ຕຳຫຼວດຢູ່ເມືອງ ເຟີເກິສັນ ໃນລັດມິສຊູຣີ ກ່າວວ່າ ຊາຍຄົນໜຶ່ງ
ແມ່ນຕົກຢູ່ໃນສະພາບອາການສາຫັດ ໃນວັນຈັນມື້ນີ້ ຫຼັງຈາກໄດ້
ຖືກຍິງໂດຍຕຳຫຼວດ ໃນລະຫວ່າງຍິງຕອບໂຕ້ກັນ ຢູ່ດ້ານນອກ
ຂອງອັນທີ່ປາກົດວ່າ ເປັນມື້ຂອງຂະບວນຍ່າງທີ່ສັນຕິ ເພື່ອລະນຶກ
ເຖິງຊາຍໜຸ່ມຜິວດຳ ບໍ່ຕິດອາວຸດຄົນໜຶ່ງ ຖືກຍິງເສຍຊີວິດ ໂດຍ
ຕຳຫຼວດຜິວຂາວ ຄົບຮອບ 1 ປີ.
ຜູ້ບັນຊາການຕຳຫຼວດນະຄອນ St. Louis ທ່ານ Jon Belmar
ກ່າວວ່າ ບັນດາຕຳຫຼວດລັບ ໄດ້ຕິດຕາມເບິ່ງ ຊາຍຄົນໜຶ່ງ ທີ່
ພວກເຂົາເຈົ້າຢ້ານວ່າ ມີອາວຸດຕິດຕົວນັ້ນ ແລະ ວ່າ ຕໍ່ມາຜູ້ກ່ຽວ
ໄດ້ມີສ່ວນໃນການຍິງຕອບໂຕ້ກັນ 40 ຫຼື 50 ນັດ ລະຫວ່າງ
ສອງກຸ່ມຄົນ ກ່ອນໜ້າ ການຍິງໃສ່ລົດຕຳຫຼວດບໍ່ຕິດເຄື່ອງໝາຍ ຫຼາຍນັດ. ຕຳຫຼວດລັບ ທັງ 4 ຄົນ ໄດ້ຍິງຕອບໂຕ້ຄືນຈົນຊາຍຄົນນັ້ນ ລົ້ມລົງ.
St. Louis Post-Dispatch ລາຍງານວ່າ ພໍ່ຂອງຊາຍຄົນດັ່ງກ່າວ ລະບຸຕົວລາວວ່າແມ່ນ
ທ້າວ Tyrone Harris Jr. ອາຍຸ 18 ປີ ແລະ ວ່າ ລາວເປັນເພື່ອນ “ໃກ້ຊິດ” ກັບທ້າວ
Michael Brown ອາຍຸ 18 ປີ ຜູ້ທີ່ຖືກສັງຫານໂດຍຕຳຫຼວດໃນເມືອງເຟີເກິສັນ ເມື່ອປີກາຍນີ້.
ທ່ານ Belmar ກ່າວຖະແຫລງຕໍ່ກອງປະຊຸມນັກຂ່າວ ວ່າ ການລະເບີດຂຶ້ນຂອງຄວາມຮຸນແຮງນັ້ນ ແມ່ນ “ກຳລັງຈະເກີດມີການປ່ຽນແປງໃນທາງບວກ” ໂດຍເນັ້ນວ່າ ການຍິງ
ກັນນັ້ນ ບໍ່ມີສ່ວນກ່ຽວພັນກັບການເດີນຂະບວນເລີຍ.
ທ່ານກ່າວອີກວ່າ “ພວກ ເຂົາ ແມ່ນພວກອາຊະຍາກອນ ພວກເຂົາບໍ່ແມ່ນພວກປະທ້ວງ ພວກທີ່ທຳການປະທ້ວງ ແມ່ນພວກຄົນຜູ້ທີ່ຢູ່ແຫ່ງນັ້ນ ຜູ້ທີ່ກຳລັງໂອ້ລົມກັນຫາທາງ ປ່ຽນແປງ ສິ່ງໃດກໍຕາມທີ່ອາດເປັນໄປໄດ້. ອັນນັ້ນ ບໍ່ແມ່ນອັນທີ່ເກີດຂຶ້ນຢູ່ນະທີ່ນີ້.”
ທ່ານ ກ່າວຕໍ່ໄປວ່າ ກ່ອນອື່ນຕຳຫຼວດໄດ້ເພີ້ມຈຳນວນຂຶ້ນໃນສະຖານທີ່ດັ່ງກ່າວນັ້ນ ຫຼັງຈາກ ມີລາຍງານການຈະລາຈົນ ແລະ ວ່າ ພວກຄົນບາງສ່ວນໄດ້ແກວ່ງຂວດແກ້ວ ທີ່ຕົກແຕກຢູ່ໃກ້ໆກັບເຈົ້າໜ້າທີ່ຕຳຫຼວດ. ທ່ານຍັງໄດ້ລາຍງານວ່າ ຕຳຫຼວດຄົນໜຶ່ງ ໄດ້ຮັບບາດເຈັບ ດ້ວຍກ້ອນດິນຈີ່ທີ່ແກວ່ງມາ ໃນຄ່ຳຄືນຂອງວັນອາທິດວານນີ້ ໃນເມືອງເຟີເກິສັນ.
ທ່ານ Belmar ກ່າວວ່າ ທ່ານເຊື່ອວ່າ ຄວາມຮຸນແຮງນີ້ ແມ່ນຈະຫລີກລ້ຽງໄດ້ ແລະ ວ່າ ຫຼາຍໆ ຄົນຢູ່ໃນເມືອງເຟີເກິສັນ ແມ່ນໄດ້ເຮັດວຽກໜັກມາຫຼາຍແລ້ວ ເພື່ອພະຍາຍາມບໍ່ໃຫ້ຄວາມຮຸນແຮງເກີດຂຶ້ນ.