ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕໍາຫຼວດ ພວມສືບສວນ ທີ່ຜູ້​ຍິງຄົນນຶ່ງ ຖືກຍິງຕາຍ ໃກ້ໆຕຶກ ສະພາ (ສະໄລດ໌/ວີດີໂອ)


US Capitol Temporarily Locked Down After Security Scare
please wait

No media source currently available

0:00 0:00:54 0:00
ລິງໂດຍກົງ
ເຈົ້າ​ໜ້າ​ທີ່​ຕໍາຫລວດ ທີ່​ນະຄອນຫລວງວໍ​ຊິງ​ຕັນ ກໍາລັງ​ຊອກ​ຫາ​
ຮ່ອງ​ຮອຍວ່າ ​ເປັນ​ຫຍັງ ຜູ້ຍິງ​ຄົນ​ນຶ່ງຈຶ່ງ​ໄດ້​ພາ​ໃຫ້​ເຂົາເຈົ້າ​ຂັບລົດ
​ໄລ່​ ຕາມ​ລ່າຢ່າງດຸ​ເດືອດ ​ແຕ່​ທໍານຽບຂາວ​ໄປ​ຫາຕຶກ​ລັດຖະສະ
ພາ​ສະຫະລັດໃນ​ວັນ​ພະຫັດ​ວານ​ນີ້ ກ່ອນທີ່ນາງ​ຖືກ​ເຈົ້າໜ້າ​ທີ່
​ຍິງ​ຕາຍ​.

ບັນດາ​ສະມາຊິກສະພາແລະ​ພະນັກງານ ທີ່ຢູ່​ໃນ​ຕຶກ​ລັດຖະສະ
ພາ ​ໄດ້​ຖືກສັ່ງ​ໃຫ້​ປິດ​ປະຕູ​ຢູ່​ຂ້າງ​ໃນ ເປັນ​ເວລາປະມານ​ນຶ່ງ​ຊົ່ວ​
ໂມງ ​ໃນ​ຂະນະ​ທີ່ ສະຖານະ​ການ​ພວມ​ຜັນຂະຫຍາຍ. ​ແຕ່​ເຈົ້າ​
ໜ້າ​ທີ່​ຕໍາຫລວດ​ກ່າວ​ວ່າ ສະມາຊິກ​ສະພາ​ທັງຫຼາຍ​ທີ່ຢູ່​ໃນ​ຕຶກ​
ດັ່ງກ່າວ ບໍ່​ໄດ້​ຕົກ​ຢູ່​ໃນ​ອັນ​ຕະລາຍ​ແຕ່​ປະການ​ໃດ.

​ເຈົ້າ​ໜ້າ​ທີ່​ຕໍາຫລວດ ກ່າວ​ວ່າ ຄົນ​ຂັບ​ລົດສີດໍາພະຍາຍາມທີ່​ຈະ​
ແລ່ນ​ຜ່ານ​ເຄື່ອງ ​ກີດຂວາງທີ່​ວາງ​ໄວ້ ​ຢູ່ທໍານຽບຂາວ ​ທີ່​ພາ​ໃຫ້​
ພວກ​ເຈົ້າ​ໜ້າ​ທີ່​ຕໍາຫລວດ ຂັບ​ລົດແລ່ນໄລ່​ຢູ່ຕາມຖະໜົນຫົນ
ທາງ ​ໄປ​ຈົນ​ຮອດໃກ້​ກັບຕຶກລັດຖະສະພາ. ຜູ້​ບັນຊາ​ການ​ຕໍາ
ຫລວດນະຄອນ​ຫລວງວໍ​ຊິງຕັນ ທ່າ​ນນາງ Cathy Lanier
ກ່າວ​ວ່າ ​ໄດ້​ມີ​ການ​ຍິງ​ປືນ​ໃສ່ຢູ່ຢ່າງ​ໜ້ອຍສອງ​ແຫ່ງ ກ່ອນທີ່ຄົນ​ຂັບ​ລົດ​ຖືກ​ຍິງ​ຕາຍ​ຢູ່​ໃນ​
ລົດ​ຂອງ​ນາງ. ທ່າ​ນນາງ Lanier ກ່າວ​ອີກ​ວ່າ ທ່ານ “ມີ​ຄວາມ​ເຊື່ອໝັ້ນ​ວ່າ” ການ​ປະພຶດ​ຂອງ​ຄົນ​ຂັບ​ລົດ​ນັ້ນ ບໍ່​ແມ່ນ​ອຸປ​ະຕິ​ເຫດ​ເລີຍ.

​ເຈົ້າ​ໜ້າ​ທີ່​ຕໍາຫລວດ​ ກ່າວ​ວ່າ ​ເດັກນ້ອຍ​ຜູ້ຍິງ​ອາຍຸນຶ່ງ​ປີ ທີ່​ຖືກ​ນໍາ​ອອກ​ມາຈາກ ລົດ
ຫລັງຈາກ​ການຍິງ​ກັນນັ້ນ ​ແມ່ນມີ​ຄວາມ​ປອດ​ໄພ​ດີ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ຕຳຫຼວດສອງ​ຄົນ​ໄດ້​ຮັບ​ບາດ ​ຍ້ອນ​ເຫດ​ຮ້າຍ​ໃນ​ຄັ້ງນີ້ ​ແຕ່​ທັງ​
ສອງ​ຄົນ​ມີ​ອາການ​ດີ​ຂຶ້ນ​ແລ້ວ ​ແລະ​ຄາດ​ວ່າ​ຈະ​ຫາຍ​ດີ​ເປັນ​ປົກກະຕິ. ​ເຂົາ​ເຈົ້າບໍ່​ເຊື່ອ​ວ່າ ​ເຫດ​ຮ້າຍ​ໃນ​ຄັ້ງນີ້ ພົວພັນ​ກັບ​ການ​ປິດ​ໂຮງການ​ລັດຖະບານ ທີ່​ກໍາລັງ​ດໍາ​ເນີນ​ຢູ່​ໃນ​ຂະນະ​ນີ້.

​ຕໍາຫລວດ​ໃນນະຄອນຫລວງວໍ​ຊິງ​ຕັນ ກໍາລັງ​ສືບສວນ​ເບິ່ງ​ເຫດ​ຮ້າຍ​ທີ່​ເກີດ​ຂຶ້ນ​ໃນຄັ້ງນີ້ ໂດຍ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ ​ຈາກສາມ​ພາກສ່ວນ​ຂອງ​ພະ​ແນ​ກການ​ປະຕິບັດ​ກົດໝາຍ
​ ຄື​ຕໍາຫລວດຮັກສາ​ລັດຖະສະພາ​ສະຫະລັດ ​ໜ່ວຍ​ຄຸ້ມ​ຄອງ ປະທານາທິບໍດີ Secret Service ຂອງສະຫະລັດ ແລະ​ເຈົ້າໜ້າ​ທີ່​ສັນຕິ​ບານ ກາງສະຫະລັດ ຫລື FBI.

XS
SM
MD
LG