ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕໍາຫຼວດ ສືບສວນ ຊອງຈົດໝາຍທີ່ເຕັມໄປດ້ວຍ ເຟັນຕານອລ ທີ່ສົ່ງໄປຫາຫ້ອງການ ການເລືອກຕັ້ງຂອງສະຫະລັດ


ໜ່ວຍງານສຸກເສີນ ແລະ ໜ່ວຍງານບັງຄັບໃຊ້ກົດໝາຍ ຕອບໂຕ້ຕໍ່ສະຖານະທີ່ອາດຈະເປັນອັນຕະລາຍ ຢູ່ທີ່ຫ້ອງການ ການເລືອກຕັ້ງ ເຂດ ຄິງ (King County) ໃນເມືອງ Renton, ລັດວໍຊິງຕັນ ໃນວັນທີ 8 ພະຈິກ 2023.
ໜ່ວຍງານສຸກເສີນ ແລະ ໜ່ວຍງານບັງຄັບໃຊ້ກົດໝາຍ ຕອບໂຕ້ຕໍ່ສະຖານະທີ່ອາດຈະເປັນອັນຕະລາຍ ຢູ່ທີ່ຫ້ອງການ ການເລືອກຕັ້ງ ເຂດ ຄິງ (King County) ໃນເມືອງ Renton, ລັດວໍຊິງຕັນ ໃນວັນທີ 8 ພະຈິກ 2023.

ເຈົ້າ​ໜ້າ​ທີ່​ກຳ​ລັງ​ພະ​ຍາ​ຍາມ​ກວດສອບ​ວ່າ ໃຜເປັນຜູ້​ສົ່ງ​ຈົດ​ໝາຍ​ທີ່​ໜ້າ​ສົງ​ໄສທັງຫຼາຍ ເຊິ່ງລວມ​ທັງ​ບາງສະບັບ​ທີ່​ມີ​ສານ ເຟັນຕານອລ (fentanyl) ຫຼື​ສານ​ອື່ນໆ, ໄປ​ທີ່​ຫ້ອງ​ການ​ເລືອກ​ຕັ້ງ​ທ້ອງ​ຖິ່ນ​ ຢູ່ໃນ​ຢ່າງນ້ອຍ 5 ລັດ, ອີງຕາມອົງການຂ່າວເອພີ.

ນີ້ເປັນ​ຕົວ​ຢ່າງ​ຫຼ້າ​ສຸດ​ຂອງ​ໄພ​ຂົ່ມ​ຂູ່​ທີ່​ເຈົ້າໜ້າທີ່ການ​ເລືອກ​ຕັ້ງຢູ່​ໃນ​ທົ່ວ​ປະ​ເທດ​ ຕ້ອງປະ​ເຊີນ​. ຫ້ອງການການເລືອກຕັ້ງໃນລັດຄາລິຟໍເນຍ, ຈໍເຈຍ, ເນວາດາ, ອໍເຣກັນ ແລະວໍຊິງຕັນ ປາກົດວ່າ ຈະຕົກເປັນເປົ້າໝາຍ.

ຫ້ອງການກວດສອບບັນຊີ ຂອງເຂດເພຍຊ໌ ຄາວຕີ (Pierce County) ໃນເມືອງ ທາໂຄມາ (Tacoma), ຂອງລັດວໍຊິງຕັນ, ໄດ້ເປີດເຜີຍຮູບພາບຂອງຈົດຫມາຍທີ່ໄດ້ຮັບ, ໂດຍສະແດງໃຫ້ເຫັນຈົດຫມາຍສະບັບດັ່ງກ່າວ ຈໍ້າກາໄປສະນີ ໃນ ເມືອງພັອດແລນ (Porland), ລັດອໍເຣກັນ, ແລະອ່ານບາງສ່ວນ, "ຢຸດການເລືອກຕັ້ງດຽວນີ້."

ເຈົ້າໜ້າທີ່ກຳລັງພະຍາຍາມສະກັດກັ້ນຈົດຫມາຍທີ່ສົ່ງເຖິງ ຫ້ອງການເລືອກຕັ້ງໃນເມືອງຟູລຕັນ (Fulton), ລັດຈໍເຈຍ, ເຊິ່ງເປັນເຂດທີ່ມີອຳນາດການລົງຄະແນນສຽງ ທີ່ໃຫຍ່ທີ່ສຸດ ທີ່ເປັນນຶ່ງໃນບັນດາລັດ ທີ່ອາດຈະອຽງໄປພັກໃດພັກນຶ່ງ ຂອງການເລືອກຕັ້ງປະທານາທິບໍດີ ທີ່ສຳຄັນທີ່ສຸດຂອງປະເທດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG