ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ຕຳຫຼວດ ສະເປນ ປະທະກັບ ພວກເດີນຂະບວນ ທີ່ນະຄອນ ມາດຣິດ (ວີດີໂອ)


ວີດີໂອ ການປະທ້ວງ ຢູ່ສະເປນ
please wait

No media source currently available

0:00 0:00:51 0:00

ວີດີໂອ ການປະທ້ວງ ຢູ່ສະເປນ

ຕຳຫຼວດໃນປະເທດສະເປນ ປະກັນກັນກັບພວກປະທ້ວງຕໍ່ຕ້ານ
ການສໍ້ລາດບັງຫລວງໃນຄືນແລ້ວນີ້ທີ່ຮຽກຮ້ອງໃຫ້ນາຍົກລັດຖະ
ມົນຕີ Mariano Rajoy ລາອອກຈາກຕຳແໜ່ງ.

ການເດີນຂະບວນໄປຍັງສຳນັກງານໃຫຍ່ຂອງພັກປະຊາຊົນຊຶ່ງ
ເປັນພັກລັດຖະບານປົກຄອງປະເທດໃນເວລານີ້ທີ່ນະຄອນຫຼວງ
ມາດຣິດໄດ້ກາຍເປັນຄວາມຮຸນແຮງ ເວລາຕຳຫຼວດທີ່ມີໄມ້ຄ້ອນເປັນອາວຸດປະເຊີນໜ້າກັບ ພວກເດີນຂະບວນກຸ່ມໃຫຍ່.

ມີຫລາຍໆຄົນໄດ້ຮັບບາດເຈັບແລະອີກຈຳນວນນຶ່ງຖືກຈັບກຸມ.

ພວກເດີນຂະບວນປະທ້ວງ ກ່າວຫາທ່ານ Rajoy ວ່າ ຮັບເງິນຈາກກອງທຶນສົກກະປົກກ່ອນ ທີ່ພັກຂອງທ່ານໄດ້ຮັບໄຊຊະນະໃນການເລືອກຕັ້ງເມື່ອສອງປີກ່ອນ.

ທ່ານ Rajoy ໄດ້ປະຕິເສດ ກ່ຽວກັບຂໍ້ກ່າວຫາດັ່ງກ່າວ ແລະປະຕິເສດຕໍ່ການຮຽກຮ້ອງຂອງ ພັກຝ່າຍຄ້ານ ເພື່ອໃຫ້ການຊີ້ແຈງກ່ຽວກັບການກ່າວຫານີ້ ຢູ່ໃນສະພາແຫ່ງຊາດ.
XS
SM
MD
LG