ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອີງຕາມຕຳຫຼວດ ມືປືນເສຍຊີວິດແລ້ວ, ຫຼາຍຄົນຖືກຍິງ ຢູ່ສະຖານທີ່ຂອງບໍລິສັດ FedEx ໃນລັດ ອິນເດຍນາ


ພາບນີ້ສະແດງໃຫ້ເຫັນລົດຕູ້ຂອງບໍລິສັດ FedEx. 12 ພຶດສະພາ, 2017.
ພາບນີ້ສະແດງໃຫ້ເຫັນລົດຕູ້ຂອງບໍລິສັດ FedEx. 12 ພຶດສະພາ, 2017.

ແປດຄົນຖືກຍິງ ແລະ ເສຍຊີວິດໃນການຍິງກັນເມື່ອຄືນວັນພະຫັດວານນີ້ ຢູ່ສະຖານທີ່ແຫ່ງນຶ່ງຂອງບໍລິສັດ Fedex ໃນນະຄອນ ອິນເດຍນາໂປລິສ, ອີງຕາມການກ່າວຂອງຕຳຫຼວດ.

ອີກຫຼາຍຄົນໄດ້ຮັບບາດເຈັບ ແລະ ຖືກສົ່ງໄປໂຮງໝໍໃນທ້ອງຖິ່ນ, ອີງຕາມການກ່າວຂອງໂຄສົກຕຳຫຼວດ ທ່ານ ຈີເນ ຄຸກ ໃນກອງປະຊຸມຖະແຫຼງຂ່າວຕອນເຊົ້າວັນສຸກມື້ນີ້.

ຢ່າງໜ້ອຍ 4 ຄົນຖືກສົ່ງໄປໂຮງໝໍ, ລວມທັງນຶ່ງຄົນທີ່ມີອາການສາຫັດ. ອີກສອງຄົນໄດ້ຮັບການປິ່ນປົວຢູ່ສະຖານທີ່ເກີດເຫດ ແລະ ໄດ້ຮັບອະນຸຍາດໃຫ້ກັບບ້ານ. ບໍ່ມີເຈົ້າໜ້າທີ່ຕຳຫຼວດຄົນໃດໄດ້ຮັບບາດເຈັບ.

ຕຳຫຼວດໄດ້ກ່າວກ່ອນໜ້ານີ້ວ່າ ມືປືນໄດ້ຍິງ ແລະ ຂ້າໂຕເອງຕາຍ.

ບໍລິສັດ Fedex ໄດ້ເປີດເຜີຍຖະແຫຼງການສະບັບນຶ່ງໃນຕອນເຊົ້າວັນສຸກມື້ນີ້ວ່າ ເຂົາເຈົ້າກຳລັງຮ່ວມມືກັບບັນດາເຈົ້າໜ້າທີ່ ແລະ ກຳລັງເຮັດວຽກເພື່ອຫາຂໍ້ມູນເພີ່ມເຕີມ.

ຖະແຫຼງການໄດ້ກ່າວວ່າ “ພວກເຮົາຮູ້ ກ່ຽວກັບ ການຍິງກັນທີ່ເສົ້າສະຫຼົດໃຈຢູ່ສະຖານທີ່ຂອງບໍລິ ສັດ Fedex ຂອງພວກເຮົາໃກ້ກັບສະໜາມບິນ ອິນເດຍນາໂປລິສ. ຄວາມປອດໄພແມ່ນບູລິມະສິດສູງສຸດຂອງພວກເຮົາ, ແລະ ພວກເຮົາຂໍສະແດງຄວາມເສຍໃຈກັບທຸກຄົນຜູ້ທີ່ໄດ້ຮັບຜົນກະທົບ.”

ວິດີໂອຖ່າຍທອດສົດຈາກສື່ມວນຊົນຢູ່ສະຖານທີ່ເກີດເຫດໄດ້ສະແດງໃຫ້ເຫັນວ່າ ມີສາຍຢາງສະຖານລ້ອມບ່ອນເກີດເຫດອາຊະຍະກຳຢູ່ໃນສະຖານທີ່ຈອດລົດຂອງບໍລິສັດດັ່ງກ່າວ.

ຜູ້ເຫັນເຫດການທີ່ເວົ້າວ່າລາວເຮັດວຽກຢູ່ແຫ່ງທີ່ນັ້ນໄດ້ກ່າວຕໍ່ໂທລະພາບ WISH ວ່າ ລາວເຫັນຜູ້ຊາຍພ້ອມກັບປືນ ຫຼັງຈາກໄດ້ຍິນສຽງປືນຫຼາຍລູກແຕກ.

ທ້າວ ເຈເຣມາຍ ມິລເລີ ໄດ້ກ່າວວ່າ “ຂ້າພະເຈົ້າເຫັນຜູ້ຊາຍຄົນນຶ່ງພ້ອມກັບປືນອັດຕະໂນມັດ ຄ້າຍຄືກັບປືນຍາວເຄິ່ງອັດຕະໂນມັດ, ແລະ ລາວໄດ້ຍິງໃນບໍລິເວນກາງແຈ້ງ.”

ອີກຄົນນຶ່ງໄດ້ກ່າວຕໍ່ໂທລະພາບ WTTV ວ່າ ຫຼານສາວຂອງລາວໄດ້ນັ່ງຢູ່ໃນ ບ່ອນຄົນຂັບຂອງລົດລາວ ເວລາທີ່ມີການຍິງກັນໄດ້ເກີດຂຶ້ນ, ແລະ ລາວກໍໄດ້ຮັບບາດເຈັບ.

ທ່ານ ພາມິນເດີ ຊິງ ໄດ້ກ່າວວ່າ “ລາວຖືກຍິງຢູ່ແຂນຊ້າຍຂອງລາວ. ລາວບໍ່ເປັນຫຍັງ, ຕອນນີ້ລາວຢູ່ໂຮງໝໍ.”

ທ່ານ ແລະ ຫຼານສາວບໍ່ຮູ້ຈັກກັບມືປືນຄົນດັ່ງກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG