ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດ ສັງຫານ 6 ຄົນ ທີ່ສົງໄສ ເປັນ ສະມາຊິກ ກຸ່ມລັດອິສລາມ


ແຜນທີ່ອີຈິບ
ແຜນທີ່ອີຈິບ

ຕຳຫຼວດ​ອີ​ຈິບ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ສັງຫານ​ຜູ້​ຕ້ອງ​ສົງ​ໄສ​ເປັນສະມາຊິກກຸ່ມ​ລັດ
ອິສລາມ ​6 ຄົນ ໃນ​ການ​ຍິງ​ປະ​ທະ​ກັນ​.

ກອງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ ໄດ້​ບຸກ​ເຂົ້າ​ໄປ​ກວດ​ຄົ້ນ​ຫ້ອງ​ພັກ​ທີ່​ສົງ​ໄສເປັນ​ບ່ອນ​
ຫລົບ​ລີ້ ຂອງ​ພວກ​ຫົວ​ຮຸນ​ແຮງ​ເວລາ​ການ​ປະ​ທະກັນລະ​ເບີດ​ຂຶ້ນໃນ​ວັນ​ຈັນ​ວານ​ນີ້. ​
ພວກ​ຫົວ​ຮຸນ​ແຮງທັງ​ໝົດ 6 ຄົນໄດ້ຖືກ​ຂ້າ​ຕາຍ.

ຫ້ອງ​ພັກຮ້າງ ​ໃນ​ເມືອງ Dairut ທາງ​ພາກ​ໃຕ້​ຂອງ​ອີ​ຈິບ “​ແມ່ນ​ຖືກ​ໃຊ້ ເປັນ​ບ່ອນ
ປະຕິບັດງານ​ຂອງ​ກຸ່ມ ​ແລະ​ໃຊ້​ກະກຽມ​ໃນ​ການ​ໂຈມ​ຕີ​ກໍ່​ການຣ້າຍ ຢູ່​ໃນ​ບັນດາ
ແຂວງ​ພາກ​ໃຕ້ຂອງ​ປະ​ເທດ”
ນັ້ນຄື​ຄຳ​ຖະ​ແຫຼງຂອງກະຊວງ​ພາຍ​ໃນອີ​ຈິບ​ ​ທີ່​ກ່າວ​ຢູ່ໃນລາຍງານສະບັບນຶ່ງ ທີ່ນຳ​ອອກ​ເຜີຍ​ແຜ່​ທາງ Facebook ຂອງຕົນ​.

ຕຳຫຼວດ​ ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ຄົ້ນ​ພົບ​ລະ​ເບີດ ປືນ​ກົນ 5 ກະບອກ​ພ້ອມ​ດ້ວຍ
​ລູກປືນ.ພວກ​ເຂົາ​ເຈົ້າ​ຍັງ​ໄດ້​ພົບ​ເຫັນ​ອຸບປະກອນການ​ໂຄສະນາ​ຊວນ​ເຊື່ອ​ຂອງ​
ກຸ່ມ​ລັດ​ອິສລາມທີ່​ບັນຈຸ “ຄວາມ​ຄິດ​ແລະ​ຄຳ​ຂັວນຂອງ​ກຸ່ມ​ດັ່ງກ່າວ” ນັ້ນຄຳ​ຄຳ​ຖະ​ແຫຼງຂອງກະຊວງ​ພາຍ​ໃນ.

ຕຳຫຼວດ​ຫຼາຍ​ຮ້ອຍ​ຄົນ ​ແລະ​ເຈົ້າ​ໜ້າ​ທີ່​ທະຫານ ​ໄດ້​ຖືກ​ຂ້າ​ຕາຍ​ຍ້ອນ​ກາ​ນກໍ່​ຄວາມ
​ຮຸນແຮງ​ຂອງກຸ່ມ​ລັດ​ອິສລາມ ນັບ​ຕັ້ງ​ແຕ່​ປີ 2013 ​ເປັນຕົ້ນມາ ຊຶ່ງ​ເປັນ​ປີ​ທີ່​ພວກ​
ທະຫານ ​ໄດ້ເຮັດລັດຖະປະຫານ ໂຄ່ນ​ລົ້ມ​ຜູ້ນຳ​ທີ່​ຖືກ​ເລືອກ​ຕັ້ງ ແບບ​ປະຊາທິປະ​ໄຕ​
ກໍ​ຄື ​ປະທານາທິບໍດີ Mohamed Morsi ຂອງ​ພັກພະລາ​ດອນ​ພາບມຸສລິ​ມ.

ການ​ໂຈມ​ຕີ​ດັ່ງກ່າວ​ ແມ່ນ​ມີເພີ່ມຂຶ້ນ ​ໃນໄລຍະ​ສອງ​ສາມ​ເດືອນ​ຜ່ານ​ມານີ້ ​
ໂດຍ​ສະ​ເພາະ ແມ່ນ​ຕໍ່ພວກທີ່​ນັບຖື​ສາສະໜາ​ຄຣິສ ນິກາຍ Coptic ຊຶ່ງ​ເປັນ​
ສາສະໜາ​ກຸ່ມ​ນ້ອຍນັ້ນ​.

​ໃນ​ວັນ​ສຸກ​ແລ້ວ​ນີ້ ​ມີ​ທະຫານອີ​ຈິບ 23 ຄົນ ​ໄດ້​ຖືກ​ສັງຫານ​ໂດຍ​ການລະ​ເລີດ​ລົດ
​ສະຫຼະ​ຊີ​ບໃນ​ເຂດ​ພາກ​ເໜືອ ຂອງ​ແຫຼມ Sinai ຊຶ່ງ​ເປັນ​ການ​ໂຈມ​ຕີ​ທີ່​ໃຫຍ່​ສຸດ ຕໍ່​ກອງ
​ກຳລັງ​ຮັກສາຄວາມ​ປອດ​ໄພ​ຂອງ​ອີ​ຈິບ ​ໃນ​ຮອບ​ຫຼາຍໆ​ປີ.​

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG