່ສຳ ຄັນໃນການສັງຫານທ້າວ ແອຣອນ “ເຈ” ແດນຽວສັນ (Aaron“ Jay” Danielson) ອາຍຸ 39 ປີ, ເຊິ່ງຖືກຍິງໃສ່ໜ້າເອິກໃນຄືນວັນເສົາຜ່ານມາ.

ເຈົ້າໜ້າທີ່ຈາກອົງການສັນຕິບານກາງ ຫຼື FBI ແລະຈາກຫ້ອງການບໍລິ ການ Marshals ຂອງສະຫະລັດ ໄດ້ພົບຕົວ ທ້າວໄຣໂນແອລ (Reinoehl) ໃນວັນພະຫັດວານນີ້ ຫລັງຈາກໄດ້ມີການອອກຄຳສັ່ງໃຫ້ຈັບຕົວລາວ. ເຈົ້າໜ້າທີ່ກ່າວວ່າໃນລະຫວ່າງການປະເຊີນໜ້າກັນນັ້ນ, ທ້າວໄຣໂນແອລ (Reinoehl) ຖືກເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍທີ່ກຳລັງປະຕິບັດໜ້າທີ່ໃນໜ່ວຍງານສະເພາະ ກິດຂອງລັດຖະບານກາງ ຍິງຕາຍ.

ເຈົ້າໜ້າທີ່ຄົນນັ້ນກ່າວອີກວ່າ ທ້າວໄຣໂນແອລ Reinoehl ໄດ້ດຶງປືນອອກມາໃນເວລາທີ່ພົບເຫັນກັນຢູ່ນັ້ນ ແລະຖືກຍິງໂດຍເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ. ເຈົ້າໜ້າທີ່ທ່ານນີ້ບໍ່ສາມາດສົນທະນາກ່ຽວກັບເລື້ອງນີ້ຢ່າງເປີດເຜີຍໄດ້ແລະໄດ້ເວົ້າຕໍ່ອົງການຂ່າວເອພີ ໂດຍບໍ່ປະສົງບອກນາມ.

ໜ່ວຍປະຕິບັດງານສະເພາະກິດຂອງຫ້ອງການ Marshals Service ຂອງສະຫະລັດປະກອບມີຮອງຫົວໜ້າຕໍາຫລວດ, ເຈົ້າໜ້າຂອງລັດຖະບານກາງແລະເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍໃນທ້ອງຖິ່ນທີ່ມາຈາກອົງການອື່ນໆ, ມີຄວາມຮັບຜິດຊອບໃນການຈັບກຸມຜູ້ກໍ່ຄວາມຮຸນແຮງ ແລະຜູ້ຕ້ອງສົງໄສ ຄົນອື່ນໆ ທີ່ຕ້ອງຕົວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG